Breaking News

ສາວໂພສເຕືອນໃຫ້ລະວັງກຸ່ມຄົນບໍ່ດີ ເກັບຄ່າຝາກລົດແພງເອົາປຽບລູກຄ້າ ແລະ ເວົ້າຈາບໍ່ສຸພາບ (ມີຄລິບ)

ແບ່ງປັນ

ກາຍເປັນກະແສກັນພຽງແຕ່ຂ້າມຄືນກັບຄລິບຂອງສາວລາຍໜຶ່ງທີ່ໄດ້ໂພສລົງທາງ Facebook ເປັນຄລິບທີ່ກຳລັງຖຽງກັນກັບເຈົ້າຂອງຄອກລົດຂ້າງ ໄປສະນີ ຕະຫຼາດເຊົ້າ , ເຊິ່ງໃນຄລິບ ມີແມ່ຍິງເຈົ້າຂອງຄລິບ, ເຈົ້າຂອງຄອກລົດ (ເປັນຊາວຕ່າງຊາດ) ແລະ ເຈົ້າໜ້າທີ່ຕຳຫຼວດ ແລະ ໃນຄລິບທີ່ໄດ້ໂພສມີທັງໝົດ 3 ຄລິບສັ້ນ ແລະ ຍັງມີການຂຽນຄຳອະທິບາຍຈາກແມ່ຍິງລາຍນີ້ຢ່າງລະອຽດ ຈົນເຮັດໃຫ້ມີຄົນໃນໂລກອອນລາຍໃຫ້ຄວາມສົນໃຈເຂົ້າມາກົດໄລ້ ກົດແຊຣ ແລະ ຄອມເມັ້ນສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.

