Breaking News

ລູກນໍ້າ ທິດາລັດ ນັກສະແດງສາວຈາກລາວຮ່ວມງານປະກາດຜົນລາງວັນທີ່ປະເທດໄທ

ແບ່ງປັນ

ລູກນໍ້າ ທິດາຣັດ ວົງສິຣິ ນັກສະແດງສາວຈາກລາວເດີນທາງຮ່ວມເດີນພົມແດງໃນງານປະກາດຜົນລາງວັນ ມາຍາ ມະຫາຊົນ (Maya Awards 2017) ທີ່ປະເທດໄທ ໃນຄໍ່າຄືນວັນທີ 8 ສິງຫາ 2017 ທີ່ຜ່ານມາ, ລູກນໍ້າ ນັກສະແດງສາວຄົນດັງຈາກລາວເຮົາກໍໄດ້ຮ່ວມເສີດສາຍ ໂຊໂຕຢ່າງງົດງາມເທິງພົມແດງໃນງານດຽວກັນກັບສິລະປິນ ແລະ ນັກສະແດງຄົນດັງຈາກປະເທດເພື່ອນບ້ານຫຼາຍຄົນເຊັ່ນ: ອໍ້າ ພັດຊະຣາພາ ໄຊເຊື້ອ, ກົບ ສຸວະນັນ, ໃໝ່ ດາວິກາ ໂຮເນ່, ຍຸ້ຍ ຈີລະນັນ, ເຈມ ຈິຣາຍຸ ແລະຍັງມີສິນລະປິນລະດັບແຖວໜ້າຂອງປະເທດເພື່ອນບ້ານໄປໃນງານນີ້ຢ່າງຫຼວງຫຼາຍ.

ສຳລັບ ລູກນໍ້າ ທິດາຣັດ ວົງສິຣິ ກໍເປັນອີກໜຶ່ງນັກສະແດງທີ່ມີຄວາມສາມາດ ແລະ ໃນໄວໆນີ້ ລູກນໍ້າ ກໍກຳລັງຈະມີຜົນງານຮ່ວມສະແດງຮູບເງົາ “ມັງກອນນາລີປີສາດ” ຮ່ວມກັບປະເທດເພື່ອນບ້ານອີກດ້ວຍ. #ແຊຣໄປເປັນກຳລັງໃຈໃຫ້ລູກນໍ້າແດ່

ຮູບພາບ:  Louknum Vongsili

ແບ່ງປັນ