Breaking News

ບໍ່ທຳມະດາ! ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ດາວເດັ່ນໃນການປະກວດ Miss Universe Laos 2017

ແບ່ງປັນ
 ອີກແລ້ວກັບ ຊະນີIndy ເຈົ້າເກົ່າເຈົ້າເດີມ ເຈົ້າແມ່ຂາຊ໋ອກແຊ໋ກແຫ່ງວົງການບັນເທີງ, ມື້ນີ້ຈະພາແຟນໆມາຮູ້ຈັກກັບນ້ອງສາວຄົນງາມ ນ້ອງ ຕົ້ນຄຳ ພົນຈັນເຮືອງ ຫຼື ເຈນນີ້ ອາຍຸ 23 ປີ ສາວກ້ານຍາວຜູ້ທີ່ມີຄວາມສູງເຖິງ 175 ຊັງຕີແມັດ ຜູ້ເຂົ້າປະກວດໝາຍເລກ MUL2 ອີກໜຶ່ງສາວດາວເດັ່ນທີ່ແຟນໆຕ່າງພາກັນລຸ້ນກັນເຊຍຢາກໃຫ້ນາງໄດ້ມົງກຸດອັນຊົງກຽດແຫ່ງເວທີ Miss Universe Laos 2017 ມາຄອບຄອງ, ເຫັນງາມໆຫຸ່ນສູງຍາວເຂົ່າດີແບບນີ້ບອກເລີຍເດີ້ວ່ານາງບໍ່ທຳມະດາອີຫລີ ນາງມີຄວາມສາມາດຫຼາກຫຼາຍ ທັງຜ່ານເວທີປະກວດໃຫ່ຍໆລະດັບປະເທດ, ເປັນພີທີກອນ, ນາງແບບ ແລະອີກຫຼາຍໆຢ່າງທີ່ ສາວ ເຈນນີ້ ຕົ້ນຄຳກຳລັງເຮັດຢູ່… ຫັ້ນແນ່ ເວົ້າແບບນີ້ຢາກຮູ້ຈັກຕົວຕົນຂອງສາວງາມຜູ້ມີຄຸນສົມບັດພຽບພ້ອມຄົນນີ້ແລ້ວແມ່ນບໍ່… ບໍ່ລໍຖ້າເດີ້!!! ມາເລີຍດຽວ ຊະນີIndy ຈັດໃຫ້ແບບສຳພາດພິເສດລອງມາຮູ້ຈັກກັບ ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ຄົນນີ້ລອງເບິ່ງຮັບຮອງນາງມີຄວາມງາມ ໜ້າຮັກ ເຊັກຊີ່ມີສະເໜ່ ແຖມເປັນລູກກະຕັນຍູ ເຊື່ອວ່າທຸກໆຄົນຕ້ອງຕົກຫຼຸມຮັກນາງແນ່ນອນ!!!
#ແຊຣໄປເປັນກຳລັງໃຈໃຫ້ນ້ອງເຈນນີ້ຄົນງາມແດ່
ຂວັນໃຈ: ສະບາຍດີ ເຈນນີ່ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຜົນງານທີ່ຜ່ານມາ…ມີເຄີຍປະກວດເວທີໃດມາກ່ອນບໍ່? 
ເຈນນີ້: ສະບາຍດີ ຊື່ ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ອາຍຸ 23ປີ ສູງ 175cm ຈົບການສຶກສາໂຮງຮຽນ Lao international college (ໂຮງຮຽນລາວນາໆຊາດ ) ເຄີຍປະກວດນາງສັງຂານ ປີ 2012 ເຊິ່ງເປັນປີທຳອິດຂອງນາງສັງຂານນະຄອນຫຼວງວຽງຈັນ.

