Breaking News

pou peng

ເປີດໂຕຊຸດປະຈຳຊາດຂອງ ປະເທດ ມຽນມ້າ ທີ່ຈະໃຊ້ເຂົ້າໃນການປະກວດ MISS UNIVERSE 2017!!!

ເປີດໂຕໃຫ້ເຫັນກັນໄປແລ້ວ ສຳລັບຊຸດປະຈຳຊາດຂອງ ປະເທດ ມຽນມ້າ ບໍ່ຮູ້ວ່າປີນີ້ຈະມີໃຜສູ້ຄວາມອະລັງການຂອງຊຸດປະຈຳຊາດ Miss Universe Myanmar 2017 ໄດ້ຫຼືບໍ່? ເພາະງານນີ້ປະເທດເພື່ອນບ້ານເຮົາກໍບໍ່ໄດ້ມາແບບຫຼິ້ນໆ ຂໍບອກວ່າຈັດໜັກ ຈັດເຕັມ ງັດເອົາໄອເດຍໃນການອອກແບບຊຸດປະຈຳຊາດແບບສຸດຂີດ ເພື່ອໃຊ້ເຂົ້າໃນການແຂ່ງຂັນ MISS UNIVERSE 2017 (ນາງາມຈັກກະວານ )ທີ່ (USA) ໃນວັນທີ 26 ພະຈິກ 2017 ນີ້, ນອກຈາກຄວາມງາມຂອງ Zun Than Sin Miss Universe Myanmar 2017 ແລ້ວ ຍັງມີການອອກແບບຊຸດປະຈຳຊາດໄດ້ອະລັງການງານສ້າງສຸດໆ ເຊິ່ງຊຸດນີ້ໄດ້ແຮງບັນດານໃຈມາຈາກ “Myanma Hsaing Waing” ເຊິ່ງເປັນວົງດົນຕີແບບດັ້ງເດີມຂອງມຽນມ້ານັ້ນເອງ. ສຳລັບ “Myanma Hsaing Waing” ເປັນວົງດົນຕີແບບດັ້ງເດີມມາແຕ່ບູຮານ ທີ່ມີຢູ່ໃນແຕ່ປະເທດມຽນມ້າເທົ່ານັ້ນ ໂດຍມີຈຸດເລີມຕົ້ນມາຈາກຣາດຊະວົງ ຄັນເບີອົງ, ສ່ວນການປະດັບປະດາແອ້ຍ້ອງຊຸດກໍບໍ່ທຳມະດາອີ່ຫລີ ເພາະຖືກຕົບແຕ່ງດ້ວຍໄມ້ສັກ ແລະ ທອງຄຳແທ້ …

Read More »

ເກີດກະແສໃນວົງການຂາອ່ອນ! ນາງງາມຟິິລິປິນ ຜູ້ຄວ້າມົງກຸດ Miss Earth 2017 ຖືກວິຈານວ່າບໍ່ສົມຕຳແໜ່ງ!!!

ກຳລັງເປັນກະແສໃນວົງການຂາອ່ອນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດນາງງາມ ຈັດຂຶ້ນທີ່ປະເທດ ຟິລິປິນ ໂດຍນາງງາມທີ່ສາມາດຄວ້າຕຳແໜ່ງມົງກຸດ Miss Earth 2017 ໄດ້ແກ່ Karen Ibasco (ຄາເລນ ໄອບັສໂກ) ຕົວແທນຈາກຟິລິປິນ ປະເທດເຈົ້າພາບ, ເຊິ່ງນາງງາມຟິລິປິນ Karen Ibasco ໃນຊ່ວງຕອບຄຳຖາມນາງເຮັດໄດ້ດີຫຼາຍ ເອີ້ນສຽງເຊຍຈາກຜູ້ຊົມໄດຢ່າງສະໜັ່ນຫວັ່ນໄຫວ ຈົນສາມາດຄວ້າຕຳແໜ່ງມາໄດ້ສຳເລັດ, ແຕ່ກັບເກີດສຽງວິພາກວິຈານຈາກແຟນໆນາງງາມທົ່ວໂລກທີ່ບໍ່ພໍໃຈໃນເລື່ອງຂອງຄວາມງາມຂອງ Karen Ibasco ວ່າເບິ່ງແນວໃດນາງກໍບໍ່ມີຄວາມເໝາະສົມທີ່ຈະໄດ້ຕຳແໜ່ງນີ້. ແຕ່ໃນດ້ານຄວາມສາມາດກໍເກັ່ງບໍ່ແພ້ສາວໆຄົນອື່ນ Karen Ibasco ເປັນອາຈານສອນທີ່ມະຫາວິທະຍາໄລ ແລະ ຈົບການສຶກສາ ສາຂາ ຟີສິກສາດ ແລະ ໃຫ້ຄວາມສົນໃຈກ່ຽວກັບສິ່ງແວດລ້ອມ ແລະ ການໃຊ້ພະລັງງານໃນຊີວິດປະຈຳວັນ, ເຊິ່ງການຄອງມົງກຸດ Miss Earth ຂອງສາວງາມຟິລິປິນກໍຖືເປັນຄົນທີ່ 4 ແລ້ວ. ສ່ວນເລື່ອງຄວວາມງາມທີ່ເປັນປະເດັນດຣ່າມ່າ ວິພາກ ວິຈານຢ່າງໜາຫູນັ້ນ ແຟນໆລອງມາເບິ່ງຮູບພາບຂອງ Karen Ibasco ເຈົ້າຂອງຕຳແໜ່ງ Miss Earth 2017 ຄົນນີ້ ແລະ ລອງຕັດສິນກັນເອົາເອງເນາະ!!! (ຢ່າງໃດກໍຂໍເປັນກຳລັງໃຈໃຫ້ສາວງາມຄົນນີ້ເດີ້) ທີ່ມາ: https://women.mthai.com/scoop/322902.html  

Read More »

ຈັດໜັກຈັດເຕັມແບບອະລັງການ! ກັບງານແຕ່ງດອງ ແອັບເປີ້ນ-ຟຸກ ງານນີ້ມີປະເພນີລາວ, ໄທ ແລະ ຈີນ!!!

