Breaking News

pou peng

ມາຮ່ວມເປັນກຳລັງໃຈ! 2 ສາວນາງງາມຈາກລາວ ເປັນຕົວແທນບິນລັດຟ້າໄປປະກວດທີ່ ສປ ຈີນ!!!

ຮ່ວມເປັນກຳລັງໃຈໃຫ້ສອງສາວຈາກປະເທດລາວເຮົາ ກິດສະດາ ວົງໄຊສະຫວາດ (ຮອງອັນດັບສອງ) ແລະ ແສງສະຫວັນ ສີຫາລາດ (ຮອງອັນດັບສີ່) Miss Grand Laos 2017 ໄປຮ່ວມປະກວດ The 13th Miss China-Asean Etiquette Pageant ທີ່ ສປຈີນ ແຕ່ວັນທີ 27/8-14/9/2017. ກິດສະດາ ວົງໄຊສະຫວາດ (ມຸກ) ຮອງອັນດັບສອງMiss Grand Laos 2017 ແສງສະຫວັນ ສີຫາລາດ (ມູ່ມີ່) ຮອງອັນດັບສີ່ Miss Grand Laos 2017 ທີ່ມາ: MISS GRAND LAOS ມີສແກຣນລາວ

Read More »

ເປັນໄປຕາມຄາດ! ສຸພາພອນ ສົມວິຈິດ (ນຸ້ຍ) ຄວ້າຕຳແໜ່ງ Miss Universe Laos ຄົນທຳອິດ!!!

ຜ່ານໄປແລ້ວໃນຄໍ່າຄືນຂອງວັນທີ 26 ສິງຫາ 2017 ສຳລັບການປະກວດ Miss Universe Laos 2017 , ສາວງາມຜູ້ທີ່ທີຄວາມເໝາະສົມ ແລະ ສາມາດຄ້ວາຕຳແໜ່ງອັນຊົງກຽດນີ້ໄປຄອງນັ້ນກໍຄື ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ ໝາຍເລກ MUL3 ໄດ້ເປັນ Miss Universe Laos 2017 ຫຼຶ ນາງງາມຈັກກະວານລາວຄົນທຳອິດ ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນອີກດ້ວຍ.  ແລະ ຍັງບໍ່ໝົດເພາະ ນຸ້ຍ ສຸພາພອນ ຍັງຄວ້າອີກ 2 ຕຳແໜ່ງນັ້ນກໍຄື: “Miss Elegance”  ແລະ “Miss Best Personality”  ຖືວ່າເວທີນີ້ ນຸ້ຍ ສຸພາພອນ ຄວ້າໄປເຖິງ 3 ລາງວັນກັນເລີຍ!!! (ຂໍສະແດງຄວາມຍິນດີ) ສ່ວນຕຳແໜ່ງຮອງ Miss …

Read More »

ໂປຟາຍບໍ່ທຳມະດາ! ອອນອະນົງ ດີກຼີນັກຮຽນນອກອີກໜຶ່ງສາວທີ່ໜ້າຈັບຕາເບິ່ງໃນ Miss Universe Laos!!!

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe Laos 2017 ແລະ ຈະປະກວດກັນໃນວັນທີ 26 ສິງຫາ 2017 ນີ້, ໃນມື້ນີ້ ຊະນີIndy ກໍມີອີກໜຶ່ງນ້ອງນາງສາວ ອອນອານົງ ຫອມສົມບັດ (ອອນ) ໝາຍເລກ MUL9 ທີ່ເວົ້າໄດ້ເລີຍວ່ານາງເປັນຄົນທີ່ງາມ ແລະເກັ່ງຫຼາຍມີຄຸນນະສົມບັດພຽບພ້ອມ, ທີ່ເວົ້າມາບໍ່ແມ່ນວ່າຈະມາເຊຍ ຫຼື ເວົ້າໃຫ້ແຟນໆຫຼົງເຊື່ອແຕ່ໂປຟາຍຂອງນາງບໍ່ທຳມະດາອີ່ຫຼີ ລອງມາຮູ້ຈັກກັບສາວງາມຄົນນີ້ຈາກບົດສຳພາດແບບເຈາະເລິກແລ້ວທຸກຄົນຈະໄດ້ຮູ້ວ່າຄົນລາວ ແມ່ຍິງລາວເຮົາເກັ່ງພຽງໃດ… #ຄົນລາວເຮົາເກັ່ງປານນີ້ຖ້າຫຍັງຢູ່ແຊຣໄປໃຫ້ໂລກຮູ້ ຂວັນໃຈ: ສະບາຍດີ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຈົບການສຶກສາ-ສາຂາ? ຄວາມສາມາດພິເສດ? ຄວາມຮູ້ດ້ານພາສາ ໄດ້ຈັກພາສາ? ໄດ້ຍິນວ່າເປັນເດັກທຶນ ມີໄດ້ທຶນຫຍັງແດ່…ເຄີຍໄປຮຽນປະເທດໃດແດ່? ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ22ປີ,  ປັດຈຸບັນຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 ພາສາ ລາວ,ໄທ,ອັງກິດ. ຕັ່ງແຕ່ ຍັງນ້ອຍ …

