Breaking News

ງາມໆທັງນັ້ນ! ມາຮູ້ຈັກປະຫວັດ 4 ສາວງາມຜູ້ທີ່ຄອງຕຳແໜ່ງອັນຊົງກຽດ ແລະຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ!!!

ແບ່ງປັນ

ງາມໆທັງນັ້ນ! 4 ສາວງາມຜູ້ທີ່ຄອງຕຳແໜ່ງອັນຊົງກຽດ ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວເພື່ອໄປແຂ່ງໃນເວທີລະດັບສາກົນ ລອງມາເບິ່ງປະຫວັດຫຍໍ້ຂອງພວກເຂົາກັນເລີຍ!!!

  • Miss Grand Laos 2017

ຈິນນາລີ ນໍລະສິງ ຊື່ຫຼິ້ນ ຟ້າໃສ, ອາຍຸ 18 ປີ. ສ່ວນສູງ 173 ຊມ. ຈົບການສຶກສາຢູ່ ໂຮງຮຽນກຽດຕິສັກ ນານາຊາດ ທີ່ຜ່ານມາເຄີຍໄດ້ລາງວັນຊະນະເລີດ ຕອບຄໍາຖາມພາສາອັງກິດ ກ່ຽວກັບອາຊຽນ ຂອງນະຄອນຫຼວງວຽງຈັນ ແລະ ແຂ່ງຂັນກິລາບານສົ່ງທີມໂຮງຮຽນ. ໃນອານາຄົດ ຟ້າໃສ ຈິນນາລີ ມິສແກຣນລາວ 2017 ຢາກຮຽນຕໍ່ປະລິນຍາຕີທີ່ປະເທດສິງກະໂປ ດ້ານຈິດຕະວິທະຍາ ເພາະມີແຮງບັນດານໃຈເປັນນັກວິທະຍາກອນ.

  • Miss International Laos 2017

ພູນຊັບ ພົນໂຍທາ ຫຼື ມີ່ມີ່ ອາຍຸ 18 ປີ ກຳລັງສຶກສາທີ່ວິທະຍາໄລຣັດຕະນະ ບໍລິຫານທຸລະກິດ, ມີ່ມີ່ ເປັນສາວນ້ອຍທີ່ມີບຸກຄະລິກທີ່ໂດດເດັ່ນ ແລະ ມີຄວາມສາມາດເພາະສາວ ມີ່ມີ່ ຄົນນີ້ເຄີຍຜ່ານວຽກໃນວົງການບັນເທິງມາຢ່າງຫຼວງຫຼາຍທັງເປັນພີເຊັນເຕີ້, ເດີນແບບ, ນາງແບບວາລະສານ, ນາງແບບປະຕິທິນ ແລະ ນາງຍັງເປັນນາງເອກເອັມວີເພງ ແລະ ຫຼ້າສຸດເປັນ Miss International Laos 2017 ກຳລັງຈະເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ.

  • Miss World Laos 2017

ຕົ້ນຄຳ ພົນຈັນເຮືອງ ຫຼື ເຈນນີ້ ອາຍຸ 23 ປີ ,ລວງສູງ 175 ຊັງຕີແມັດ, ຈົບການສຶກສາໂຮງຮຽນ Lao international college (ໂຮງຮຽນລາວນາໆຊາດ ) ເຫັນງາມໆຫຸ່ນສູງຍາວເຂົ່າດີແບບນີ້ບອກເລີຍເດີ້ວ່ານາງບໍ່ທຳມະດາອີຫລີ ນາງມີຄວາມສາມາດຫຼາກຫຼາຍ ທັງຜ່ານເວທີປະກວດໃຫ່ຍໆລະດັບປະເທດ, ເປັນພີທີກອນ, ນາງແບບ ແລະອີກຫຼາຍໆຢ່າງ ແລະ ຫຼ້າສຸດເປັນ Miss World Laos 2017 ກຳລັງຈະເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ.

  • Miss Universe Laos 2017

ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20ປີ, ລວງສູງ 178 ຊັງຕີແມັດ, ປັດຈຸບັນກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້   ສາຂາບໍລິການທຸລະກິດ, ຜົນງານໃນໄລຍະທີ່ຜ່ານມາແມ່ນມາຈາກການປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງ ຮອງນາງສາວນະຄອນຫຼວງ ຫຼື ເອີ້ນວ່າ ຮອງອັນດັບໜຶ່ງ, ຕໍ່ມາມີວຽກດ້ານການຖ່າຍແບບ-ເດີນແບບຕາມວາລະສານ (ວາລະສານ ຂວັນໃຈ ກໍເຄີຍຂື້ນປົກມາແລ້ວ) ແລະ ຕາມງານເດີນແບບຕ່າງໆ, ນອກຈາກນັ້ນ ນຸ້ຍ ສຸພາພອນ ຍັງມີຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທຈົນເຮັດໃຫ້ມີກະແສດັງໄປທົ່ວໂລກອອນລາຍໃນຊ່ວງຕົ້ນປີ 2017ທີ່ຜ່ານມາ ແລະ ປັດຈຸບັນເປັນ Miss Universe Laos 2017 ແລະກຳລັງຈະເປັນຕົວແທນແມ່ຍິງລາວໄປປະກວດຢູ່ປະເທດ ອາເມລິກາ ໃນໄວໆນີ້!!!

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