ຫວານເວີ້!!! ແບບບໍ່ອີ່ຕົນຄົນໂສດກັນເລີຍສຳລັບຄູ່ຮັກດາລາ ບາບີ້ ປີຍະມາດ (ນາງແບບ-ນັກສະແດງ) ແລະ ອະເລັກ (ນັກຮ້ອງຮິບຮ໋ອບແຫ່ງວົງ LOG) ທີ່ທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາໄລຍະໜຶ່ງແລ້ວ ແຕ່ເບິ່ງໄປກໍຍັງບໍ່ມີທີທ່າວ່າຄວາມຫວານຈະຫຼຸດລົງແຕ່ຢ່າງໃດ, ຫຼ້າສຸດສາວ ບາບີ້ ກໍໄດ້ໂພສຮູບລົງໃນອິນສະຕາແກຼມເປັນຮູບຄູ່ສຸດໜ້າຮັກພ້ອມຂຽນຄຳອະທິບາຍວ່າ “ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ” ພ້ອມຊູ 2 ນິ້ວໃນຮູບພາບເຊິ່ງຊື່ຄວາມໝາຍວ່າໄດ້ຄົບກັນມາເປັນເວລາ 2 ປີແລ້ວ, ພໍແຕ່ໂພສກໍເຮັດໃຫ້ມີບັນດາຄົນໃນວົງການບັນເທີງ ແລະບັນດາແຟນຄລັບຂອງທັງສອງເຂົ້າມາຄອມເມັ້ນຍິນດີ ແລະ ຍ້ອງໃນຄວາມໜ້າຮັກຂອງພວກເຂົາ. ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ A post shared by Barbie? (@barbie_piyamarth) on Aug 15, 2017 at 6:42am PDT #ຖ້າຈະຫວານຂະໜາດນີ້ແຊຣໄປໃຫ້ໂລກຮູ້ນຳແດ່ ຮູບພາບ: barbie_piyamarth, aleqs
Read More »pou peng
ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ
ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວໃນຊ່ວງທ້າຍອາທິດທີ່ຜ່ານມາ ເຊິ່ງພະເອກສຸດເຈົ້າຊູ້ຄົນນີ້ໄດ້ເຊັກອິນຢູ່ທີ່ນະຄອນຫຼວງວຽງຈັນໃນວັນທີ 12 ສິງຫາ 2017 ແລະ ໄດ້ເຊັກອິນຢູ່ທີ່ແຂວງ ຫຼວງພະບາງ ໃນວັນທີ 13 ສິງຫາ 2017, ເຊິ່ງການມາ ສປປ ລາວ ຂອງພະເອກໜຸ່ມ ຊາຄຣິດໃນເທື່ອນີ້ແມ່ນມາພ້ອມດ້ວຍທີມງານ ແລະຍັງໄດ້ກິນອາຫານລາວ ຊີ້ນຈຸ່ມແຈ່ວເພ້ຍ ແລະຍັງມີໂອກາດໄດ້ຂີ່ລົດຈຳໂບ້ ແລະພະເອກໜຸ່ມຄົນນີຍັງໄດ້ໂພສລົງໃນອິນສະຕາແກຼມອີກດ້ວຍ. ການມາ ສປປ ລາວ ໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດຂອງພະເອກໜຸ່ມຄົນນີ້ແຕ່ຢ່າງໃດ ແລະ ເວົ້າໄດ້ເລີຍວ່າ ຊາຄຣິດ ແຍ້ມນາມ ກໍເປັນອີກນັກສະແດງຂອງປະເທດເພື່ອນບ້ານທີ່ມາປະເທດລາວເຮົາຫຼາຍຕໍ່ຫຼາຍເທື່ອແລ້ວ. ปิดท้ายคืนนี้ด้วยจิ้มจุ่มแจ่วเพี้ย ณ เวียงจันทน์ประเทศลาว Laos ?? A post shared by shahkrit (@shahkrit) on Aug 12, 2017 at 9:24am PDT …
Read More »ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ໜຶ່ງໃນດາວເດັ່ນຂອງການປະກວດມິດຢູນີເວີຣສລາວ (Miss Universe Laos 2017)
