ຫຼັງຈາກທີ່ ຊົມພູ່ ອາລາຍາ ເອຮາເກັດ ດາລາສາວ ແຟຼຊັ່ນນິດຕ້າ ຄົນດັງຈາກປະເທດເພື່ອນບ້ານ ໄດ້ມີກຳນົດອອກລູກໃນວັນທີ 6 ກັນຍາ 2017 ທີ່ຜ່ານມາ ຈົນເກີດເປັນກະແສດັງຂ້າມຄືນ ເຮັດໃຫ້ທັງຄອບຄົວ ບັນດາໝູ່ເພື່ອນຄົນໃນວົງການບັນເທິງ ແລະ ບັນດາແຟນຄລັບຕ່າງລຸ້ນໃຫ້ກຳລັງໃຈ ແລະ ຖ້າເບິ່ງໜ້າຕາຂອງລູກແຝດຊາຍ ນັ້ນກໍຄື ນ້ອງ Thunder ແລະ Storm ເຊິ່ງທັງແມ່ ແລະ ລູກຊາຍຝາແຝດກໍປອດໄພດີ. ມາໃນມື້ນີ້ວັນທີ 7 ກັນຍາ 2017 ກໍເຫັນກັນແລ້ວ ຫຼ້າສຸດໃນອິນສະຕາແກຼມຂອງ ຊົມພູ່ ອາລາຍາ ກໍໄດ້ໂພສຮູບພາບຄອບຄົວສຸດອົບອຸ່ນມີ ຊົມພູ່-ນ໋ອດ ແລະ ລູກຊາຍຝາແຝດທີ່ສຸດແສນຈະໜ້າຮັກນ້ອງ ສາຍຟ້າ ແລະ ພາຍຸ ຫຼື ມີຊື່ຫຼິ້ນກໍຄື Thunder ແລະ Storm, ຈົນເຮັດໃຫ້ບັນດາຄົນໃນວົງການບັນເທິງ ໝູ່ເພື່ອນ ແຟນຄລັບ ແລະ …
Read More »pou peng
ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!
“ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ” ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ ສິດທິ ແລະ …
Read More »ຂຶ້ນແທ່ນເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ທີ່ຊ່ວງນີ້ດຸໝັ່ນໂພສຮູບໂຊຫຸ່ນສຸດເຊັກຊີ່!!!
ກຳລັງເປັນກະແສກັນເລີຍກັບເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ດາລາ-ນັກສະແດງສາວປະເທດຈາກເພື່ອນບ້ານ ທີ່ຊ່ວງນີ້ຈະເຫັນນາງດຸໝັ່ນໂພສຮູບພາບໃນ ອິນສະຕາແກຼມໂຊຫຸ່ນງາມໆ ທີ່ສຸດແສນຈະຟິດແອນເຟີມສຸດໆ ຈົນເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣ ແລະສະແດງຄວາມຄິດເຫັນກັນຈົນສະໜັ່ນຫວັ່ນໄຫວ. ສຳລັບ ເຈນີ່ ທຽນໂພສຸວັນ ກໍເປັນອີກໜຶ່ງສາວທີ່ມັກ ແລະ ຮັກໃນການເບິ່ງແຍງສຸຂະພາບ ຈົນຂຶ້ນແທ່ນເປັນໄອດໍ້ເລື່ອງຫຸ່ນ ກາຍເປັນເຊັກຊີ່ໂຕແມ່ຂອງວົງການ ແລະ ຫຼ້າສຸດກໍໄດ້ລາງວັນ ດາລາສຸຂະພາບດີ ຈາກງານປະກາດຜົນລາງວັນ ມາຍາແຊນແນວ ມາແລ້ວ. Picture via: janienineeleven
Read More »ເບິ່ງລະຫວ໋າມ່ວນດີ! ກິຕ້າ ພັດທະສອນ ແຂ່ງລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ”