ຂວັນໃຈ: ກ່ອນໜ້າຈະມາປະກວດ Miss Universe Laos 2017 ເຄີຍຜ່ານວຽກວົງການບັນເທິງຫຍັງແດ່ນໍ? ເລົ່າໃຫ້ຟັງແດ່…
ເຈນນີ້: ເຈນເຄີຍຜ່ານວຽກໃນວົງການບັນເທິງມາເຊິ່ງເຄີຍເປັນພິທິກອນ ເປັນນາງແບບ ນັກສະແດງ ແລະເຄີຍເປັນນັກຮ້ອງມາກ່ອນ (ຍິ້ມຫວານ)
ຂວັນໃຈ: ປັດຈຸບັນມີເຮັດວຽກປະຈຳຢູ່ໃສ? ສ່ວນຕົວເປັນຄົນມີບຸກຂະລິກແນວໃດ? ເຄີຍມີຄວາມຝັນຫຍັງແດ່ບໍ່? ມີສາຍາສະເພາະບໍ່ (ແບບທີ່ໝູ່ສະນິດເອີ້ນຊິນະ ອິອິ)
ເຈນນີ້: ປະຈຸບັນກຳລັງກໍໍຕັ້ງບໍລະສັດເປັນຂອງໂຕເອງ ຊື່ A-list Agency ແລະ Modeling ກັບຂາຫຸ້ນຜູ້ໃຫຍ່ ທີ່ຫລາກຫລາຍຄວາມສາມາດ ແລະ ມີປະສົບຜົນສຳເລັດທຸລະກິດໃນທຸກໆດ້ານຄື ບໍລິສັດ K&C Group ທີ່ເພີ່ນໃຫ້ໂອກາດເຈນ ມາເປັນສ່ວນຫນຶ່ງ ໃນການມາບໍລິຫານ ພ້ອມທັງເປັນຂາຫຸ້ນໃນບໍລິສັດ, ສ່ວນຕົວນິໃສເປັນຄົນເຮຮ່າ ເປັນຄົນກົງໄປກົງມາ ເປັນຄົນເຂົ້າໄດ້ກັບທຸກກຸ່ມ ທຸກສະຖານະການ ແລະ ເຈນຍັງມີສາຍາທີ່ໝູ່ມັກຮ້ອງກໍຄື “ອີ່ນາງກ້ານຍາວ 555”
ຂວັນໃຈ: ເຫັນເປັນກະແສຫຼາຍເລີຍ ເຈນນີ່ ກະເປັນດາວເດັ່ນເລີຍໃດໃນການປະກວດ ມີຄວາມຮູ້ສຶກແນວໃດ? ຄາດຫວັງຊໍ່າໃດກັບການປະກວດເທື່ອນີ້?
ເຈນນີ້: ກ່ອນອື່ນຫມົດຕ້ອງຂອບໃຈກອງປະກວດ Miss universe laos ທີ່ເຮັດໃຫ້ເຈນໄດ້ມາຈຸດນີ້ ໄດ້ລົງປະກວດແລ້ວເຮັດໃຫ້ເຈນຮູ້ວ່າ ມີຄົນຮັກເຮົາຫລາຍ ແລະ ຄົນເຫລົ່ານີ້ ພ້ອມຈະເຊຍ ແລະ ໃຫ້ກຳລັງໃຈເຮົາໃນທຸກດ້ານການເຄື່ອນໄຫວ ຮູ້ສຶກດີໃຈ ຈຶ່ງກ້າທີ່ຈະກ້າວຂາລົງມາສະໝັກປະກວດໃນຄັ້ງນີ້, ສວ່ນໃນການປະກວດການຄາດຫວັງເປັນສິ່ງທີ່ບໍ່ຜິດ ເພາະທຸກມີຄວາມຫວັງ ແລະ ມີຄວາມຝັນຄືຢາກເປັນ Miss universe laos ແຕ່ສິ່ງສຳຄັນສຳລັບເຈນ ຄືເວທີນີ້ເຈນບໍ່ໄດ້ມາສູ້ກັບໃຜ ເຈນມາສູ້ກັບໂຕເອງ ໃຈໂຕເອງ ພິສູດສັກກະຍະພາບ ວ່າແມ່ຍິງລາວມີຄວາມສາມາດ ເປັນໄດ້ຫຼາກຫຼາຍບຸກຄະລິກ ເຖິງວ່າຈະໄດ້ຫຼືວ່າບໍ່ໄດ້ຕຳແໜ່ງ ທຸກໆຢ່າງມັນຄືປະສົບການ ແລະ ການຮຽນຮູ້ເພື່ອນຳໄປພັດທະນາຕົວເຮົາເອງໄດ້ໃນຕໍ່ໆໄປ…
ຂວັນໃຈ: ຕໍ່ຈາກນີ້ມີວາງແຜນຫຍັງໃນຊີວິດແດ່? ຍັງຢາກເຮັດຫຍັງອີກບໍ່? ອັບເດດໃຫ້ຟັງແດ່…
ເຈນນີ້: ຫລັງຈາກຈົບການປະກວດ ຜົນອອກຈະເປັນຈັ່ງໃດກໍຕາມ ເປົ້າໝາຍຂອງເຈນກະຍັງຄືເກົ່າ ຄືຕັ້ງໃຈເດີນໜ້າເຮັດທຸລະກິດ ຫາເງິນ ສ້າງບ້ານໃຫ້ແມ່ ເພາະຕອນນີ້ເຈນສ້າງບ້ານໃຫ້ແມ່ໄດ້ປະມານ 40% ແລ້ວ ແລະ ກໍຈະສານຝັນໂຕເອງ ແລະ ແມ່ໃຫ້ເປັນຈິງ (ຊົມເຊີຍເດີ້ ເປັນລູກສາວທີ່ກະຕັນຍູອີ່ຫລີ)
ຂວັນໃຈ: ຊ່ວຍຝາກທ້າຍແດ່… (ຢາກຝາກຫຍັງເປັນພິເສດບໍ່) ແລະແຟນໆສາມາດຕິດຕາມເຈນໄດ້ຊ່ອງທາງໃດແດ່?
ເຈນນີ້: ສຸດທ້າຍຂໍຝາກເປັນກຳລັງໃຈກັບການລົງປະກວດ Miss universe laos ຂອງເຈນແນ່ເດີ້ ປະສົບການທີ່ສະສົມມາ 5-6 ໃນວຽກວົງການບັນເທິງຂອງເຈນຈະເຮັດໃຫ້ດີທີ່ສຸດ ສາມາດຕິດຕາມເຈນໄດ້ທີ່ (FB Tonkham mc jennie , IG m.c jennie)
ແບ່ງປັນ