Breaking News

ງາມສະດຸດຕາ! ອໍ້າ ພັດຊະຣາພາ ມາໃນແບບເສື້ອສາຍດ່ຽວໂສ້ງຢີນຂາດ!!!

ແບ່ງປັນ

ບອກເລີຍວ່າການເວລາບໍ່ເຄີຍເຮັດຫຍັງ ອໍ້າ ພັດຊະຣາພາ ໄຊເຊື້ Superstar ໝາຍເລກໜຶ່ງຂອງປະເທດເພື່ອນບ້ານຄົນນີ້ໄດ້ເລີຍ, ຫຼ້າສຸດ ເອື້ອຍ ອໍ້າ ເພິ່ນກໍໄດ້ໂພສຮູບພາບລົງໃນອິນສະຕາແກຼມ ເຊິ່ງນຸ່ງເສື້ອສາຍດ່ຽວສີຂາວ ພ້ອມກັບໃສ່ໂສ້ງຢີນຂາດເຄົ່າເລັກໜ້ອຍໄປຮ່ວມກິນເຂົ້າກັບບັນດາໝູ່ເພື່ອນແລະນ້ອງຮັກໃນກຸ່ມ ພໍແຕ່ໂພສຮູບພາບກໍເຮັດໃຫ້ມີບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ຢ່າງຫຼວງຫຼາຍເຂົ້າມາຍ້ອງວ່າດາລາສາວງາມຫຼາຍ ຂະໜາດແຕ່ງໜ້າບາງໆ ນຸ່ງເຄື່ອງສະບາຍໆກໍຍັງງາມສົມກັບເປັນເຊັກຊີ່ໂຕແມ່ຂອງວົງການບັນເທິງ.

ຮູບພາບ: aum_patchrapa

ແບ່ງປັນ