Breaking News

pou peng

ທວາຍນິດໃສ! ມີ 5 ຢ່າງເກີດຂຶ້ນໃນເວລາດຽວກັນເຈົ້າຈະເລືອກເຮັດຫຍັງກ່ອນ?

ຈະມີຫຍັງເພີດເພີນໄປກວ່າການຢູ່ຫວ່າງໆ ແລ້ວມາຫຼິ້ນເກມທວາຍນິດໃສລັກສະນະຈິດຕະວິທະຍາ, ເປັນພຽງການຫຼິ້ນເພື່ອຄວາມມ່ວນຊື່ນ ຄາຍຄຽດ ແຕ່ວ່າຖ້າມັນເປັນປະໂຫຍດຈະແຊຣໄວ້ກໍບໍ່ເສີຍຫາຍເດີ້. ໃນມື້ນີ້ ຊະນີIndy ຈະພາແຟນໆມາເບິ່ງການທວາຍນິດໃສຈາກຄຳຖາມ 1 ຂໍ້່ທີ່ຈະຊ່ວຍໃຫ້ທ່ານເຂົ້າໃຈວ່າ ແມ່ນຫຍັງທີ່ສຳຄັນທີ່ສຸດໃນຊີວິດ, ລອງຫຼິ້ນເບິ່ງກໍບໍ່ມີຫຍັງເສຍຫາຍເນາະ!!! ມີ 5 ເຫດການເກີດຂຶ້ນໃນເວລາດຽວກັນ ທ່ານຈະຕັດສິນໃຈເຮັດຫຍັງກ່ອນ??? ອອຍໃຫ້ເດັກນ້ອຍເຊົາໃຫ້ ແລ່ນອອກໄປກູ້ເຄື່ອງ (ຝົນຕົກ) ໄປມອດນໍ້າ (ນໍ້າກຳລັງໄຫຼລົ້ນຫ້ອງຄົວ) ໄປເປີດປະຕູ (ມີຄົນກຳລັງມາເຄາະ) ຮັບໂທລະສັບ ໃນ 5 ຂໍ້ທ່ານຈະເລືອກເຮັດຫັຍງເປັນສິ່ງທຳອິດ?   ຄຳຕອບ: ຖ້າທ່ານເລືອກທີ່ຈະອອຍເດັກນ້ອຍ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄືຄອບຄົວ ຖ້າທ່ານເລືອກທີ່ຈະໄປກູ້ເຄື່ອງ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄືຄວາມຮັກ ແລະ ຄວາມສຳພັນ ຖ້າທ່ານເລືອກທີ່ຈະໄປມອດນໍ້າທີ່ກຳລັງໄຫຼລົ້ນຫ້ອງຄົວ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ເງິນ ຖ້າທ່ານເລືອກທີ່ຈະໄປເປີດປະຕູ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ໝູ່ເພື່ອນ ຖ້າທ່ານເລືອກທີ່ຈະຮັບໂທລະສັບ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ວຽກງານ ຂໍຂອບໃຈທີ່ມາ: https://brightside.me …

Read More »

ສາວໂພສເຕືອນໃຫ້ລະວັງກຸ່ມຄົນບໍ່ດີ ເກັບຄ່າຝາກລົດແພງເອົາປຽບລູກຄ້າ ແລະ ເວົ້າຈາບໍ່ສຸພາບ (ມີຄລິບ)

