Breaking News

ເກີດຫຍັງຂຶ້ນ! ກັບສາວໆໃນວົງການບັນເທີງ ເຫັນຫອບຊໍ່ດອກໄມ້ງາມໆໃນເວລາດຽວກັນ ທີ່ແທ້ເປັນແບບນີ້!!! (ມີຄຳຕອບ)

ແບ່ງປັນ

 

ມື້ນີ້ ຂວັນໃຈ ໄດ້ໄປສ່ອງ ເຟສບຸກ ຂອງບັນດາສາວໆຄົນດັງໃນວົງການບັນເທີງຫຼາຍຄົນເຊັ່ນ:  ວັນໃໝ່ ທຳມະວົງ, ແກ້ວຕາ ພອນປະເສີດ, ເປ້ ເດີວ້າວ ແລະ ລິນນາ ສີປະເສີດ ວ່າເກີດຫຍັງຂຶ້ນ ແລະເປັນຫຍັງພວກນາງຈຶ່ງໄດ້ ດອກໄມ້ຊໍ່ງາມໆໃນເວລາ ແລະມື້ດຽວກັນ ແຖມຍັງສັງເກດເບິ່ງວ່າສາວໆເຫຼົ່ານີ້ ງາມໆ ມີໜ້າຕາທີ່ສົດໃສ ຜິວພັນເປັ່ງປະກາຍ ຮູບຮ່າງດີ ຈຶ່ງໄປເຈາະຈີ້ມແບບກົງໆເລີຍວ່າ ແມ່ນຫຍັງແທ້. ພ້ອມກັບສອບຖາມວ່າເຮັດແນວໃດຄືງາມ ໜ້າຮັກ ຮູບຮ່າງກໍດີໆ ແລະກໍໄດ້ຄຳຕອບເປັນສຽງດຽວກັນວ່າເຄັດລັບທີ່ເຮັດໃຫ້ພວກເຂົາງາມ ເບິ່ງມີສຸຂະພາບດີມາຝາກແຟນໆວ່າພວກເຂົາໄດ້ກິນ “ຊາກຸຫຼາບ  ກິນໄດ້ ຖ່າຍໝົດ”  Wara Rosaceae Tea Laos ເພາະຊາກຸຫຼາບໄດ້ເຮັດມາຈາກສ່ວນຜະສົມຈາກທຳມະຊາດ ດັ່ງຕໍ່ໄປນີ້:

  1. ສານສະກັດດອກກຸຫຼາບນຳເຂົ້າຈາກປະເທດ ອັງກິດ (Olivia Rose Austin)

ປະໂຫຍດຂອງສານສະກັດດອກກຸຫຼາບນັກວິໄຈຈາກປະເທດ ເຢຍລະມັນ ແລະ ເດນມາກ ໄດ້ຄົ້ນຄວ້າແລະກ່າວວ່າຊາທີ່ເຮັດຈາກດອກກຸຫຼາບສາຍພັນຈາກ ປະເທດ ອັງກິດ (Olivia Rose Austin) ມີປະສິດທິພາບດີໃນການຮັກສາອາການທ້ອງອືດ ແລະໂດຍສະເພາະການຕິດເຊື້ອໃນກະເພາະປັດສາວະ ຊ່ວຍໃຫ້ໝາກໄຂ່ຫຼັງແຂງແຮງ ວິຕາມິນຊີຈາກກຸຫຼາບຊ່ວຍປ້ອງກັນ ແລະ ຮັກສາໄຂ້ຫວັດບັນເທົາອາການເຈັບຫົວ ເຊິ່ງຄົນໃນປະເທດ ນິວຊີແລນ ຈະມີຊື່ສຽງຫຼາຍໃນການເຮັດນໍ້າຊາຈາກດອກກຸຫຼາບໃຫ້ເດັກນ້ອຍກິນໃນຍາມໜາວເພື່ອສ້າງພູມຕ້ານທານຂອງຮ່າງກາຍ ແລະປ້ອງກັນພະຍາດໄຂ້ຫວັດ. ນອກຈາກນີ້ຍັງຊ່ວຍໃຫ້ລະບົບການໝູນວຽນຂອງເລືອດດີຂຶ້ນ ແລະກິ່ນຂອງຊາກໍຍັງເຮັດໃຫ້ຮູ້ສຶກດີ ຜ່ອນຄາຍ ແລະບັນເທົາອາການຕຶງຄຽດສຳລັບຄົນທີ່ເຮັດວຽກປະຈຳຢູ່ໃນຫ້ອງການໄດ້ເປັນຢ່າງດີ.