ຮືຮາກັນສຸດກັບງານແຕ່ງດອງຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ  ທີ່ງານນີ້ທັງສອງຈັດໜັກຈັດເຕັມ ຈັດງານແຕ່ງດອງແບບອະລັງການງານສ້າງ,  ງານແຕ່ງດອງຂອງ ແອັບເປີ້ນ ແລະ ຟຸກ ມີການເຮັດດອງຕາມປະເພນີເຖິງ 3 ສັນຊາດຄື: ໃນວັນທີ 3 ພະຈິກ ເຮັດງານດອງຕາມປະເພນີລາວ, ວັນທີ 4 ພະຈິກ ຈັດແບບປະເພນີຈີນມີການຍົກນໍ້າຊາ ແລະ ໃນວັນທີ 5 ພະຈິກ ມີການຈັດງານແຕ່ງດອງໃນໂຮງແຮມຫຼູ ພາຍໃນງານເຕັມໄປດ້ວຍຄວາມອະລັງການ ມາໃນໂທນງານສີ ຂາວ-ເທົາ ເບິ່ງສະບາຍຕາ ຕາມແບບຄວາມມັກຂອງທັງສອງ ແລະ ຍັງມີບັນດາໝູ່ເພື່ອນໃນວົງການບັນເທີງ ບັນດາເຊເລບຄົນດັງມາຮ່ວມສະແດງຄວາມຍິນດີຢ່າງຫຼວງຫຼາຍ. ນອກຈາກນີ້ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຍັງຈະບິນມາຈັດພິທີງານແຕ່ງດອງຢູ່ທີ່ ປະເທດລາວ ໃນວັນທີ 8 ພະຈິກ ທີ່ຈະເຖິງນີ້. (ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງຄົນຫຼາຍໆເດີ້)  …

Read More »

ຄົນລາວບໍ່ເຄີຍຖິ້ມກັນ! ຊົມເຊີຍນໍ້າໃຈຜູ້ໃຈບຸນຮ່ວມຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ!!!

ເປັນກະແສໃນຊ່ວງທ້າຍອາທິດທີ່ຜ່ານມາຈາກການລະດົມທຶນຂອງ ເອື້ອຍ ວັນທະວີ ສຸພານຸວົງ ແລະ ອ້າຍ ຕຸ້ຍ ໂອເວີ້ແດ້ນ ໃນວັນທີ 4 ພະຈິກ 2017 ເພື່ອຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ນະຄອນຫຼວງວຽງຈັນ ໃນວັນທີ 2 ພະຈິກ 2017 ຈົນເຮັດໃຫ້ມີຜູ້ຖືກເຄາະຮ້າຍຫຼາຍສິບຄອບຄົວ. ໃນວັນທີ 4 ພະຈິກ 2017 ເອື້ອຍວັນທະວີ ໄດ້ໂພສຂໍລະດົມທຶນທາງເຟສບຸກວ່າ: “ຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ມື່ວານນີ້… ຂ້ອຍ ແລະ ຕຸ້ຍ Touy Overdance ຮູ້ຈັກ ອ້າຍໄລ ຕັ້ງແຕ່ປີ 2010 ຕອນທີ່ພວກຂ້ອຍເລີ່ມເຮັດວຽກກັບ ອົງການແຄຣ໌ ນາໆຊາດ ປະຈຳລາວ, ອ້າຍໄລ ເປັນພະນັກງານຂັບລົດໃຫ້ໂຄງການ. ອ້າຍໄລ ເປັນຄົນນິໄສດີ ເປີດເຜີຍ ຊື່ສັດ ແລະອົດທົນບໍ່ວ່າວຽກໃນໂມງ …

Read More »

ສ່ອງ! ໝູ່ເຈົ້າສາວເຈົ້າບ່າວໃນງານແຕ່ງດອງຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ງານນີ້ບອກເລີຍເລີດໆ!!!

ໃນວັນທີ 3 ພະຈິກ 2017 ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວຢ່າງອະລັງການງານສ້າງບໍ່ວ່າຈະເປັນງານທີ່ມີຄວາມຫຼູຫຼາຈົນເປັນທີ່ຮືຮາຂອງບັນດາແຟນຄລັບ, ນອກຈາກນັ້ນບັນດາໝູ່ເພື່ອນເຈົ້າສາວ ເຈົ້າບ່າວ ກໍບໍ່ທຳມະດາ ບອກເລີຍງານນີ້ລວມບັນດາຄົນດັງ ເຊເລບຢ່າງຫຼວງຫຼາຍ. ລອງມາເບິ່ງກັນເລີຍ…ແຈ່ມໆທັງນັ້ນ!!! (ຂໍຂອບໃຈສຳລັບຮູບພາບ)

Read More »