ໄດ້ເບິ່ງກັນລະບໍ່? ກັບລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ” ທີ່ມີສາວລາວຄົນດັງ ພັດທະສອນ ມະນີດາລັດ (ກິຕ້າ) ໄປແຂ່ງຂັນລາຍການ ຈົນສ້າງສຽງຮືຮາໃຫ້ທັງປະຊາຊົນຄົນລາວ ແລະ ໄທ, ໃນລາຍການ ສາວ ກິຕ້າ ກໍຢູ່ໃນທີມທີ່ມີ 3 ສາວ 3 ສັນຊາດ ລາວ, ໄທ ແລະ ສ. ເກົາຫລີ ແຂ່ງຂັນກັບບັນດາໜຸ່ມໆດາລາດັງຂອງໄທ 3 ຄົນ, ເຊິ່ງລາຍການ “ປິດສະໜາຟ້າແລບ” ທີ່ມີ ກິຕ້າ ໄປແຂ່ງຂັນກໍອອກອາກາດມາໄດ້ 2 ມື້ແລ້ວ ແລະໃນລາຍການກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະສຽງຮາ, ນອກຈາກນັ້ນ ສາວ ກິຕ້າ ກໍຍັງມີການສອນໃຫ້ຄົນທີ່ຢູ່ໃນການແຂ່ງຂັນລວມເຖິງພິທີກອນດັງ ເຊີນຊວນໃຫ້ຄົນລາວມາເບິ່ງລາຍການດັ່ງກ່າວໃນພາສາລາວວ່າ “ປິດສະໜາຟ້າແມບເຫຼື້ອມ” ຈະມ່ວນຊໍ່າໃດນັ້ນ ຂວັນໃຈ ເຮົາກໍມີມາຝາກແຟນໆ ລອງມາເບິ່ງກັນເລີຍ!!! ການແຂ່ງຂັນກຳລັງດຳເນີນໄປຢ່າງມ່ວນຊື່ນ ແລະໃນມື້ນີ້ຈະຕັດສິນກັນແລ້ວວ່າທີມໃດຈະເປັນຜູ້ຊະນະ ຢ່າລືມເອົາໃຈຊ່ວຍສາວລາວຂອງເຮົານຳເດີ້!!! ຂໍຂອບໃຈຄລິບຈາກ: WorkpointOfficial ຮູບພາບ: Kitar Phatthasone Manydalath
Read More »ບໍ່ເຮັດໃຫ້ຄົນລາວຜິດຫວັງ! ມຸກ ກິດສະດາ ນາງງາມຕົວແທນຈາກລາວຄວ້າໄປແລ້ວໜຶ່ງລາງວັນ “ຂວັນໃຈຊ່າງພາບ” ກ່ອນຮອດມື້ປະກວດແທ້!!!
ຂໍສະແດງຄວາມຍິນດີກັບ! ກິດສະດາ ວົງໄຊສະຫວາດ (ມຸກ) ນາງງາມຕົວແທນຈາກລາວຄວ້າໄປແລ້ວໜຶ່ງລາງວັນນັ້ນກໍຄື ຂວັນໃຈຊ່າງພາບສື່ມວນຊົນ (Best Media Award) ໃນຕອນເກັບໂຕຮ່ວມປະກວດ ນາງສາວ The 13th Miss China-Asean Etiquette Pageant ທີ່ ສປຈີນ, ເຊິ່ງເດີນທາງໄປຕັ້ງແຕ່ວັນທີ 27 ສິງຫາ 2017 ແລະ ຈະປະກວດແທ້ໃນວັນທີ 13 ກັນຍາ 2017 ນີ້, ຊ່ວຍສົ່ງແຮງໃຈ ແລະ ແຮງເຊຍ ໃຫ້ກັບ ນ້ອງ ມຸກ ແດ່ເດີໃນມື້ final show. #ແຊຣໄປເປັນກຳລັງໃຈໃຫ້ນາງງາມຈາກລາວແດ່ ຂໍຂອບໃຈສຳລັບຮູບພາບ: Firstmodelinglao , Mouk Vongsaisawad , MISS GRAND LAOS ມີສແກຣນລາວ
Read More »