Breaking News

ຂຶ້ນແທ່ນເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ທີ່ຊ່ວງນີ້ດຸໝັ່ນໂພສຮູບໂຊຫຸ່ນສຸດເຊັກຊີ່!!!

ແບ່ງປັນ

ກຳລັງເປັນກະແສກັນເລີຍກັບເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ດາລາ-ນັກສະແດງສາວປະເທດຈາກເພື່ອນບ້ານ ທີ່ຊ່ວງນີ້ຈະເຫັນນາງດຸໝັ່ນໂພສຮູບພາບໃນ ອິນສະຕາແກຼມໂຊຫຸ່ນງາມໆ ທີ່ສຸດແສນຈະຟິດແອນເຟີມສຸດໆ ຈົນເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣ ແລະສະແດງຄວາມຄິດເຫັນກັນຈົນສະໜັ່ນຫວັ່ນໄຫວ.

ສຳລັບ ເຈນີ່ ທຽນໂພສຸວັນ ກໍເປັນອີກໜຶ່ງສາວທີ່ມັກ ແລະ ຮັກໃນການເບິ່ງແຍງສຸຂະພາບ ຈົນຂຶ້ນແທ່ນເປັນໄອດໍ້ເລື່ອງຫຸ່ນ ກາຍເປັນເຊັກຊີ່ໂຕແມ່ຂອງວົງການ ແລະ ຫຼ້າສຸດກໍໄດ້ລາງວັນ ດາລາສຸຂະພາບດີ ຈາກງານປະກາດຜົນລາງວັນ ມາຍາແຊນແນວ ມາແລ້ວ.

Picture via: janienineeleven

ແບ່ງປັນ