ລູກນໍ້າ ທິດາລັດວົງສິຣິ ດາລາ-ນັກສະແດງຄົນດັງຈາກລາວຮ່ວມງານ “Feora the idol awards” ໃນວັນທີ 20 ສິງຫາ 2017 ທີ່ຜ່ານມາ ້ເຊິ່ງ ລູກນໍ້າ ມາໃນຊຸດລາຕີຍາວສີຟ້າ ຂໍບອກວ່າງາມຫຼາຍໆ, ນອກຈາກນັ້ນຍັງໄດ້ຮ່ວມສຳພາດກັບນັກສະແດງໜຸ່ມຈາກປະເທດໄທມີນາມວ່າ ເຈເຈ ແລະບັນດາສື່ມວນຊົນຈາກປະເທດໄທກໍຍັງໃຫ້ຄວາມສົນໃຈດາລາສາວຈາກປະເທດລາວຄົນນີ້ຢ່າງຫຼວງຫຼາຍ!!! ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ກໍເປັນອີກໜຶ່ງດາລາສາວທີ່ມີຄວາມໂດ່ງດັງຢູ່ທັງພາຍໃນ ແລະ ຕ່າງປະເທດ ແລະ ກ່ອນໜ້ານີ້ສາວ ລູກນໍ້າ ກໍຍັງມີໂອກາດໄດ້ໄປຮ່ວມໃນງານປະກາດຜົນລະດັບປະເທດຂອງປະເທດເພື່ອນບ້ານ ເດີນເສີດສາຍໃນພົມແດງຮ່ວມກັບດາລາດັງໆຂອງປະເທດໄທມາແລ້ວຫຼາຍຄົນ ຈົນເກີດເປັນກະແສ Talk of the town ໃນໄລຍະທີ່ຜ່ານມາອີກດ້ວຍ. ຂໍຂອບໃຈ: Louknum Vongsili
Read More »pou peng
ເຖິງຂັ້ນໃຈລະລາຍ! ຈ່ອນນີ້ ໄຊຍະສານ ໂຊກ້າມທ້ອງສຸດເຊັກຊີ່!!!
ເປັນກະແສຮ້ອນແຮງກັນອີກແລ້ວ!!! ສຳລັບໜຸ່ມ ສິລິວັນ ໄຊຍະສານ ຫຼື ຈ່ອນນີ້ ໝຸ່ມນາຍແບບຜູ້ທີ່ເຄີຍໄປອອກລາຍການເລືອກຄູ່ຊື່ດັງ ເທັກມີເອົ້າໄທແລນ, ຊ່ວງນີ້ໃຜທີ່ເປັນແຟນຄລັບກໍຈະເຫັນ Life-stlye ເພາະຊ່ວງຫຼັງໆມານີ້ຖືວ່າໜຸ່ມຈ່ອນນີ້ເອົາໃຈໃສ່ຟິດຫຸ່ນ ຫຼິ້ນກ້າມ ເປັນພິເສດແດ່ ເຫັນໄດ້ເຖິງການໂພສຮູບຜ່ານສື່ອອນລາຍທີ່ຢູ່ໃນ Gym ເປັນປະຈຳ, ແຕ່ຫຼ້າສຸດ ຈ່ອນນີ້ ເຮັດໃຫ້ບັນດາເຫຼົ່າແຟນຄລັບຕ້ອງເຊັດນໍ້າລາຍ ບາງຄົນເຖິງຂັ້ນໃຈລະລາຍ (555) ເມື່ອໜຸ່ມຄົນນີ້ໂພສຮູບພາບໂຊກ້າມທ້ອງ (Six-pack) ເັຮດໃຫ້ສາວໆ ທັງສາວແທ້ ສາວທຽມເພີ້ຝັນໄປຕາມໆກັນ. ເວົ້າໄປແຟນໆຄົງຈະບໍ່ເຊື່ອ? ລອງມາເບິ່ງໃຫ້ເຫັນຕົວເອງເບິ່ງເລີຍວ່າ ໜຸ່ມ ຈ່ອນນີ້ ໄຊຍະສານ ມີຄວາມເຈົ້າຊູ້່ ແລະ ເຊັກຊີ່ເຖິງຂັ້ນໃຈລະລາຍຊໍ່າໃດ? ຮູບພາບ: omahjohn