ກາຍເປັນກະແສກັນພຽງແຕ່ຂ້າມຄືນກັບຄລິບຂອງສາວລາຍໜຶ່ງທີ່ໄດ້ໂພສລົງທາງ Facebook ເປັນຄລິບທີ່ກຳລັງຖຽງກັນກັບເຈົ້າຂອງຄອກລົດຂ້າງ ໄປສະນີ ຕະຫຼາດເຊົ້າ , ເຊິ່ງໃນຄລິບ ມີແມ່ຍິງເຈົ້າຂອງຄລິບ, ເຈົ້າຂອງຄອກລົດ (ເປັນຊາວຕ່າງຊາດ) ແລະ ເຈົ້າໜ້າທີ່ຕຳຫຼວດ ແລະ ໃນຄລິບທີ່ໄດ້ໂພສມີທັງໝົດ 3 ຄລິບສັ້ນ ແລະ ຍັງມີການຂຽນຄຳອະທິບາຍຈາກແມ່ຍິງລາຍນີ້ຢ່າງລະອຽດ ຈົນເຮັດໃຫ້ມີຄົນໃນໂລກອອນລາຍໃຫ້ຄວາມສົນໃຈເຂົ້າມາກົດໄລ້ ກົດແຊຣ ແລະ ຄອມເມັ້ນສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. โพสต์โดย Toumee Prettygrils บน 30 สิงหาคม 2017 “ເພື່ອເປັນຊ່ອງທາງໃນການກະຈາຍຂ່າວໃຫ້ທຸກຄົນໄດ້ມີສະຕິລະວັງຕົວ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ເລື່ອງມີຢູ່ວ່າ ມື້ນີ້ຕອນສວຍຂ້ອຍໄດ້ໄປຝາກລົດຢູ່ຄອກລົດ ຂ້າງ “ໄປສະນີ” ຂ້ອຍໄດ້ໄປນຳນ້ອງສາວ4ຄົນ ໄດ້ເອົາລົດໄປ2ຄັນເພື່ອໄປກິນເຂົ້າສວຍຢູ່ຕະຫຼາດເຊົ້າຊ໋ອບປິ້ງມໍ ຫລັງຈາກກິນເຂົ້າແລ້ວໄດ້ຢ່າງກັບມາລົດ ເພື່ອຈະຈ່າຍຄ່າຝາກລົດແລ້ວເອົາລົດອອກ ແຕ່ວ່າ ຂ້ອຍ: ເອີ້ນອ້າຍຄ່າຝາກລົດທໍ່ໃດ ບັກຫວຽດ: 8,000ກີບ ພໍດີນ້ອງສາວກະໂທມາບອກຂ້ອຍວ່າໄດ້ຈ່າຍໄປແລ້ວ10,000ກີບ ເຈົ້າຈ່າຍຕື່ມແຕ່6,000ກີບເດີ ຂ້ອຍ: ອ້າຍມື້ກີ້ນີ້ເຈົ້າເກັບນຳນ້ອງຂ້ອຍ10,000ກີບແລ້ວບໍ່ ບັກຫວຽດ: ບໍ່ ຂ້ອຍ: …

Read More »

ງາມໆທັງນັ້ນ! ມາຮູ້ຈັກປະຫວັດ 4 ສາວງາມຜູ້ທີ່ຄອງຕຳແໜ່ງອັນຊົງກຽດ ແລະຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ!!!

ງາມໆທັງນັ້ນ! 4 ສາວງາມຜູ້ທີ່ຄອງຕຳແໜ່ງອັນຊົງກຽດ ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວເພື່ອໄປແຂ່ງໃນເວທີລະດັບສາກົນ ລອງມາເບິ່ງປະຫວັດຫຍໍ້ຂອງພວກເຂົາກັນເລີຍ!!! Miss Grand Laos 2017 ຈິນນາລີ ນໍລະສິງ ຊື່ຫຼິ້ນ ຟ້າໃສ, ອາຍຸ 18 ປີ. ສ່ວນສູງ 173 ຊມ. ຈົບການສຶກສາຢູ່ ໂຮງຮຽນກຽດຕິສັກ ນານາຊາດ ທີ່ຜ່ານມາເຄີຍໄດ້ລາງວັນຊະນະເລີດ ຕອບຄໍາຖາມພາສາອັງກິດ ກ່ຽວກັບອາຊຽນ ຂອງນະຄອນຫຼວງວຽງຈັນ ແລະ ແຂ່ງຂັນກິລາບານສົ່ງທີມໂຮງຮຽນ. ໃນອານາຄົດ ຟ້າໃສ ຈິນນາລີ ມິສແກຣນລາວ 2017 ຢາກຮຽນຕໍ່ປະລິນຍາຕີທີ່ປະເທດສິງກະໂປ ດ້ານຈິດຕະວິທະຍາ ເພາະມີແຮງບັນດານໃຈເປັນນັກວິທະຍາກອນ. Miss International Laos 2017 ພູນຊັບ ພົນໂຍທາ ຫຼື ມີ່ມີ່ ອາຍຸ 18 ປີ ກຳລັງສຶກສາທີ່ວິທະຍາໄລຣັດຕະນະ ບໍລິຫານທຸລະກິດ, ມີ່ມີ່ …

Read More »

ງາມສະດຸດຕາ! ອໍ້າ ພັດຊະຣາພາ ມາໃນແບບເສື້ອສາຍດ່ຽວໂສ້ງຢີນຂາດ!!!