  1. ສານຊາຂາວ ດາຈີລິງ (white tea) ນຳເຂົ້າຈາກປະເທດ ອິນເດຍ

ຊາຂາວ ເປັນຊາຊະນິດໜຶ່ງ ຜະລິດຍອດອ່ອນຂອງຕົ້ນຊາ ເຊິ່ງແຫຼ່ງເພາະປູກຂອງຊາຂາວທີ່ມີຊື່ສຽງຢູ່ທີ່ ຣັດ ດາຈີລິງ ປະເທດ ອິນເດຍ, ວິທີຜະລິດຊາຂາວເລີ່ມຈາກເລືອກເກັບຍອດອ່ອນຂອງຊາໃນຊ່ວງລະດູໃບໄມ້ປົ່ງ ຈາກນັ້ນນຳຍອດຊາທີ່ເກັບໄດ້ມາຜ່ານຂະບວນການເຮັດໃຫ້ແຫ້ງໃນເວລາທີ່ວ່ອງໄວ ດ້ວຍວິທີທຳມະຊາດໂດຍອາໄສ ລົມ ແສງແດດ ຫຼືຄວາມຮ້ອນເຊິ່ງຈະແຕກຕ່າງຈາກກຳມະວິທີຜະລິດຊາປະເພດອື່ນໆ (ຊາຂຽວ ຊາດຳ ຊາແດງ ຊາອູ່ຫຼົງ) ທີ່ຜ່ານຂະບວນການເຮັດໃຫ້ແຫ້ງດ້ວຍຄວາມຮ້ອນ ຫຼືໄອນໍ້າ ແລະຜ່ານຂະບວນການທີ່ໝັກສຳລັບຊາບາງປະເພດ ເຮັດໃຫ້ມີປະລິມານສານຕໍ່ຕ້ານອະນຸມູນອິິດສະຫຼະ ແລະຄຸນຄ່າທາງດ້ານໂພສະນາການຂອງຊາຂາວຍັງຄົງໄວ້ເປັນຢ່າງດີ ລວມທັງກິ່ນແລະລົດຊາດຂອງຊາຂາວທີ່ຍັງຄົງຄວາມສົດຊື່ນ ແລະນຸ່ມນວນ ຊາຂາວຈຶ່ງເປັນເຄື່ອງດື່ມທີ່ມີປະໂຫຍດຕໍ່ສຸຂະພາບສູງ ຄຸນປະໂຫຍດຊາຂາວອີກຢ່າງໜຶ່ງກໍຄື ການຊ່ວຍຫຼຸດນໍ້າໜັກ ເນື່ອງຈາກສານຄາເຟອີນແລະສານຄາເທຊິນໃນຊາຂາວ ຊ່ວຍໃຫ້ລະບົບເມຕາບໍລິຊຶມໃນຮ່າງກາຍດີຂຶ້ນ ເຜົາຜານພະລັງງານໄດ້ດີຫຼາຍ ເປັນຜົນເຮັດໃຫ້ນໍ້າໜັກຕົວຫຼຸດລົງ ໂດຍທີ່ບໍ່ມີຜົນຕໍ່ການເຮັດວຽກຂອງຫົວໃຈ ແລະຍັງໄດ້ມີຜົນການສຶກສາທາງວິທະຍະສາດມາຍັ້ງຍືນວ່າປະສິດທິພາບຂອງສານຕ້ານອະນຸມູນອິດສະຫຼະ ແລະສານສະກັດທາງທຳມະຊາດກ່ຽວກັບຄຸນສົມບັດຕ້ານໄຂມັນ ສານຕ້ານອະນຸມູນອິດສະຫຼະຈຳພວກໂພລີຟີນໍ ສາມາດຍັບຍັ້ງ catechol-O-methyl transferase ຈຶ່ງສາມາດຊ່ວຍກະຕຸ້ນການສ້າງຄວາມຮ້ອນຂອງຮ່າງກາຍ ຊຶາງຊ່ວຍເຜົາຜານພະລັງງານ ແລະຊ່ວຍຈັດການກັບໂຣກອ້ວນ ທັງຍັງມີຄຸນສົມບັດໃນການຕ້ານການປ່ອຍສານ ກູໂຄຣ ສູ່ກະແສເລືອດ ດັ່ງທີ່ກ່າວມາແລ້ວໃນການທີ່ມີຄຸນສົມບັດໃນການຕ້ານເບົາຫວານ ເຊິ່ງເຮັດໃຫ້ຕ້ານການສ້າງ ອິນຊູລິນ ຊຶ່ງເປັນຮໍໂມນທີ່ສົ່ງເສີມໃຫ້ຮ່າງກາຍສະສົມໄຂມັນ ດັ່ງນັ້ນຮ່າງກາຍຈຶ່ງເຜົາຜານໄຂມັນ ແທນທີ່ຈະສະສົມໄຂມັນ.

