ຄໍ່າຄືນຂອງວັນທີ 8 ສິງຫາ 2017 ເປັນທີ່ຮືຮາຂອງບັນດາແຟນຄລັບ ເພາະວ່າດາລາໝາຍເລກ 1 ອໍ້າ ພັດຊະຣາພາ ໄຊເຊື້ອ ຊຸບເປີສະຕາໂຕແມ່ຂອງວົງການບັນເທິງຂອງປະເທດເພື່ອນບ້ານ ໄດ້ໄປຮ່ວມງານປະກາດຜົນລາງວັນຂອງ ມາຍາແຊນເນວ ແລະຍັງເປັນດາລາຄົນສຸດທ້າຍທີ່ເດີນພົມແດງປິດທ້າຍງານ (Finale) ພາຍໃນງານກໍມີເຫຼົ່າບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ນຳໄປຕາມເຊຍ ຕາມກຣີດໆໆໆ ດາລາໃນດວງໃຈກັນຢ່າງຫຼວງຫຼາຍ, ແຖມງານນີ້ ຊຸບຕາໝາຍເລກ 1 ຍັງບໍ່ເຮັດໃຫ້ແຟນໆຜິດຫວັງ ເພາະສາມາດຄວ້າລາງວັນ “ດາລານຳຍິງຂວັນໃຈມະຫາຊົນ” ໃນລະຄອນເລື່ອງ ເພີງພະນາງ ທີ່ດາລາສາວຄົນນີ້ໄດ້ຫຼິ້ນໃນຊ່ວງຕົ້ນປີທີ່ຜ່ານມາຫຼັງຈາກທີ່ຫ່າງຫາຍງານທາງດ້ານລະຄອນມາດົນ. ຮູບພາບ: aum_patchrapa
Read More »pou peng
ພູມໃຈ! ບໍລິສັດຕົວແທນຈາກລາວ ໄດ້ຮັບລາງວັນຊຶ່ງເປັນທີ່ຍອມຮັບໃນລະດັບສາກົນ
Havas Riverorchid Laos ໄດ້ຮັບ 3 ລາງວັນສໍາລັບຜົນງານໂຄສະນານໍ້າດື່ມຫົວເສືອ ໃນງານ The Communitor Awards ປະຈໍາປີ ຄັ້ງທີ 23 ທີ່ປະເທດສະຫະລັດອາເມລິກາ. The Communitor Awards ແມ່ນລາງວັນລະດັບສາກົນທີ່ຍອມຮັບເຖິງຄວາມຄິດທີ່ຍິ່ງໃຫຍ່ໃນດ້ານການຕະຫຼາດ ແລະ ການສື່ສານ ເຊິ່ງໄດ້ກໍ່ຕັ້ງຂຶ້ນມາຫຼາຍກວ່າສອງທົດສະວັດແລ້ວ, ໂດຍໃນແຕ່ລະຄັ້ງ ຈະຮັບຜົນງານຫຼາຍກວ່າ 6,000 ລາຍການ ຈາກຫຼາຍໜ່ວຍງານໃນທົ່ວໂລກ, ເຮັດໃຫ້ລາງວັນດັ່ງກ່າວນີ້ ເປັນໜຶ່ງໃນລາງວັນທີ່ໃຫຍ່ທີ່ສຸດໃນໂລກ. Havas Riverorchid Laos ໄດ້ຮັບ 3 ລາງວັນ Silver ສໍາລັບຜົນງານໂທລະທັດກັບຜະລິດຕະພັນ ນໍ້າດື່ມຫົວເສືອ. ລາງວັນຊະນະເລີດ ໄດ້ແກ່ປະເພດ Health and Wellness ລວມໄປເຖິງໃນປະເພດ Craft ສໍາລັບຜົນງານຖ່າຍວິດີໂອໂຄສະນາດີເດັ່ນ ແລະມີເຕັກນິກພິເສດໃນການຖ່າຍວິດີໂອ. ຄວາມພະຍາຍາມໃນການສ້າງສັນຂຶ້ນ ແມ່ນພາຍໃຕ້ແນວຄວາມຄິດ “ພູມໃຈໃນຄວາມເປັນລາວ”. The …
Read More »ສາວງາມຄີງບາງຮ່າງນ້ອຍ! ຈິດສະດາ ວົງໄຊສະຫວາດ (ມຸກ) ຮອງອັນດັບ 2 ມິດແກຣນລາວ
ມາຮູ້ຈັກກັບອີກໜຶ່ງສາວຕຳແໜ່ງຮອງອັນດັບ 2 ມິດແກຣນລາວ 2017 ນັ້ນກໍຄື ຈິດສະດາ ວົງໄຊສະຫວາດ (ມຸກ) ອາຍຸ 21 ປີ ກຳລັງສຶກສາຢູ່ທີ່ ວິທະຍາໄລ ຣັດຕະນະ ບໍລິຫານທຸລະກິດ ຊັ້ນປີທີ 2, ມຸກ ຈິດສະດາເປັນສາວງາມທີ່ມີສະເໜ່ ເຈົ້າຂອງຄວາມສູງ 1.75 ຊັງຕີແມັດ ແຖມມີຮູບຮ່າງດີ ຄີງບາງຮ່າງນ້ອຍ ມີຮອຍຍິ້ມທີ່ງາມ ທີ່ສຳຄັນມີຄວາມສາມາດ ເປັນສາວໜັ້ນທີ່ມີຄວາມກ້າຄິດກ້າສະແດງອອກ. ຮູ້ບໍ່ວ່າ? ກ່ອນທີ່ ມຸກ ຈິດສະດາ ຈະໄດ້ຕຳແໜ່ງຮອງອັນດັບ 2 ມິສແກຣນລາວ ສາວຄົນນີ້ເຄີຍຜ່ານເວທີການປະກວດ ແລະວຽກໃນວົງການບັນເທີງມາແລ້ວເຊັ່ນ: ມຸກ ເລີ່ມເຂົ້າວົງການບັນເທີງມາຕັ້ງແຕ່ອາຍຸ 16 ປີ ໂດຍການເຂົ້າປະກວດນາງສັງຂານນະຄອນຫຼວງວຽງຈັນ ປີ 2013 ຕິດຮອບ 7 ຄົນສຸດທ້າຍ ແລະເປັນໜຶ່ງໃນຂະບວນແຫ່ນາງສັງຂານ ເປັນໜື່ງໃນລູກສາວຂອງ ພະຍາກະບິນລະພົມ. ຈາກນັ້ນກໍເລີ່ມມີຄົນຮູ້ຈັກ ແລະ ເລີ່ມຮັບງານໃນວົງການບັນເທີງມາເລື້ອຍໆເດັ່ນໆກໍຈະເປັນງານເດີນແບບ, …
Read More »ໂງ່ຕັ້ງດົນ! ແຊຣເກັບໄວ້ເບິ່ງເລີຍ ວິທີໄປເຮັດ Passport ງ່າຍໆ ມາເບິ່ງວິທີດ່ວນນນ!!!
ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດຈາກການຂຽນລີວິວຈາກຜູ້ໃຊ້ເຟສບຸກລາຍໜຶ່ງມາຝາກ ມາເບິ່ງ ແລະຢ່າລືມແຊຣເກັບໄວ້ເບິ່ງເດີ້!!! ມື້ນີລອງໄປເຮັດ Passport ດ້ວຍຕົວເອງມາ (ຄົນນະຄອນຫລວງ) ເພື່ອຄົນທີ່ຢາກມີພາສປອດ ແນະນຳໄປລອງເຮັດເບີ່ງເດີ້ ເຮັດງ່າຍກະທັດຮັດບໍ່ຫລາຍຂັ້ນຕອນແລ້ວ ແລະສະດວກສະບາຍວ່ອງໄວກວ່າເກົ່າຫລາຍ ມີແຕ່ຂຽນຟອມເຊັນແຕ່ບ້ານໄປຍື່ນເລີຍ ບໍ່ຕ້ອງເຊັນເມືອງ ຕ່າງຈາກແຕ່ກີ້ ???? #ເອກະສານແລະສິ່ງທີ່ຕ້ອງຕຽມຕາມນີ້ເລີຍ – ການແຕ່ງໂຕ ຕ້ອງຜົມດຳ ໃສ່ເສື້ອມີຄໍ ແລະເສື້ອສູດ(ສີດຳຫລືກົມ ບໍ່ແມ່ນສີຂາວ) ຜູ້ຊາຍໃສ່ສົ້ງຂາຍາວ, ຜູ້ຍິງແມ່ນນຸ່ງສິ້ນ – ປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ – ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 …
Read More »ຢາກຮັກມາຮັກກັນ ນູ່ນີ່-ອ໋ອບມີລຸ້ນ… (ມີຄລິບ)
ເລີ່ມຕົ້ນວັນຈັນ ວັນທີ 7 ສິງຫາ 2017 ດ້ວຍຄວາມຮັກ, ເດີນທາງມາຮອດບົດສະຫຼຸບຂອງລາຍການ “Take me out reality” ເປັນລາຍການທີ່ຕໍ່ຍອດມາຈາກ “Take me out Thailand” ທີ່ຫຼັງຈາກບັນດາຄູ່ໝຸ່ມສາວໄດ້ເທັກກັນອອກມາແລ້ວຈະຕ້ອງໄດ້ໄປອອກເດດກັນໃນໄລຍະໜຶ່ງ ເພື່ອຮຽນຮູ້ເຊິ່ງກັນແລະກັນ ແລະໜຶ່ງໃນນັ້ນກໍມີຄູ່ຂອງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສາວລາວ-ບ່າວໄທ ທີ່ກຳລັງເປັນກະແສ… ແລະກໍມີແຟນຄລັບບໍ່ໜ້ອຍທີ່ລໍຖ້າລຸ້ນ ຖ້າເຊຍ ວ່າບົດສະຫຼຸບຂອງສອງຄົນນີ້ຈະເປັນແນວໃດ? ຈະຄົບກັນຕໍ່ແທ້ບໍ່?, ວັນທີ 6 ສິງຫາ 2017 ລາຍການດັ່ງກ່າວກໍໄດ້ເຜີຍແຜ່ພາບແລ້ວວ່າທັງສອງມີລຸ້ນຄົບກັນຕໍ່ແນ່ນອນ ເພາະໄດ້ມີການມອບຊໍ່ດອກໄມ້ ແລະ ເວົ້າເປີດໃຈແບບໝົດເປືອກ ງານນີ້ເຮັດເອົາບັນດາແຟນຄລັບທຸກໆຄົນຍິ້ມໄປຕາມໆກັນ. ຈະຫວານເວີ້ຂະໜາດໃດ ຂວັນໃຈ ເຮົາກໍມີຄລິບສ່ວນໜຶ່ງໃນລາຍການມາຝາກແຟນໆນຳເດີ້!!! ຮູບພາບ: Yingyot Aoflaiprang Kanjananiyom , Noony Koumphonphakdee ຄລິບ: Angthika Sirithanachareon
Read More »