ເຜີຍໂສມໜ້າໃຫ້ເຫັນກັນເປັນທີ່ຮຽບຮ້ອຍແລ້ວສຳລັບບັນດານາງສາວງາມຜູ້ເຂົ້າຮອບ 10 ຄົນສຸດທ້າຍຂອງການປະກວດມິດຢູນີເວີຣສລາວ (Miss Universe Laos 2017) ແລະ ໜຶ່ງໃນບັນດາສາວງາມທີ່ກຳລັງເປັນກະແສ ຫຼືຈະເອີ້ນວ່າເປັນດາວເດັ່ນກໍວ່າໄດ້ນັ້ນກໍຄື ນຸ້ຍ ສຸພາພອນ ສົມວິຈິດ ອາຍຸ 20 ປີ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຄຸ້ນໜ້າຄຸ້ນຕາກັນສາວຄົນນີ້ເປັນຢ່າງດີ ເພາະນາງກໍເປັນໜື່ງໃນຜູ້ທີ່ເສີດສາຍໃນວົງການບັນເທິງເຊິ່ງ ນຸ້ຍ ສຸພາພອນ ກໍເປັນອີກໜຶ່ງສາວທີ່ມີຄວາມສາມາດຫຼາກຫຼາຍຢ່າງ ແລະ ຜ່ານງານໃນວົງການບັນເທິງບ້ານເຮົາມາຢ່າງຫຼວງຫຼາຍ ບໍ່ວ່າຈະເປັນດ້ານການປະກວດ, ການເດີນແບບ, ຖ່າຍແບບ ແລະ ສະແດງເອັມວີໃຫ້ແກ່ວົງຣ໋ອກຊື່ດັງມາແລ້ວ, ດັ່ງນັ້ນ ລອງມາຮູ້ຈັກກັນສາວງາມຄົນນີ້ກັນເລີຍ!!! ນຸ້ຍ ສຸພາພອນ ສົມວິຈິດ ອາຍຸ 20 ປີ ລວງສູງ 1,78 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້ ສາຂາບໍລິການທຸລະກິດ, ຜົນງານໃນໄລຍະທີ່ຜ່ານມາແມ່ນມາຈາກການປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງ ຮອງນາງສາວນະຄອນຫຼວງ ຫຼື ເອີ້ນວ່າ ຮອງອັນດັບໜຶ່ງ, ຕໍ່ມາມີວຽກດ້ານການຖ່າຍແບບ-ເດີນແບບຕາມວາລະສານ (ວາລະສານ …
Read More »ເຜີຍໂສມ 10 ນາງສາວຜູ້ເຂົ້າຮອບມິດຢູນີເວີຣສລາວ (Miss Universe Laos 2017)
ເຜີຍໂສມສາວງາມຜູ້ເຂົ້າຮອບ ມິດຢູນີເວີຣສລາວ (Miss Universe Laos 2017) ເປັນທີ່ຮຽບຮ້ອຍແລ້ວ ໂດຍຄັດເລືອກມາໄດ້ທັງໝົດ 10 ນາງສາວເຊິ່ງເປັນຜູ້ທີ່ມີເງື່ອນໄຂເໝາະສົມ ແລະ ຈະມີການແຂ່ງຂັນໃນຮອບສຸດທ້າຍ (Final Show) ໃນວັນທີ 26 ສິງຫາ 2017 ເວລາ 19:00 ໂມງ ທີ່ສູນປະຊຸມແຫ່ງຊາດ. ນາງ ວາລິສະລາ ຕັງສຸວັນ, ອາຍຸ 27 ປີ, ລວງສູງ 1,70 ຊັງຕີແມັດ 2. ນາງ ຕົ້ນຄຳ ພົນຈັນເຮືອງ, ອາຍຸ 22 ປີ, ລວງສູງ 1,75 ຊັງຕີແມັດ 3. ນາງ ສຸພາພອນ ສົມວິຈິດ, ອາຍຸ 20 ປີ, ລວງສູງ 1,78 ຊັງຕີແມັດ …
Read More »ພິທີຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 20 ປີ ສປປ ລາວ ເຂົ້າອາຊຽນ
ໃນຕອນເຊົ້າຂອງວັນທີ 12 ສິງຫາ 2017, ທີ່ສວນສະທາລະນະປະຕູໄຊ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີຍ່າງເພື່ອສຸຂະພາບ ເຊິ່ງເປັນໜຶ່ງໃນບັນດາກິດຈະກຳທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 50 ປີ (8/81997-8/8/2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2017). ໃຫ້ກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບຄັ້ງນີ້ມີ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາອະດີດການນຳ, ລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານ, ທະຫານ, ຕຳຫຼວດຈາກບັນດາກະຊວງ ແລະ ຂະແໜງຕ່າງໆທີ່ຮັບຜິດຊອບວຽກອາຊຽນ, ບັນດາເອກອັກຄະລັດຖະທູດ ແລະ ນັກການທູດປະເທດຕ່າງໆ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ …
Read More »