ບອກເລີຍວ່າການເວລາບໍ່ເຄີຍເຮັດຫຍັງ ອໍ້າ ພັດຊະຣາພາ ໄຊເຊື້ອ Superstar ໝາຍເລກໜຶ່ງຂອງປະເທດເພື່ອນບ້ານຄົນນີ້ໄດ້ເລີຍ, ຫຼ້າສຸດ ເອື້ອຍ ອໍ້າ ເພິ່ນກໍໄດ້ໂພສຮູບພາບລົງໃນອິນສະຕາແກຼມ ເຊິ່ງນຸ່ງເສື້ອສາຍດ່ຽວສີຂາວ ພ້ອມກັບໃສ່ໂສ້ງຢີນຂາດເຄົ່າເລັກໜ້ອຍໄປຮ່ວມກິນເຂົ້າກັບບັນດາໝູ່ເພື່ອນແລະນ້ອງຮັກໃນກຸ່ມ ພໍແຕ່ໂພສຮູບພາບກໍເຮັດໃຫ້ມີບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ຢ່າງຫຼວງຫຼາຍເຂົ້າມາຍ້ອງວ່າດາລາສາວງາມຫຼາຍ ຂະໜາດແຕ່ງໜ້າບາງໆ ນຸ່ງເຄື່ອງສະບາຍໆກໍຍັງງາມສົມກັບເປັນເຊັກຊີ່ໂຕແມ່ຂອງວົງການບັນເທິງ. ຮູບພາບ: aum_patchrapa

Read More »

ມາເບິ່ງ! ຄວາມງາມຂອງ ນຸ້ຍ ສຸພາພອນ Miss Universe Laos ແລະ ມາລີຍາ ພູນເລີດລາບ Miss Universe Thailand 2017

ຊ່ວງນີ້ວົງການນາງງາມທົ່ວໂລກກຳລັງຄືກຄື້ນລວມເຖິງປະເທດລາວເຮົາກໍເຊັ່ນດຽວກັນ ເພາະຫຼ້າສຸດປະກວດກັນໄປແບບສົດໆຮ້ອນໆໃນວັນທີ 26 ສິງຫາ ທີ່ຜ່ານມາ ແລະເຮົາກໍໄດ້ຮູ້ກັນແລ້ວວ່າ ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ ໄດ້ເປັນສາວງາມຜູ້ທີ່ມີຄວາມເໝາະສົມສາມາດຄວ້າຕຳແໜ່ງ Miss Universe Laos 2017 ໄປໄດ້ສຳເລັດ ແລະ ກໍຈະໄດ້ເປັນຕົວແທນປະເທດລາວໄປປະກວດໃນ ປະເທດ ອາເມລິກາ ອີກດ້ວຍ. ໃນມື້ນີ້ ຊະນີIndy ກໍມີແນວງາມໆ ງາມຫູ ງາມຕາ ມາຝາກແຟນໆທຸກຄົນ ແນ່ນອນວ່ານອກຈາກ ນຸ້ຍ ສຸພາພອນ ແລ້ວ ຍັງມີອີກໜຶ່ງສາວງາມຈາກປະເທດເພື່ອນບ້ານເຈົ້າຂອງຕຳແໜ່ງ Miss Universe Thalland 2017 ນັ້ນກໍຄື ມາລີຍາ ພູນເລີດລາບ ລອງມາຮູ້ຈັກກັບສອງສາວນີ້ກັນເລີຍ!!! ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ, ລວງສູງ 178 ຊັງຕີແມັດ, Miss Universe …

Read More »