โพสต์โดย Toumee Prettygrils บน 30 สิงหาคม 2017

“ເພື່ອເປັນຊ່ອງທາງໃນການກະຈາຍຂ່າວໃຫ້ທຸກຄົນໄດ້ມີສະຕິລະວັງຕົວ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ເລື່ອງມີຢູ່ວ່າ ມື້ນີ້ຕອນສວຍຂ້ອຍໄດ້ໄປຝາກລົດຢູ່ຄອກລົດ ຂ້າງ “ໄປສະນີ” ຂ້ອຍໄດ້ໄປນຳນ້ອງສາວ4ຄົນ ໄດ້ເອົາລົດໄປ2ຄັນເພື່ອໄປກິນເຂົ້າສວຍຢູ່ຕະຫຼາດເຊົ້າຊ໋ອບປິ້ງມໍ ຫລັງຈາກກິນເຂົ້າແລ້ວໄດ້ຢ່າງກັບມາລົດ ເພື່ອຈະຈ່າຍຄ່າຝາກລົດແລ້ວເອົາລົດອອກ ແຕ່ວ່າ
ຂ້ອຍ: ເອີ້ນອ້າຍຄ່າຝາກລົດທໍ່ໃດ
ບັກຫວຽດ: 8,000ກີບ
ພໍດີນ້ອງສາວກະໂທມາບອກຂ້ອຍວ່າໄດ້ຈ່າຍໄປແລ້ວ10,000ກີບ ເຈົ້າຈ່າຍຕື່ມແຕ່6,000ກີບເດີ
ຂ້ອຍ: ອ້າຍມື້ກີ້ນີ້ເຈົ້າເກັບນຳນ້ອງຂ້ອຍ10,000ກີບແລ້ວບໍ່
ບັກຫວຽດ: ບໍ່
ຂ້ອຍ: ບໍ່ ຈັງໃດນ້ອງຂ້ອຍໂທບອກດຽວນີ້ນະ ຂ້ອຍຕ້ອງຈ່າຍຕື່ມເຈົ້າ6,000ກີບ ແມ່ນບໍ່
ຫວຽດ: ຮ້ອງໃສ່ຂ້ອຍວ່າຂ້ອຍມີປີ້ລົດບໍ່
ຂ້ອຍ: ຕອນລົງບໍ່ທັນໄດ້ເອົາປີ້ເທື່ອ ຄິດວ່າຕອນມາເອົາລົດອອກຄ່ອຍຈ່າຍ
ບັກຫວຽດ: ບໍ່ແມ່ນ ລົດບໍ່ຄືກັນ ຕ້ອງຈ່າຍລາຄາບໍ່ຄືກັນ
ຂ້ອຍ: ຂໍເບິ່ງລາຄາແດ່
ບັກຫວຽດ: ປີ້ບໍ່ມີລາຄາ ເຈົ້າຈອດລົດແລ້ວບໍ່ເອົາປີ້ກ່ອນຕ້ອງເສຍ50,000ກີບ
ຂ້ອຍ: ເອົາ ! ເປັນຍັງຂ້ອຍຕ້ອງເສຍຮອດ50,000ກີບ ຖ້າໃຫ້ຂ້ອຍເສຍ50,000ກີບ ເຈົ້າມີບິນບໍ່…?
ບັກຫວຽດ: ບໍ່ມີບິນໃຫ້ ແຕ່ເຈົ້າຕ້ອງເສຍເງິນກ່ອນຈະເອົາລົດອອກໄປ 50,000ກີບ
ຂ້ອຍ: ຂ້ອຍກະໃຈຮ້າຍຖາມຄືນວ່າ ຫ້ອງການສັນຈອນສະຖານທີ່ຄອກລົດນີ້ຢູ່ໃສ …?
ບັກຫວຽດ: ບໍ່ມີ ຂ້ອຍນີ້ແຫຼະເປັນເຈົ້າຂອງຄອກລົດນີ້ ..!!!ຂ້ອຍ: ອ່າວ !!! ເຈົ້າຄືເກັບຄ່າຝາກລົດບໍ່ໂປ່ງໃສແບບນີ້ ຢາກຮ້ອງເອົາລາຄາທໍ່ໃດກະໄດ້ຕາມໃຈເຈົ້າເອງເລີຍຫວະ ຕາມທຳມະດາການເກັບຄ່າຝາກລົດກະຕ້ອງໄດ້ຈ່າຍລາຄາດຽວກັນລົດກະລົດ4ລໍ້ຄືກັນຕວັະເບາະ..,ຖ້າເຈົ້າເກັບແບບນີ້ຂ້ອຍຈະໄປເອີ້ນຕຳຫຼວດມາຖາມເຈົ້າ..ຂ້ອຍເສຍໃຫ້ກະໄດ້50,000ກີບນະ ເຈົ້າຂຽນບິນໃຫ້ມັນຈະແຈ້ງມາໃຫ້ຂ້ອຍແມ້ (ຖ້າມັນມີບິນຖືກຕ້ອງຫລາຍກວ່າຫັນຂ້ອຍະຈ່າຍໄດ້ ແຕ່ອັນນີ້ມັນບໍ່ຖືກຕ້ອງມັນສໍ້ໂກ້ງກັນຊັດ !!! ຫຼັງຈາກນັ້ນໃນຂ້ອຍກຳລັງຊິເຄື່ອນຍ້າຍລົດເພື່ອບໍ່ໃຫ້ລົດຂ້ອຍກີດຂວາງທາງລົດຄັນອື່ນທີ່ກຳລັງເຂົ້າມາຈອດ)
