Breaking News

ພິທີຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 20 ປີ ສປປ ລາວ ເຂົ້າອາຊຽນ

ແບ່ງປັນ

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2017, ທີ່ສວນສະທາລະນະປະຕູໄຊ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີຍ່າງເພື່ອສຸຂະພາບ ເຊິ່ງເປັນໜຶ່ງໃນບັນດາກິດຈະກຳທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 50 ປີ (8/81997-8/8/2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2017).

ໃຫ້ກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບຄັ້ງນີ້ມີ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາອະດີດການນຳ, ລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານ, ທະຫານ, ຕຳຫຼວດຈາກບັນດາກະຊວງ ແລະ ຂະແໜງຕ່າງໆທີ່ຮັບຜິດຊອບວຽກອາຊຽນ, ບັນດາເອກອັກຄະລັດຖະທູດ ແລະ ນັກການທູດປະເທດຕ່າງໆ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໃນພິທີກ່າວເປີດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢໍ້າເຖິງຄວາມໝາຍສຳຄັນຂອງວັນອາຊຽນ ໂດຍສະເພາະຜົນສຳເລັດຂອງອາຊຽນຕະຫຼອດໄລຍະ 50 ປີທີ່ຜ່ານມາ ອັນໄດ້ນຳມາສູ່ການປະກາດສ້າງຕັ້ງປະຊາຄົມອາຊຽນຢ່າງເປັນທາງການ ໃນວັນທີ 31 ທັນວາ 2015. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງໜ້າ ໃນທຸກໆຂົງເຂດການຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ ຈາກຂະບວນການສ້າງປະຊາຄົມອາຊຽນ ແລະ ພ້ອມຈະສືບຕໍ່ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ປີກາຍນີ້ ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນຄັ້ງທີສອງ ແລະ ໄດ້ຮັບຜົນສຳເລັດອັນຈົບງາມ ເຊິ່ງໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.

ຊົມເຊີຍ!!! ພິທີຢ່າງເພື່ອສຸຂະພາບວັນອາຊຽນ ວັນທີ 12 ສິງຫາ 2017, ໂດຍການເປັນປະທານງານໃນຄັ້ງນີ້ໂດຍ ທ່ານ ທອງລຸນ ສີລຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນຖານະແຂກກິດຕິມະສັກ, ກ່າວເປີດງານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ.

โพสต์โดย Target Hot News บน 11 สิงหาคม 2017

 

ການຈັດກິດຈະກຳຢ່າງເພື່ອສຸຂະພາບໃນຄັ້ງນີ້ ນອກຈາກຈະເປັນການສະເຫຼີມສະຫຼອງ 2 ວັນສຳຄັນດັ່ງກ່າວແລ້ວ, ຍັງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ປວງຊົນລາວ ກ່ຽວກັບປະຊາຄົມອາຊຽນ ໂດຍລວມ.

 

?????? ພິທີຢ່າງເພື່ອສຸຂະພາບວັນອາຊຽນ, ວັນທີ 12 ສິງຫາ 2017 ?? ເປັນປະທານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

โพสต์โดย NayNey Sitthiphone บน 11 สิงหาคม 2017

 

 

ແບ່ງປັນ