Breaking News

ທວາຍນິດໃສ! ມີ 5 ຢ່າງເກີດຂຶ້ນໃນເວລາດຽວກັນເຈົ້າຈະເລືອກເຮັດຫຍັງກ່ອນ?

ແບ່ງປັນ

ຈະມີຫຍັງເພີດເພີນໄປກວ່າການຢູ່ຫວ່າງໆ ແລ້ວມາຫຼິ້ນເກມທວາຍນິດໃສລັກສະນະຈິດຕະວິທະຍາ, ເປັນພຽງການຫຼິ້ນເພື່ອຄວາມມ່ວນຊື່ນ ຄາຍຄຽດ ແຕ່ວ່າຖ້າມັນເປັນປະໂຫຍດຈະແຊຣໄວ້ກໍບໍ່ເສີຍຫາຍເດີ້. ໃນມື້ນີ້ ຊະນີIndy ຈະພາແຟນໆມາເບິ່ງການທວາຍນິດໃສຈາກຄຳຖາມ 1 ຂໍ້່ທີ່ຈະຊ່ວຍໃຫ້ທ່ານເຂົ້າໃຈວ່າ ແມ່ນຫຍັງທີ່ສຳຄັນທີ່ສຸດໃນຊີວິດ, ລອງຫຼິ້ນເບິ່ງກໍບໍ່ມີຫຍັງເສຍຫາຍເນາະ!!!

ມີ 5 ເຫດການເກີດຂຶ້ນໃນເວລາດຽວກັນ ທ່ານຈະຕັດສິນໃຈເຮັດຫຍັງກ່ອນ???

  1. ອອຍໃຫ້ເດັກນ້ອຍເຊົາໃຫ້
  2. ແລ່ນອອກໄປກູ້ເຄື່ອງ (ຝົນຕົກ)
  3. ໄປມອດນໍ້າ (ນໍ້າກຳລັງໄຫຼລົ້ນຫ້ອງຄົວ)
  4. ໄປເປີດປະຕູ (ມີຄົນກຳລັງມາເຄາະ)
  5. ຮັບໂທລະສັບ

ໃນ 5 ຂໍ້ທ່ານຈະເລືອກເຮັດຫັຍງເປັນສິ່ງທຳອິດ?

 

ຄຳຕອບ:

  1. ຖ້າທ່ານເລືອກທີ່ຈະອອຍເດັກນ້ອຍ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄືຄອບຄົວ
  2. ຖ້າທ່ານເລືອກທີ່ຈະໄປກູ້ເຄື່ອງ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄືຄວາມຮັກ ແລະ ຄວາມສຳພັນ
  3. ຖ້າທ່ານເລືອກທີ່ຈະໄປມອດນໍ້າທີ່ກຳລັງໄຫຼລົ້ນຫ້ອງຄົວ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ເງິນ
  4. ຖ້າທ່ານເລືອກທີ່ຈະໄປເປີດປະຕູ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ໝູ່ເພື່ອນ
  5. ຖ້າທ່ານເລືອກທີ່ຈະຮັບໂທລະສັບ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ວຽກງານ

ຂໍຂອບໃຈທີ່ມາ: https://brightside.me , https://love.campus-star.com/quiz/15190.html

 

ແບ່ງປັນ