Read More »

ຄະນະມິສແກຣນລາວ 2017 ແລະ ນາງສາວລາວ 2016 ຮ່ວມສຳພາດໃນ Workpoint ໂທລະພາບດັງຂອງໄທ ເພື່ອສົ່ງເສີມເຜີຍແຜ່ວັດທະນາທຳ ແລະ ການທ່ອງທ່ຽວລາວ.

ເປັນທີ່ຍິນດີເມື່ອບັນດາຄະນະນາງສາວ ມິສແກຣນລາວ 2017 ນຳທີມໂດຍ ຟ້າໃສ ນໍລະສິງ ມິສແກຣນລາວ 2017 , ມີ່ມີ່ ພູນຊັບ ຮອງອັນດັບ 1 ມິສແກຣນລາວ 2017, ແລະ ບັນດານ້ອງນາງສາວຮອງມິສແກຣນ ແລະ ນອກຈາກນັ້ນຍັງມີ ບຸດສະບາ ແສງປັນ ນາງສາວລາວ 2016 ທີ່ໄດ້ໄປຢ້ຽມຢາມ ແລະ ຮ່ວມໃຫ້ສຳພາດ ໃນວັນທີ 25 ສິງຫາ 2017 ເພື່ອສົ່ງເສີມເຜີຍແຜ່ວັດທະນາທຳ ແລະ ການທ່ອງທ່ຽວລາວ ໃນໂທລະພາບ Workpoint  ຊຶ່ງເປັນໂທລະພາບທີ່ມີຊື່ສຽງໃນປະເທດເພື່ອນບ້ານ. ເຊິ່ງກໍຖືວ່າເປັນການດີທີ່ຄົນລາວເຮົາກໍສາມາດໄປເຜີຍແຜ່ວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວຂອງປະເທດລາວທີ່ງົດງາມໃຫ້ຊາວຕ່າງຊາດໄດ້ຮັບຮູ້. #ເປັນເລື່ອງດີທີ່ຄວນແຊຣ ຮູບພາບ: MISS GRAND LAOS ມີສແກຣນລາວ

Read More »

ງາມຫຼາຍ! ມາເບິ່ງການນຸ່ງຖືແບບລາວໆຂອງສາວ ບາບີ້ ປິຍະມາດ!!!

ມື້ນີ້ ຊະນີIndy ນຳເອົາຮູບພາບງາມໆຂອງສາວ ບາບີ້ ປິຍະມາດ ນາງແບບ-ນັກສະແດງ ມາຝາກທຸກຄົນບອກເລີຍວ່າ ບາບີ້ ກໍເປັນດາລາສາວຂອງລາວທີ່ມັກນຸ່ງຖືຊຸດໄໝລາວ ເບິ່ງແລ້ວງາມອ່ອນຊ້ອຍ ສົມກັບເປັນແມ່ຍິງລາວທີ່ສຸດ, ບໍ່ວ່າຈະເປັນມື້ທຳມະດາ ຫຼື ຕາມເທສະການຕ່າງໆກໍມັກຈະເຫັນສາວ ບາບີ້ ເພິ່ນນຸ່ງຖືຊຸດໄໝລາວທຸກແບບທຸກສະຕາຍ ທັງໄໝລາວແບບພື້ນບ້ານ ແລະ ໄໝລາວແບບປະຍຸກແຕ່ລະແບບກໍຈະງາມແຕກຕ່າງກັນໄປ. ແຟນໆລອງມາເບິ່ງກັນເອງເດີ້…ວ່າຈະງາມສົມກັບ ຊະນີIndy ຍ້ອງແທ້ບໍ່??? #ແຊຣໄປໃຫ້ໂລກຮູ້ແມ່ຍິງລາວງາມຫຼາຍ ຮູບພາບ: barbie_piyamarth

Read More »