Read More »ບໍ່ທຳມະດາ! ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ດາວເດັ່ນໃນການປະກວດ Miss Universe Laos 2017
ອີກແລ້ວກັບ ຊະນີIndy ເຈົ້າເກົ່າເຈົ້າເດີມ ເຈົ້າແມ່ຂາຊ໋ອກແຊ໋ກແຫ່ງວົງການບັນເທີງ, ມື້ນີ້ຈະພາແຟນໆມາຮູ້ຈັກກັບນ້ອງສາວຄົນງາມ ນ້ອງ ຕົ້ນຄຳ ພົນຈັນເຮືອງ ຫຼື ເຈນນີ້ ອາຍຸ 23 ປີ ສາວກ້ານຍາວຜູ້ທີ່ມີຄວາມສູງເຖິງ 175 ຊັງຕີແມັດ ຜູ້ເຂົ້າປະກວດໝາຍເລກ MUL2 ອີກໜຶ່ງສາວດາວເດັ່ນທີ່ແຟນໆຕ່າງພາກັນລຸ້ນກັນເຊຍຢາກໃຫ້ນາງໄດ້ມົງກຸດອັນຊົງກຽດແຫ່ງເວທີ Miss Universe Laos 2017 ມາຄອບຄອງ, ເຫັນງາມໆຫຸ່ນສູງຍາວເຂົ່າດີແບບນີ້ບອກເລີຍເດີ້ວ່ານາງບໍ່ທຳມະດາອີຫລີ ນາງມີຄວາມສາມາດຫຼາກຫຼາຍ ທັງຜ່ານເວທີປະກວດໃຫ່ຍໆລະດັບປະເທດ, ເປັນພີທີກອນ, ນາງແບບ ແລະອີກຫຼາຍໆຢ່າງທີ່ ສາວ ເຈນນີ້ ຕົ້ນຄຳກຳລັງເຮັດຢູ່… ຫັ້ນແນ່ ເວົ້າແບບນີ້ຢາກຮູ້ຈັກຕົວຕົນຂອງສາວງາມຜູ້ມີຄຸນສົມບັດພຽບພ້ອມຄົນນີ້ແລ້ວແມ່ນບໍ່… ບໍ່ລໍຖ້າເດີ້!!! ມາເລີຍດຽວ ຊະນີIndy ຈັດໃຫ້ແບບສຳພາດພິເສດລອງມາຮູ້ຈັກກັບ ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ຄົນນີ້ລອງເບິ່ງຮັບຮອງນາງມີຄວາມງາມ ໜ້າຮັກ ເຊັກຊີ່ມີສະເໜ່ ແຖມເປັນລູກກະຕັນຍູ ເຊື່ອວ່າທຸກໆຄົນຕ້ອງຕົກຫຼຸມຮັກນາງແນ່ນອນ!!! #ແຊຣໄປເປັນກຳລັງໃຈໃຫ້ນ້ອງເຈນນີ້ຄົນງາມແດ່ ຂວັນໃຈ: ສະບາຍດີ ເຈນນີ່ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຜົນງານທີ່ຜ່ານມາ…ມີເຄີຍປະກວດເວທີໃດມາກ່ອນບໍ່? ເຈນນີ້: ສະບາຍດີ ຊື່ ຕົ້ນຄຳ …
Read More »ສັນຕິ ໜຸ່ມລາວບໍ່ຖືກ (Black out) ແຖມຍັງໄດ້ຄູ່ເປັນສາວປະເພດສອງສຸດໜ້າຮັກຊື່ວ່າ ເປົາເປົາ!!! (ມີຄລິບ)