ບັກຫວຽດ: ມັນກະຮ້ອງວ່າ ຈອດໆ..ເຄາະລົດຂ້ອຍພ້ອມບັກແຮງໆ ..!!! ແລ້ວໂວ້ຍວາຍວ່າຈັງໃດເຈົ້າກະຕ້ອງເສຍ50,000ກີບ ບໍ່ຊັນຂ້ອຍບໍ່ໃຫ້ເຈົ້າອອກ ຂ້ອຍກະໄຂແວ່ນລົດລົງຮ້ອງວ່າຂ້ອຍຍ້າຍລົດຊື່ ບັກຫວຽດມັນກະເດມື້ເຂົ້າມາປົດຫຼອກລົດຂ້ອຍ ຂ້ອຍກະຕົກໃຈແຮງ ກະເລີຍຕັ້ງສະຕິ ບໍ່ຖຽງມັນຕໍ່ ຫຼັງຈາກນັ້ນຂ້ອຍຈອດລົດ ຮ້ອງວ່າ ບໍ່ເປັນຫຍັງ ຂ້ອຍລີກລົດຊື່ໆຂ້ອຍບໍ່ໜີເຈົ້າໄປໃສດອກ..ຫຼັງຈາກນັ້ນບັກຫວຽດໄດ້ຍູ້ປະຕູຕັນທາງໄວ້ເພື່ອກັນບໍ່ໃຫ້ຂ້ອຍອອກໄປ ຂ້ອຍເຫັນທ່າທີບໍ່ດີແລ້ວ ຂ້ອຍກໍມອດຈັກລົງລົດແລ່ນຂ້າມທາງໄປຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ຈາລະຈອນຢູ່ປ້ອມຍາມ “ຕະຫຼາດເຊົ້າ”
ເຈົ້າໜ້າທີ່ ກໍມາຮອດແລ້ວເວົ້າໃຫ້ບັກຫວຽດວ່າ ເປັນຫຍັງເຈົ້າຄືເຮັດໃຫ້ມີບັນຫາແບບເກົ່ານີ້ອີກແລ້ວ ເທື່ອແລ້ວນີ້ເຈົ້າກໍມີບັນຫານຳລູກຄ້າແບບນີ້. ບັກຫວຽດກໍຖຽງເຈົ້າໜ້າທີ່ວ່າຂ້ອຍບໍ່ຈ່າຍຄ່າຝາກລົດ
ເຈົ້າໜ້າທີ່: ກໍເວົ້າວ່າເຈົ້າຢ່າສໍ້ໂກ້ງແມ້ ເທື່ອແລ້ວນີ້ສາເຫດແບບດຽວກັນນີ້ຕວັະເຈົ້າຄ່ອຍຖືກປັບໄໝ3-4,000,000ກີບ ເຈົ້າຍັງບໍ່ຫລາບອີກຢູ່ຫວາ…!!!
ຂ້ອຍເອງກະໄດ້ເລົ່າຕາມທີ່ຂ້ອຍໄດ້ເວົ້ານຳບັກຫວຽດແຕ່ທຳອິດແລ້ວ ບັກຫວຽດກໍຍັງຮ້ອງໃສ່ຂ້ອຍແລະຖຽງວ່າເຈົ້າໄດ້ຈ່າຍຂ້ອຍ50,000ກີບ ບໍ່ …? ຂ້ອຍກະຕອບໄປວ່າ ບໍ່ ຂ້ອຍບໍ່ແມ່ນຜີບ້າຊິມາເສຍເງິນໃຫ້ເຈົ້າຕາມທີ່ເຈົ້າມາຮຽກຮ້ອງເອີ້ນເອົາໂດຍບໍ່ຖືກຕ້ອງ ສຸດທ້າຍຂ້ອຍກະໄດ້ເສຍແຕ່8,000ກີບ ( ຫຼັກຖານຄວາມຈິງມີຢູ່ໃນຄລິບຂ້າງລຸ່ມນີ້ )
-ຢ່າປ່ອຍໃຫ້ຄົນຊົ່ວລອຍນວນເຂົ້າມາສໍ້ໂກ້ງເຮົາໄດ້ ເຮົາຕ້ອງມີສະຕິ ຖ້າເຮົາປ່ອຍໃຫ້ເຂົາໂກ້ງເຮົາເທື່ອນີ້ໄດ້ ເທື່ອໜ້າເຂົາກໍຈະໄປໂກ້ງຄົນອື່ນໄດ້ຄືກັນ…..!!!
ຂໍໂທດທີ່ຂຽນຍາວເກີນໄປ ແລະ ຂໍຂອບໃຈທີ່ເສຍເວລາເຂົ້າມາອ່ານເພື່ອເຕືອນສະຕິ”

โพสต์โดย Toumee Prettygrils บน 30 สิงหาคม 2017

โพสต์โดย Toumee Prettygrils บน 30 สิงหาคม 2017

ທີ່ມາ: Toumee Prettygrils

ແບ່ງປັນ