Breaking News

pou peng

ຂວັນເອີ້ຍຂວັນມາ! ນູ່ນີ່ ແລະ ອ໊ອຟ ສູ່ຂວັນ-ມັດແຂນ ງານນີ້ແຟນຄລັບລຸ້ນໄປຕາມໆກັນ!!!

ໂອ້ຍ!!! ຢາກຈະບອກວ່າລຸ້ນກັນເຫື່ອຕົກກັນເລີຍສຳລັບຄູ່ຮັກເນັດໄອດໍ້ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ຍິ່ງຍົດ (ອ໊ອບ ລາຍພາງ) ທີ່ຫຼ້າສຸດຫຼັງຈາກທີ່ທັງສອງຄວງແຂນກັນໄປເສີມຄວາມງາມໄກເຖິງ ສ.ເກົາຫລີ, ພໍແຕ່ກັບມາກໍຈັດພິທີມົງຄຸນ ສູ່ຂວັນ-ມັດແຂນ ໃນວັນທີ 13 ກັນຍາ 2017, ແຕ່ຢ່າຟ້າວເຂົ້າໃຈຜິດເພາະ ສາວ ນູ່ນີ່ ເພິ່ນກໍອອກມາໂພສແລ້ວວ່າພິທີດັ່ງກ່າວເປັນພຽງພິທີສູ່ຂວັນ-ມັດແຂນ ອ້າຍອ໊ອຟ ລາຍພາງ ຫວານໃຈຂອງນາງ ໃຫ້ມີສຸຂະພາບແຂງແຮງ, ບໍ່ແມ່ນພິທີມັດແຂນແຕ່ງດອງແຕ່ຢ່າງໃດ. ເອົ້າ!!! ໃຜທີ່ເປັນແຟນຄລັບຄູ່ນີ້ກໍບໍ່ຕ້ອງເສຍໃຈ ແລະ ລຸ້ນຕໍ່ໄປ ຖືວ່າທັງ ນູ່ນີ່ ແລະ ອ໊ອຟ ຊ້ອມນັ່ງພາຂວັນໄປກ່ອນເນາະ… (ອິອິ) ຝາກເຖິງສາວ ນູ່ນີ່ ແລະ ໜຸ່ມ ອ໊ອຟ ຮີບມີຂ່າວດີໄວໆເດີ້ ເພາະແຟນໆຖ້າສະແດງຄວາມຍິນດີຢູ່ເດີ້!!! #ໃຜທີ່ເປັນແຟນຄລັບຄູ່ນີ້ແຊຣດ່ວນນນ ຮູບພາບ: Noony Koumphonphakdee ,  Yingyot Aoflaiprang Kanjananiyom  

Read More »

ຂໍສະແດງຄວາມຍິນດີ! ມູ່ມີ່ ແສງສະຫວັນ ນາງງາມຕົວແທນຈາກລາວ ຄວ້າລາງວັນ “Best Smile” ໃນເວທີ “Miss China Asean Etiquette 2017”

ເລີດຮ້າຍຍຍຍ!!!  ຂໍສະແດງຄວາມຍິນດີກັບ  ແສງສະຫວັນ ສີຫາລາວ (ມູ່ມີ່) ນາງງາມຮອງອັນດັບສີ່ Miss Grand Laos 2017 ທີ່ໄປເປັນຕົວແທນປະເທດລາວໄປປະກວດໃນເວທີ “Miss China Asean Etiquette 2017” ທີ່ ສປ ຈີນ ໃນວັນທີ 13 ກັນຍາ 2017 ແລະ ສາມາດຄວ້າລາງວັນ “Best Smile” ມາຝາກພໍ່ແມ່ພີ່ນ້ອງຊາວລາວ. ຖືເປັນອີກໜຶ່ງບາດກ້າວທີ່ສຳຄັນຂອງແມ່ຍິງລາວ ຂອງຄົນລາວທຸກຄົນ ທີ່ຈະສະແດງຄວາມສາມາດ  ຄວາມງາມ ຄວາມເປັນລາວໃຫ້ແກ່ຊາວໂລກໄດ້ເຫັນ…ຂໍຊົມເຊີຍ!!! #ຄົນລາວທັງງາມທັງເກັ່ງແບບນີ້ແຊຣໄປໃຫ້ໂລກຮູ້ ຮູບພາບ: Mumee Sengsavanh

Read More »

ຊົມເຊີຍ! ມຸກ ກິດສະດາ ຄວ້າສອງລາງວັນໃນເວທີ “Miss China Asean Etiquette 2017” ມາຝາກພີ່ນ້ອງຊາວລາວ!!!

ຕັດສິນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງສາວງາມໃນເວທີ “Miss China Asean Etiquette 2017”  ທີ່ ສປ ຈີນ ໃນວັນທີ 13 ກັນຍາ 2017 ແລະ ຂໍສະແດງຄວາມຍິນດີກັບສາວງາມຕົວແທນປະເທດລາວ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ຄວ້າໄປເຖິງ 2 ລາງວັນນັ້ນກໍຄື  ຂວັນໃຈຊ່າງພາບສື່ມວນຊົນ (Best Media Award) ແລະ  ລາງວັນ  “The best model”. ໃນການປະກວດໃນເວທີ “Miss China Asean Etiquette 2017” ກໍມີຫຼາຍຊຸດທີ່ສວມໃສ່ ມີຊຸດລາຕີ ຊຸດປະຈຳຊາດ ແລະ ກໍຍັງມີຊຸດລອຍນໍ້າ ເຊິ່ງ ມຸກ ກິດສະດາ ກໍນຸ່ງແຕ່ລະຊຸດອອກມາໄດ້ງາມຫຼາຍ. ຢ່າງໃດກໍຂໍສະແດງຄວາມຍິນດີກັບ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ສະແດງສັກກະຍະພາບ ໄປໂຊຄວາມເປັນລາວ ແລະ ສາມາດຄວ້າເຖິງ 2 ລາງວັນມາຝາກພໍ່ແມ່ພີ່ນ້ອງຊາວລາວ… …

Read More »

ບໍລິສັດ ເບຍລາວ ເປີດໂຕສື່ໂຄສະນາໃໝ່ “ພູມໃຈໃນຄວາມເປັນລາວ” (Proud to be Lao).

ໃນວັນທີ 8 ກັນຍາ 2017 ທີ່ຜ່ານມາ ບໍລິສັດ ເບຍລາວ ໄດ້ເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວ ໃຫ້ກຽດເປັນປະທານງານໂດຍ ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດເບຍລາວຈຳກັດ, ທ່ານ ເຮັນຣິກ ໂຈນ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ທ່ານ ສູນທອນ ສິຣິສັກ ຮອງຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ພ້ອມດ້ວຍບັນດາແຂກຜູ້ມີກຽດຈາກບັນດາການນຳພາກລັດ, ພ້ອມດ້ວຍຜູ້ອຳນວຍການຝ່າຍຕ່າງ ຂອງບໍລິສັດຈຳກັດ, ລູກຄ້າຮ່ວມທຸລະກິດເບຍລາວ, ບັນດາສິລະປິນດາລາ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ໄດ້ເຂົ້າຮ່ວມໃນງານເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວໃນຄັ້ງນີ້. ໃນສື່ໂຄສະນາ ເບຍລາວຊຸດໃໝ່ນີ້ເໜັ້ນໜັກໃສ່ “ພູມໃຈໃນຄວາມເປັນລາວ” (Proud to be Lao). ພູມໃຈໃນຄວາມເປັນລາວ, ຢູ່ຜືນແຜ່ນດິນລາວ, ມີມູນເຊື້ອປະຫວັດອັນຍາວນານ ມີພູມມິປະເທດທີ່ສວຍສົດງົດງາມ ອຸດົມຮັ່ງມີໄປດ້ວຍທຳມະຊາດທີ່ສວຍງາມ ມີຊັບພະຍາກອນທີ່ອຸດົມສົມບູນ, ມີບັນພະບູລຸດທີ່ກ້າແກ່ນ, ປູສະນີຍະສະຖານໄວ້ໃຫ້ເຮົາເປັນມໍລະດົກຢ່າງຫຼວງຫຼາຍ. ເປັນຊາດທີ່ມີວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ເປັນເອກະລັກ, …

Read More »

ສ່ອງ! ຫຼິງຫຼິງ ປິຍະດາ ແຕ່ງແບບໃດກໍເລີດ… ແຟນຄລັບຍົກໃຫ້ເປັນ Fashionista ໂຕແມ່!!!

ຂໍບອກວ່າຕ້ອງຍອມໃນຄວາມງາມເລີດຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ນອກຈາກຜົນງານການສະແດງລະຄອນ ຖ່າຍແບບ ເດີນແບບທົ່ວໄປແລ້ວ ນາງຍັງຂຶ້ນຊື່ດ້ານການແຕ່ງໂຕ ຖ້າໃຜທີ່ມັກຕິດຕາມເຟສບຸກ ຫຼື ອິນສະຕາແກມຂອງເພິ່ນກໍຈະເຫັນໄດ້ເລີຍວ່າ ນາງເປັນຄົນທີ່ມີສະຕາຍການແຕ່ງໂຕທີ່ບໍ່ຄືໃຜ ບໍ່ວ່າຈະໃສ່ຊຸດໃດກໍງາມເດັ່ນ ຈົນແຟນຄລັບສ່ວນໃຫ່ຍຍົກໃຫ້ນາງເປັນໄອດໍ້ທັງເລື່ອງຄວາມງາມ ແລະ ເລື່ອງແຟຼຊັ່ນ ເອີ້ນໄດ້ວ່າເປັນ Fashionista ໂຕແມ່ໄປແລ້ວ!!! ຮູບພາບ: Pitadar Lingling Inthavong

Read More »