ເປັນກະແສຮືຮາໃນຊ່ວງທ້າຍອາທິດກ່ອນ ເມື່ອພິທີກອນຂອງລາວ ສັນຕິກອນ ສີວິໄລ (ສັນຕິ) ອາຍຸ 25 ປີ ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ເຊິ່ງໜຸ່ມສັນຕິນັ້ນໄດ້ເປັນຊາຍໜຸ່ມຄົນທຳອິດທີ່ໄປຢືນໃນ ເທັກມີເອົ້າຊີຊັ່ນ 12 ແລະ ເປັນຜູ້ຊາຍລາວ ຄົນທີ່ 2 ທີ່ໄດ້ໄປອອກລາຍການດັ່ງກ່າວ. ອາທິດກ່ອນແຟນໆຕ່າງກໍພາກັນລຸ້ນວ່າໜຸ່ມ ສັນຕິ ຈະຖືກ (Black-out) ຫຼືບໍ່? ແຕ່ຂໍບອກເລີຍວ່າບໍ່ເດີ້ ແລະ ສັນຕິ ກໍຍັງເປັນທີ່ຖືກໃຈຂອງສາວໆຈາກປະເທດເພື່ອນບ້ານ ເລີ່ມຕົ້ນດັບໄຟໄປພຽງແຕ່ 5 ຄົນຍັງເຫຼືອເຖິງ 25 ຄົນ, ແລະ ສາວໂສດທີ່ເປັນຄູ່ຂອງໜຸ່ມສັນຕິກໍຄື ເປົາເປົາ ສາວປະເພດສອງສຸດໜ້າຮັກຈາກປະເທດເພື່ອນບ້ານ ເປັນຄົນທີ່ຕອບຄຳຖາມໄດ້ຖືກໃຈໜຸ່ມສັນຕິທີ່ສຸດ. ມີຄລິບຈາກລາຍການ Take Me Out Thailand ມາຝາກນຳເດີ້!!! ຂໍຂອບໃຈ: Take Me Out Thailand
Read More »ຟັງແລ້ວອາຍໜ້າແດງເລີຍ! ຕ່າຍ ອາກາດ ປ່ອຍຊິງເກີ້ນໃໝ່ “ມີແຕ່ໃຈ” ເອົາໃຈສາວໆໂດຍສະເພາະ (ມີຄລິບ)
ຕ່າຍ ຂຸນຄຳ ຫຼື ຕ່າຍ ອາກາດ ນັກຮ້ອງ-ນັກດົນຕີ ສຸດເຈົ້າຊູ້ ເຈົ້າຂອງບົດເພງດັງຫຼາຍບົດເພງເຊັ່ນ: ແທງ, ເຈົ້າບໍ່ແມ່ນອາກາດ, ຕະຫຼອດໄປ ແລະ ອີກຫຼາຍໆບົດເພງ ໄດ້ປ່ອຍຊິງເກີ້ນ (Single) ເພງໃໝ່ຫຼ້າສຸດ “ມີແຕ່ໃຈ” ເຮັດອອກມາເອົາໃຈສາວໆໂດຍສະເພາະ, ບອກເລີຍງານນີ້ສາວໆຄົນໃດໄດ້ຍິນໄດ້ຟັງເປັນຕ້ອງອາຍແກ້ມແດງກັນໄປເລີຍ ເພາະບົດເພງນີ້ສື່ຄວາມໝາຍເຖິງຊາຍໜຸ່ມທີ່ຮ້ອງເພງໃຫ້ສາວຄົນຮັກ ແລະຊາຍໜຸ່ມຄົນນັ້ນກໍພະຍາຍາມບອກໃຫ້ສາວຄົນຮັກຟັງວ່າຕົນເປັນຄົນຮັກແທ້ແລະມີແຕ່ໃຈຈິງທີ່ຢາກມອບໃຫ້ສາວຄົນຮັກ. ເພງ: ມີແຕ່ໃຈ ເພງໃໝ່ລ້າສຸດຂອງໜຸ່ມ ຕ່າຍ ອາກາດ ທີ່ເຮັດເພງອອກມາເອົາໃຈສາວໆໂດຍສະເພາະ ແຟນຄັບຂອງໜຸ່ມຕ່າຍຢ່າລືມ LIke & Share (ກົດHDເພື່ອຮຽນຮ້ອງເພງນີກັບຕ່າຍ) โพสต์โดย Indeerecords Fan Page บน 16 สิงหาคม 2017 ສຳລັບ ຕ່າຍ ອາກາດ ປັດຈຸບັນກຳລັງສຶກສາຢູ່ທີ່ ສປ ຈີນ ແຕ່ຍ້ອນຄວາມຄິດຮອດແຟນເພງ ຄິດຮອດສຽງເພງລາວ ຈຶ່ງມີຄວາມຄິດຢາກເຮັດເພງເພື່ອເອົາໃຈແຟນໆ ແຕ່ ຕ່າຍ …
Read More »