  1. ໝາກເບີຣີ່ປ່າ (Blueberry) ນໍາເຂົ້າຈາກ ປະເທດ ສະວິດເຊີແລນ

ໝາກໄມ້ຕະກູນເບີຣີ່ລວມໄປຮອດ ບຣູເບີຣີ່ ຂຶ້ນຊື່ວ່າອຸດົມໄປດ້ວຍວິຕາມິນຊີທີ່ຊ່ວຍໃນການປ້ອງກັນພະຍາດໄຂ້ຫວັດ ແລະຍັງມີຂໍ້ມູນຈາກສ່ວນອື່ນໆ ທີ່ລະບຸວ່າບູຣເບີຣີ່ຍັງມີປະໂຫຍດໃນການຊ່ວຍຫຼຸດການລະຄາຍເຄືອງໃນລະບົບປັດສາວະ ມີຊັບພະຄຸນສາມາດປ້ອງກັນພະຍາດເບົາຫວານ ພະຍາດຄໍກິນເລືອດ ລະບົບຫາຍໃຈຜິດປົກກະຕິ ຊ່ວຍບັນເທົາອາການອາການຕິດຕໍ່ໃນລໍາໃສ້ໃຫ່ຍ, ທ້ອງອືດ, ພະຍາດກະເພາະ, ຮ້ອນໃນກະຫາຍນໍ້າ, ໜິ້ວໃນກະເພາອາຫານປັດສາວະ, ຊ່ວຍເຮັດໃຫ້ລະບົບໝູນວຽນເລືອດເຮັດວຽກດີຂຶ້ນ ຊຶ່ງອາດມີສ່ວນຊ່ວຍເສີມສ້າງສະມັດຕະພາບທາງເພດຂອງຜູ້ຊາຍໄວສູງອາຍຸ ແລະຍັງຊ່ວຍປ້ອງກັນເສັ້ນເລືອດຂອດ ຫຼຸດອາການບວມ ເສີມສ້າງຄວາມແຂງໃຫ້ຫຼອດຫເລືອດ ຊ່ວຍເສີມສ້າງເນື້ອເຍື່ອ ແລະ ເສັ້ນເອັນ.

  1. ສົ້ມແຂກ ກາຊິເນີຍ (Garcinia)

ສົ້ມແຂກຖືເປັນສະໝູນໄພຫຼຸດນໍ້າໜັກໄດ້ເປັນຢ່າງດີ ເນື່ອງຈາກສົ້ມແຂກຈະຢຸດການສ້າງໄຂມັນໃນຮ່າງກາຍ ສານທຳມະຊາດໃນສົ້ມແຂກຊ່ວຍຢຸດການປ່ຽນແປ້ງແລະນໍ້າຕານໃຫ້ກາຍເປັນໄຂມັນ ແລະເຜົາຜານໄຂມັນໃນຮ່າງກາຍໄດ້ອີກດ້ວຍຈາກຜູ້ທີ່ມີບັນຫາເລື່ອງນໍ້າໜັກຕົວ ຫຼັງຈາກທົດລອງກິນສົ້ມແຂກເຂົ້າໄປແລ້ວນໍ້າໜັກຈະບໍ່ຫຼຸດລົງໄວແຕ່ຈະຄ່ອຍໆຫຼຸດຊ້າໆປະມານ 1 ກິໂລໃນ 1 ເດືອນ ຈະຊ່ວຍໃຫ້ມີຮູບຮ່າງທີ່ງາມຂຶ້ນ ສະຫຼຸບແລ້ວສົ້ມແຂກເຮັດໜ້າທີ່ 2 ຢ່າງຄື ປ້ອງກັນການສ້າງໄຂມັນໃໝ່ ແລະ ສະຫຼາຍໄຂມັນເກົ່ານັ້ງເອງ.

  1. ສານສະກັດ ກຸຫຼາບ (Rose Placenta Extract) ຈາກປະເທດ ຍີ່ປຸ່ນ

ຄຸນປະໂຫຍດຂອງ ສານສະກັດ ກຸຫຼາບ Rose Placenta Extract ສານສະກັດ ສະເຕັມເຊວ “ນໍ້າເກສອນຂອງກຸຫຼາບ” ກຸຫຼາບຈາກປະເທດ ຍີ່ປຸ່ນ ຊ່ວຍຜັດເຊວຜິວ ເຮັດໃຫ້ຜິວພັນຊຸ່ມ ໂດຍການຖືກກະຕຸ້ນຈາກຄໍລາເຈນໃຕ້ຊັ້ນຜິວ ສູງກວ່າວິຕາມິນ ເອ ແລະຍັງມີສັບພະຄຸນຕ້ານອະນຸມູນອິດສະຫຼະສູງກວ່າໃນວິຕາມີນ ຊີ ແລະຍັງກະຕຸ້ນສານທີ່ເຮັດໃຫ້ແກ່ກວ່າໄວອີກດວ້ຍ.

ສິ່ງທີ່ກ່າວມາຂ້າງເທິງນີ້ທັງໝົດລວມຢູ່ໃນ “ຊາກຸຫຼາບ  ກິນໄດ້ ຖ່າຍໝົດ” ແຟນໆທ່ານໃດທີ່ມີບັນຫາ ລະບົບການຂັບຖ່າຍ ຜິວພັນໝອງຄໍ້າ ໜ້າຕາບໍ່ເສາະໃສ ຄວນຫາມາດື່ມ ເພື່ອຈະໄດ້ງາມດັ່ງສາວໆຄົນບັນເທີງເຫຼົ່ານີ້. (ສາມາດເຂົ້າໄປເບິ່ງຂໍ້ມູນໄດ້ທີ່ເພສ Wara Rosaceae Tea Laos

 

ແບ່ງປັນ