Breaking News

ເບິ່ງລະຫວ໋າມ່ວນດີ! ກິຕ້າ ພັດທະສອນ ແຂ່ງລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ”

ແບ່ງປັນ

ໄດ້ເບິ່ງກັນລະບໍ່? ກັບລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ” ທີ່ມີສາວລາວຄົນດັງ ພັດທະສອນ ມະນີດາລັດ (ກິຕ້າ) ໄປແຂ່ງຂັນລາຍການ ຈົນສ້າງສຽງຮືຮາໃຫ້ທັງປະຊາຊົນຄົນລາວ ແລະ ໄທ, ໃນລາຍການ ສາວ ກິຕ້າ ກໍຢູ່ໃນທີມທີ່ມີ 3 ສາວ 3 ສັນຊາດ ລາວ, ໄທ ແລະ ສ. ເກົາຫລີ ແຂ່ງຂັນກັບບັນດາໜຸ່ມໆດາລາດັງຂອງໄທ 3 ຄົນ, ເຊິ່ງລາຍການ “ປິດສະໜາຟ້າແລບ” ທີ່ມີ ກິຕ້າ ໄປແຂ່ງຂັນກໍອອກອາກາດມາໄດ້ 2 ມື້ແລ້ວ ແລະໃນລາຍການກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະສຽງຮາ, ນອກຈາກນັ້ນ ສາວ ກິຕ້າ ກໍຍັງມີການສອນໃຫ້ຄົນທີ່ຢູ່ໃນການແຂ່ງຂັນລວມເຖິງພິທີກອນດັງ ເຊີນຊວນໃຫ້ຄົນລາວມາເບິ່ງລາຍການດັ່ງກ່າວໃນພາສາລາວວ່າ “ປິດສະໜາຟ້າແມບເຫຼື້ອມ” ຈະມ່ວນຊໍ່າໃດນັ້ນ ຂວັນໃຈ ເຮົາກໍມີມາຝາກແຟນໆ ລອງມາເບິ່ງກັນເລີຍ!!!

ການແຂ່ງຂັນກຳລັງດຳເນີນໄປຢ່າງມ່ວນຊື່ນ ແລະໃນມື້ນີ້ຈະຕັດສິນກັນແລ້ວວ່າທີມໃດຈະເປັນຜູ້ຊະນະ ຢ່າລືມເອົາໃຈຊ່ວຍສາວລາວຂອງເຮົານຳເດີ້!!!

ຂໍຂອບໃຈຄລິບຈາກ: WorkpointOfficial

ຮູບພາບ: Kitar Phatthasone Manydalath

ແບ່ງປັນ