ໃກ້ເຂົ້າມາແລ້ວກັບການປະກວດ Miss Universe Laos 2017 ແລະ ຈະປະກວດກັນໃນວັນທີ 26 ສິງຫາ 2017 ນີ້, ໃນມື້ນີ້ ຊະນີIndy ກໍມີອີກໜຶ່ງນ້ອງນາງສາວ ອອນອານົງ ຫອມສົມບັດ (ອອນ) ໝາຍເລກ MUL9 ທີ່ເວົ້າໄດ້ເລີຍວ່ານາງເປັນຄົນທີ່ງາມ ແລະເກັ່ງຫຼາຍມີຄຸນນະສົມບັດພຽບພ້ອມ, ທີ່ເວົ້າມາບໍ່ແມ່ນວ່າຈະມາເຊຍ ຫຼື ເວົ້າໃຫ້ແຟນໆຫຼົງເຊື່ອແຕ່ໂປຟາຍຂອງນາງບໍ່ທຳມະດາອີ່ຫຼີ ລອງມາຮູ້ຈັກກັບສາວງາມຄົນນີ້ຈາກບົດສຳພາດແບບເຈາະເລິກແລ້ວທຸກຄົນຈະໄດ້ຮູ້ວ່າຄົນລາວ ແມ່ຍິງລາວເຮົາເກັ່ງພຽງໃດ… #ຄົນລາວເຮົາເກັ່ງປານນີ້ຖ້າຫຍັງຢູ່ແຊຣໄປໃຫ້ໂລກຮູ້
ຂວັນໃຈ: ສະບາຍດີ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຈົບການສຶກສາ-ສາຂາ? ຄວາມສາມາດພິເສດ? ຄວາມຮູ້ດ້ານພາສາ ໄດ້ຈັກພາສາ? ໄດ້ຍິນວ່າເປັນເດັກທຶນ ມີໄດ້ທຶນຫຍັງແດ່…ເຄີຍໄປຮຽນປະເທດໃດແດ່?
ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ22ປີ, ປັດຈຸບັນຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 ພາສາ ລາວ,ໄທ,ອັງກິດ. ຕັ່ງແຕ່ ຍັງນ້ອຍ ໂດຍສວ່ນໂຕເປັນຄົນມັກເຮັດກິດຈະກຳ, ຕອນ ອາຍຸ16ປີ ນ້ອງເຄຍເຂົ້າຮວ່ມທຶນແລກປ່ຽນທາງດ້ານວັດທະນາທຳ ແລະ ພັດທະນາຄວາມເປັນຜູ້ນຳທີ່ ສະຫະລັດອາເມລິກາເປັນເວລາ1ເດືອນ, ຫລັງຈາກນັ້ນນ້ອງກໍໃດ້ເປັນໂຕແທນນັກຮຽນລາວເຂົ້າຮວ່ມໂຄງການ JENESYs ເຊິ່ງເປັນ ໂຄງການແລກປ່ຽນວັດທະນາທຳ ແລະ ຄວາມຮູ້ດ້ານການຮັກສາສິ່ງແວດລ້ອມ ລະຫວ່າງຊາວໜຸ່ມລາວ ແລະ ຍີ່ປຸ່ນ ເປັນເວລາ1ເດືອນທີ່ເມືອງໂຕກ້ຽວ ປະເທດຍີ່ປຸ່ນ, ຕໍ່ມານ້ອງກໍໄດ້ມີໂອກາດເປັນໂຕແທນໄວໜຸ່ມລາວເຂົ້າຮວ່ມກອງປະຊຸມຜູ້ນຳໄວໜຸ່ມຂອງອາຊ້ຽນ ແລະ ອາເມລິກາ ທີ່ຈັດຂຶ້ນໃນປະເທດອິນໂດເນເຊຍ. ຫຼັງຈາກນັ້ນນ້ອງກໍສາມາດເສັງໄດ້ເປັນຕົວແທນຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ກັບ ຊາວໜຸ່ມສິບປະເທດອາຊຽນ ແລະ ຍີ່ປຸ່ນ. ຕໍ່ມາໃນປີ 2014 ນ້ອງກໍໄດ້ມີໂອກາດ ເຂົ້າຮ່ວມການເຝິກອົບຮົບແນວຄິດສ້າງສັນໃນການພັດທະນາ ທີ່ປະເທດມາເລເຊຍ ໂດຍມີ ທ່ານປະທານາທິບໍດີ ບາຣັກ ໂອບາມາ ເປັນຜູ້ໃຫ້ກຽດກ່າວ ຄຳປະຖະກະຖາ, ນ້ອງໃດ້ມີໂອກາດໄດ້ເຂົ້າຮັບຟັງ ແລະເປັນກຽດຈັບມືທັກທາຍນຳເພິ່ນ. ຈາກການເຝິກອົບຮົມໄລຍະສັ້ນ ນ້ອງພອ້ມດວ້ຍໜູ່ຮວ່ມກຸ່ມອີກ4 ຄົນຈາກປະເທດອາຊຽນ ສາມາດຍາດເອົາລາງວັນທີ່ໜຶ່ງໃນການຄິດຄົ້ນແບບການພັດທະນະດີເດັ່ນໃນດ້ານການສົ່ງເສີມເສດຖະກິດທ້ອງຖິ່ນ. ຫຼັງຈາກນັ້ນ ນ້ອງກໍໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ໂດຍລັດຖະບານຮົງກາລີເພື່ອໄປສຶກສາຕໍ່ທີ່ ທະວີບເອີຣົບ. ໃນຊວ່ງທີ່ນ້ອງສຶກສາຢູ່ທີ່ປະເທດຮົງກາລີ ນ້ອງກໍໃດ້ມີໂອກາເປັນຕົວແທນນັກຮງນ ແລະ ຊາວໜຸ່ມລາວເຂົ້າຮວ່ມຫຼາກຫຼາຍກອງປະຊຸມ ແລະ ກິດຈະກຳແລກປ່ຽນຄວາມຮູ້ຄວາມສາມາດ ແລະ ຄວາມຄິດເຫັນໃນຫຼາຍໆ ຫົວຂໍ້ບັນຫາ ບໍ່ວ່າຈະເປັນ ໃນເລື່ອງບັນຫາກ່ຽວກັບຜູ້ອົບພະຍົບ ແລະ ສິດທິມະນຸດ, ພົ້ນເດັ່ນທີ່ສຸດໃນນັ້ນແມ່ນນ້ອງໃດ້ເປັນຕົວແທນນັກຮຽນລາວຄົນທຳອິດທີ່ເຂົ້າຮວ່ມການແລກປ່ຽນ ແລະ ສົນທະນາບັນຫາຄວາມເທົ່າທຽມຂອງສັງຄົມ ຈັດຂຶ້ນໂດຍໂຄງການນັກຮຽນນານາຊາດທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງແມ່ນປະເທດນໍເວຍເປັນເຈົ້າພາບ.
ຂວັນໃຈ: ປັດຈຸບັນມີເຮັດວຽກປະຈຳຢູ່ໃສ? ສ່ວນຕົວເປັນຄົນມີບຸກຂະລິກແນວໃດ?
ອອນ: ປະຈຸບັນນີ້ນ້ອງຫາແຕ່ຮຽນຈົບ ນ້ອງກໍາລັງສະໝັກເຂົ້າເຮັດວຽກກັບອົງການສາກົນ ແລະຫວັງວ່າຈະໃດ້ຍິນຂ່າວຕອບຮັບໃນໄວໆນີ້… ໂດຍສ່ວນຕົວແລ້ວນ້ອງເປັນຄົນເບິ່ງໂລກໃນດ້ານດີ, ເປັນຄົນກົງໄປກົງມາ, ຕະຫຼົກເຮຮາ, ມັກເຂົ້າສັງຄົມໂອ້ລົມແລກປ່ຽນທັດສະນະຄະຕິກັບໝູ່ເພື່ອນ ເພາະນ້ອງຄິດວ່າຍິ່ງການທີ່ເຮົາໃດ້ໂອ້ລົມກັບຄົນຫຼາຍຍິ່ງເຮັກໃຫ້ເຮົາໄດ້ດ້ຮຽນຮູ້ ແລະ ຂະຫຍາຍທັດທະນະຄະຕິເຮົາໃຫ້ກວ້າງຂຶ້ນສໍ່ານັ້ນ ໂດຍສະເພາະແມ່ນການໂອ້ລົມກັບຜູ້ທີ່ມີທັດສະນະຄະຕິທີ່ແຕກຕ່າງຈາກເຮົາ
ຂວັນໃຈ: ເຫັນມີຄົນຈັບຕາເບິ່ງຫຼາຍເລີຍ ຖືວ່ານ້ອງກໍເປັນອີກຄົນໜຶ່ງທີ່ພິເສດເລີຍໃດໃນການປະກວດ ມີຄວາມຮູ້ສຶກແນວໃດ? ຄາດຫວັງຊໍ່າໃດກັບການປະກວດເທື່ອນີ້?
ອອນ: ນ້ອງຮູ້ສຶກຕຶ້ນຕັນຈິດໃຈຫລາຍທີ່ມີຄົນໃຫ້ກຳລັງໃຈໃນຫຼາຍໆດ້ານ ຈາກຫຼາຍໆພາກສວ່ນ. ການເຂົ້າມາເປັນສ່ວນຫນຶ່ງຂອງ ກອງປະກວດ Miss Universe Laos ນີ້ກໍເປັນອືກສິ່ງໜື່ງທີ່ທ້າທາຍຄວາມສາມາດ ແລະ ຄຸນນະສົມບັດ ອີກຢ່າງໜຶ່ງທີ່ທ້າທາຍແຕກຕ່າງອອກໄປ, ນ້ອງກໍຄາດຫວັງວ່າຈະເຮັດສຸດຄວາມສາມາດ ແລະ ພິສູດເຖິງຄວາມຕັ້ງໃຈໃນການເອົາຊະນະໂຕເອງ. ໃນສຸດທ້າຍແລ້ວຄຳວ່າແພ້ ຫຼືຊະນະກໍບໍສຳຄັນເທົ່າ ປະສົບການ ແລະມິດຕະພາບດີໆຈາກຫມູ່ເພື່ອນສາວງາມໃນກອງປະກວດ ແລະ ການໃດ້ເຮັດສຸດຄວາມສາມາດທີ່ເຮົາມີ
ຂວັນໃຈ: ຕໍ່ຈາກນີ້ມີວາງແຜນຫຍັງໃນຊີວິດແດ່?
ອອນ: ຕອນນີ້ແມ່ນນ້ອງຢາກມີປະສົບການເຮັດວຽກກອ່ນ ແລ້ວຈິ່ງວາງແຜນຮຽນຕໍ່ປະລິນຍາໂທ. ນ້ອງຢາກ ເຮັດຄວາມເຂົ້າໃຈໃນປະສົບການໂຕຈິງ ກັບສິ່ງທີ່ຈະຮງນໃນອານາຄົດໃຫ້ລະອຽດດີຕື່ມເພື່ອກຽມຄວາມພອ້ມໃນອານາຄົດ
ຂວັນໃຈ: ອັບເດດສະຖານະແດ່? ເປັນແນວໃດຄວາມຮັກ…(ມີແຟນແລ້ວບໍ່) ສະເປັກໜຸ່ມໆມັກຄົນແນວໃດ?
ອອນ: ເອົາແທ້ໆ ແມ່ນນ້ອງລົມກັບໃຜກໍໄດ້ ເປັນຄົນບໍ່ຄອ່ຍມັກຕີກອບເລື່ອງຄວາມຮັກ, ເພາະເຮົາບໍ່ຮູ້ວ່າມັນຈະເກີດຂຶ້ນກັບໃຜ ແລະ ເວລາໃດ. ປ່ອຍໃຫ້ເປັນທຳມະຊາດ ແຕ່ເບິ່ງຄວາມເໝາະສົມຫຼາຍກວ່າ
ຂວັນໃຈ: ຝາກທ້າຍແດ່… (ຢາກຝາກຫຍັງເປັນພິເສດບໍ່) ແຟນໆສາມາດຕິດຕາມນ້ອງໄດ້ຊ່ອງທາງໃດແດ່???
ອອນ: ສຸດທ້າຍນີ້ແມ່ນນ້ອງຢາກຂອບໃຈທຸກໆຄົນທີ່ເປັນກຳລັງໃຈໃຫ້ນ້ອງ ບໍ່ວ່າຈະເປັນໝູ່ຄູ່,ຄອບຄົວ, ກອງປະກວດ Miss Universe Laos ເອງ ແລະ ອ້າຍ, ເອື້ອຍ, ນ້ອງ ພ້ອມທັງຄູບາອາຈານທຸກຄົນ ທີ່ໃຫ້ຄຳເແນະນຳ ແລະ ເປັນກຳລັງໃຈດີໆໃຫ້. ຢາກໃຫ້ທຸກຮູ້ວ່າຖ້ານ້ອງປະສົບຜົນສຳເລັດ ທຸກໆຄົນແມ່ນມີບົດບາດໃນຄວາມສຳເລັດນັ້ນເຊັ່ນດຽວກັນ. ນ້ອງຢາກຝາກເປັນກຳລັງໃຈໃຫ້ທຸກໆຄົນຜູ້ທີ່ມີຄວາມຝັນ ຫຼື ຄວາມຫວັງທີ່ຈະເຮັດສິ່ງໃດໜຶ່ງບໍ່ວ່າຈະເປັນເລື່ອງການຮຽນ, ວຽກງານ ຫຼື ການຄ້າຂາຍ, ໃຫ້ຕັ້ງໜ້າສູ້ຕໍ່ໄປ. ບໍ່ມີສິ່ງໃດທີ່ເກີນໄປກວ່າຄວາມອົດທົນ ແລະ ຄວາມຕັ້ງໃຈຂອງເຮົາ. ຖ້າເຮົາບໍ່ເຄຍຮູ້ລົດຊາດຂອງຄວາມຜິດຫວັງ ເຮົາກໍຄົງຈະບໍ່ມີວັນໃດ້ຮູ້ວ່າການປະສົບຜົນສຳເລັດດວ້ຍເຫື່ອແຮງຂອງຕົວເຮົາເອງນັ້ນຄຸ້ມຄ່າພຽງໃດ ແຟນໆ ສາມາດຕິດຕາມນ້ອງໄດ້ທີ່ Facebook ແລະ Instagram ຂອງນ້ອງໄດດ້ທີ່ On-anong Homsombath ແລະ onanong_homsombath.
ຂໍຂອບໃຈສຳລັບຮູບພາບ