Breaking News

ອໍ້າ ພັດຊະຣາພາ ຊຸບເປີສະຕາໂຕແມ່ ຮ່ວມງານປະກາດຜົນລາງວັນ ແຖມຄວ້າລາງວັນກັບບ້ານ!!!

ແບ່ງປັນ

ຄໍ່າຄືນຂອງວັນທີ 8 ສິງຫາ 2017 ເປັນທີ່ຮືຮາຂອງບັນດາແຟນຄລັບ ເພາະວ່າດາລາໝາຍເລກ 1 ອໍ້າ ພັດຊະຣາພາ ໄຊເຊື້ອ ຊຸບເປີສະຕາໂຕແມ່ຂອງວົງການບັນເທິງຂອງປະເທດເພື່ອນບ້ານ ໄດ້ໄປຮ່ວມງານປະກາດຜົນລາງວັນຂອງ ມາຍາແຊນເນວ ແລະຍັງເປັນດາລາຄົນສຸດທ້າຍທີ່ເດີນພົມແດງປິດທ້າຍງານ (Finale) ພາຍໃນງານກໍມີເຫຼົ່າບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ນຳໄປຕາມເຊຍ ຕາມກຣີດໆໆໆ ດາລາໃນດວງໃຈກັນຢ່າງຫຼວງຫຼາຍ, ແຖມງານນີ້ ຊຸບຕາໝາຍເລກ 1 ຍັງບໍ່ເຮັດໃຫ້ແຟນໆຜິດຫວັງ ເພາະສາມາດຄວ້າລາງວັນ “ດາລານຳຍິງຂວັນໃຈມະຫາຊົນ” ໃນລະຄອນເລື່ອງ ເພີງພະນາງ ທີ່ດາລາສາວຄົນນີ້ໄດ້ຫຼິ້ນໃນຊ່ວງຕົ້ນປີທີ່ຜ່ານມາຫຼັງຈາກທີ່ຫ່າງຫາຍງານທາງດ້ານລະຄອນມາດົນ.

ຮູບພາບ: aum_patchrapa

ແບ່ງປັນ