ລຸ້ນໃຈຈົດໃຈຈໍ່ກັນເລີຍສຳລັບລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ The Mask Singer3 ທີ່ມີກະແສຮືຮາໄປທົ່ວຫຼັງຈາກເທບທຳອິດຂອງລາຍການເປີດໂຕມາມີຫຼາຍໆໜ້າກາກ ແຕ່ມີໜ້າກາກໜຶ່ງທີ່ມີຜູ້ຄົນໃຫ້ຄວາາມສົນໃຈຫຼາຍກໍຄື “ໜ້າກາກຊາກຸລະ” ທີ່ແຟນໆທັງລາວ ແລະ ໄທ ຕ່າງກໍທວາຍໄວ້ວ່າຕ້ອງເປັນ ນັກຮ້ອງສາວສຽງຫວານຈາກ ສປປ ລາວ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ແນ່ນອນ. ໃນວັນທີ 21 ກັນຍາ 2017 ລາຍການ The Mask Singer3 ກໍເຮັດການແຂ່ງຂັນອີກຄັ້ງຈົນຮູ້ແລ້ວວ່າທີ່ແທ້ຈິງ ໜ້າກາກຊາກຸລະ ທີ່ຫຼາຍໆຄົນຕ່າງລຸ້ນກັນວ່າຈະເປັນສິລະປິນທີ່ຕົວເອງທວາຍໄວ້ຫຼືບໍ່ກໍຖືກຖອດໜ້າກາກແລ້ວ. ໃນການແຂ່ງຂັນ ໜ້າກາກຊາກຸລະ ໄດ້ເຮັດການແຂ່ງຂັນກັບ ໜ້າກາກແອັບເປີ້ນ ເຊິ່ງຜູ້ທີ່ຊະນະກໍ່ແມ່ນຝ່າຍ ໜ້າກາກແອັບເປີ້ນທີ່ໄດ້ຜ່ານເຂົ້າຮອບຕໍ່ໄປ ແລະ ແນ່ນອນເລີຍວ່າໜ້າກາກທີ່ເປັນຝ່າຍເສຍກໍຕ້ອງໄດ້ຖອດ ພໍແຕ່ຖອດມາເທົ່ານັ້ນແຟນໆທີ່ກຳລັງລຸ້ນກໍຕ້ອງຮ້ອງດ້ວຍຄວາມດີໃຈ ເພາະເປັນໃຜບໍ່ໄດ້ເລີຍນອກຈາກ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ກໍແນວວ່າສຽງຫວານເປັນເອກະລັກປານນັ້ນ ເປັນໃຜກໍຈະບໍ່ຈື່ວ່າບໍ່ (ອິອິ). #ກຳລັງເປັນກະແສແຊຣໄປ ຮູບພາບ ແລະ ຄລິບ: WorkpointOfficial , Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
Read More »pou peng
ເກີດຫຍັງຂຶ້ນ! ກັບສາວໆໃນວົງການບັນເທີງ ເຫັນຫອບຊໍ່ດອກໄມ້ງາມໆໃນເວລາດຽວກັນ ທີ່ແທ້ເປັນແບບນີ້!!! (ມີຄຳຕອບ)
ມື້ນີ້ ຂວັນໃຈ ໄດ້ໄປສ່ອງ ເຟສບຸກ ຂອງບັນດາສາວໆຄົນດັງໃນວົງການບັນເທີງຫຼາຍຄົນເຊັ່ນ: ວັນໃໝ່ ທຳມະວົງ, ແກ້ວຕາ ພອນປະເສີດ, ເປ້ ເດີວ້າວ ແລະ ລິນນາ ສີປະເສີດ ວ່າເກີດຫຍັງຂຶ້ນ ແລະເປັນຫຍັງພວກນາງຈຶ່ງໄດ້ ດອກໄມ້ຊໍ່ງາມໆໃນເວລາ ແລະມື້ດຽວກັນ ແຖມຍັງສັງເກດເບິ່ງວ່າສາວໆເຫຼົ່ານີ້ ງາມໆ ມີໜ້າຕາທີ່ສົດໃສ ຜິວພັນເປັ່ງປະກາຍ ຮູບຮ່າງດີ ຈຶ່ງໄປເຈາະຈີ້ມແບບກົງໆເລີຍວ່າ ແມ່ນຫຍັງແທ້. ພ້ອມກັບສອບຖາມວ່າເຮັດແນວໃດຄືງາມ ໜ້າຮັກ ຮູບຮ່າງກໍດີໆ ແລະກໍໄດ້ຄຳຕອບເປັນສຽງດຽວກັນວ່າເຄັດລັບທີ່ເຮັດໃຫ້ພວກເຂົາງາມ ເບິ່ງມີສຸຂະພາບດີມາຝາກແຟນໆວ່າພວກເຂົາໄດ້ກິນ “ຊາກຸຫຼາບ ກິນໄດ້ ຖ່າຍໝົດ” Wara Rosaceae Tea Laos ເພາະຊາກຸຫຼາບໄດ້ເຮັດມາຈາກສ່ວນຜະສົມຈາກທຳມະຊາດ ດັ່ງຕໍ່ໄປນີ້: ສານສະກັດດອກກຸຫຼາບນຳເຂົ້າຈາກປະເທດ ອັງກິດ (Olivia Rose Austin) ປະໂຫຍດຂອງສານສະກັດດອກກຸຫຼາບນັກວິໄຈຈາກປະເທດ ເຢຍລະມັນ ແລະ ເດນມາກ ໄດ້ຄົ້ນຄວ້າແລະກ່າວວ່າຊາທີ່ເຮັດຈາກດອກກຸຫຼາບສາຍພັນຈາກ ປະເທດ ອັງກິດ (Olivia …
Read More »ກະແສຍັງດີບໍ່ມີຕົກ MISS UNIVERSE LAO ຂື້ນອັນດັບ 1 ໃນການໂຫວດຫຼາຍທິດຊ້ອນ ແຊງໜ້າຫຼາຍປະເທດ!!!
ມາອັບເດດເລື່ອງວົງການນາງງາມ MISS UNIVERSE 2017 ແລະ ປີນີ້ກໍຖືເປັນປີທຳອິດທີ່ປະເທດລາວຂອງເຮົາຈະໄດ້ສົ່ງນາງງາມຕົວແທນປະເທດລາວໄປປະກວດໃນເວທີ ນາງງາມຈັກກະວານ ແລະ ນາງງາມທີ່ຈະໄປປະກວດຈະເປັນໃຜບໍ່ໄດ້ເລີຍ ຫາແຕ່ໄດ້ຕຳແໜ່ງມາສົດໆຮ້ອນໆ ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAO 2017 ທີ່ກຳລັງກຽມຄວາມພ້ອມເພື່ອໄປປະກວດໃນເວທີລະດັບໂລກຢ່າງ MISS UNIVERSE 2017 ໃນຊ່ວງທ້າຍປີທີ່ຈະເຖິງນີ້. ຖືວ່າເປັນຂ່າວດີໃຫ້ຄົນລາວເຮົາໄດ້ມີຄວາມດີໃຈ ເພາະໄດ້ມີເພສຈັດອັນດັບຄັດເລືອກຫາສາວງາມໃນເວທີ MISS UNIVERSE 2017 ເພື່ອຄັດເລືອກເອົານາງງາມໃນຕຳແໜ່ງ “ນາງງາມຂວັນໃຈມະຫາຊົນ” (MISS UNIVERSE 2017 PEOPLE’S CHOICE) ແລະ ນຸ້ຍ ສຸພາພອນກໍຄອງຕຳແໜ່ງໃນການໂຫວດມາເປັນຫຼາຍຕໍ່ຫຼາຍອາທິດ ນຳໜ້າຫຼາຍປະເທດດ້ວຍຄະແນ 46,425 ຖືເປັນຄະແນນທີ່ສູງສຸດ ແລະ ຄົງທີ່ໃນ Chart ມາຫຼາຍອາທິດ. ຜົນການ UP DATE ຫຼ້າສຸດໃນວັນທີ 19 ກັນຍາ 2017: ອັນດັບ 1 ໄດ້ແກ່ປະເທດ ລາວ …
Read More »10 ພຶດຕິກຳທີ່ບໍ່ຄວນເຮັດຢູ່ໃນ Office ເດັດຂາດ
ໃນບ່ອນເຮັດວຽກມີໃຜແດ່ທີ່ຢາກຕົກເປັນເປົ້າສາຍຕາຂອງຄົນທັງບໍລິສັດ ແລະ ຕ້ອງຖືກຈັບຜິດຕະຫຼອດເວລາ ເພາະມັນເຮັດໃຫ້ພາບພົດເຮົາ ຖືກເບິ່ງບໍ່ຄ່ອຍຄັກເລີຍແມ່ນບໍ່? ດັ່ງນັ້ນ ຢ່າເຮັດ 10 ພຶດຕິກຳຕໍ່ໄປນີ້ເດັດຂາດ. ຄອບວ່າບໍ່ສະບາຍຕະຫຼອດ ເພື່ອນໆເອີຍ ຂໍ້ນີ້ຂໍຫ້າມເລີຍເດີ້ ຫ້າມເປັນຄົນທີ່ຄອບວ່າບໍ່ສະບາຍເລື້ອຍໆ ເພາະຄົນຢູ່ໃນ Office ບໍ່ມີໃຜເບິ່ງບໍ່ອອກວ່າເປັນເລື່ອງແທ້ ຫຼື ຕວະ ແລະ ແນ່ນອນວ່າຖ້າເຮົາຄອບວ່າບໍ່ສະບາຍຕະຫຼອດ ຄົນທີ່ຈະເບື່ອໜ່າຍເຮົາທີ່ສຸດກໍໜ້າຈະເປັນເພື່ອນຮ່ວມງານ ທີ່ຕ້ອງມານັ່ງຮັບຜິດຊອບວຽກແທນເຮົາເລື້ອຍໆ ມາຊ້າເປັນປະຈຳ ແຖມຍັງຫາຂໍ້ອ້າງມາເວົ້າແບບບໍ່ແນບນຽນ ລົດຫຼາຍ ບໍ່ສະບາຍ ໄປວຽກໃຫ້ທາງບ້ານ ອາຫານເປັນພິດ…ໂອ້ຍ ເປັນໄປສາລະພັດ! ມາວຽກຊ້າຕະຫຼອດຈົນຕ້ອງຫາຂໍ້ອ້າງຕະຫຼອດເລີຍແມ່ນບໍ່ ພວກເພິ່ນນລອງຄິດເບິ່ງແມ້ວ່າມັນດີແລ້ວຫວ໋າ ທີ່ເຮົາຕ້ອງມານັ່ງແກ້ຕົວຕະຫຼອດ ຮູ້ສຶກເມື່ອຍບໍ່? ທາງທີ່ດີຄວນເຊົາມາວຽກຊ້າ ແລະ ຊື່ສັດກັບຕົນເອງ ແລະ ພະຍາຍາມຕື່ນແຕ່ເຊົ້າ ໄປເຮັດວຽກໃຫ້ທັນໂມງ ຈະໄດ້ບໍ່ຕ້ອງເມື່ອຍຄິດຫາແຕ່ຂໍ້ອ້າງອີກຕໍ່ໄປ ແຂງກະດ້າງບໍ່ຍອມຄົນ ເຖິງວ່າເຮົາຈະເປັນຄົນທີ່ບອກວ່າເຮົາເປັນຄົນກົງໄປກົງມາ ແຕ່ຫົວໜ້າ ຫຼືເພື່ອນຮ່ວມງານເຂົາແຍກອອກວ່າເຮົາເປັນຄົນຫົວແຂງ ຫຼື ເປັນຄົນເວົ້າກົງ ສະນັ້ນ ຄວນປັບປ່ຽນນິດໃສໃໝ່ ເພາະຖ້າເຮົາຫົວດື້ບໍ່ຍອມຟັງໃຜເລີຍ …
Read More »ຜະລິດດອກຈຳປາຄຳ 555.555 ດອກ ເພື່ອສ້າງລາຍຮັບໃຫ້ແມ່ຍິງ ແລະ ເດັກນ້ອຍລາວ
ສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ ແລະ ວິສາຫະກິດຫັດຖະກຳ ປະດິດຈຳປາລາວ. ຈັດພິທີເຊັນສັນຍາຮ່ວມມື ການສ້າງລາຍຮັບ ເພື່ອພັດທະນາ ແມ່ຍິງ ແລະ ເດັກນ້ອຍລາວ. ຢູ່ທີ່ຫ້ອງປະຊຸມ ສູນກາງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 18 ກັນຍາ 2017. ໂດຍການເຂົ້າຮ່ວມຂອງທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ. ໂດຍການລົງນາມຂອງທ່ານ ນາງ ສຸດາວັນ ຈັນທະວີທອງ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ໄພລັດ ຈະເລີນທັງສົມບັດ ປະທານວິສາຫະກິດຫັດຖະກຳ ປະດິດຈຳປາລາວ, ມີບັນດາ ຄະນະບໍລິຫານ, ແຂກທີ່ມີກຽດເຂົ້າຮ່ວມ. ທ່ານ ນາງ ວະລີນລັດ ພັນທະວົງ ຮອງປະທານ ວິສາຫະກິດປະດິດຈຳປາລາວ ກ່າວວ່າ: ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ກໍເພື່ອຈະເປັນການສ້າງລາຍຮັບເພື່ອພັດທະນາແມ່ຍິງ …
Read More »