Breaking News

pou peng

ເອົາແລ້ວ!!! ພິກລ໋ອກ…ເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ແລະ ອ໋ອບ (ມີຄລິບ)

ເອົາແລ້ວ!!! ພິກລ໋ອກ…ມາເບິ່ງວ່າເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເມື່ອນູ່ນີ່ຈັບໄດ້ວ່າອ໋ອບເບິ່ງສາວອື່ນຕໍ່ໜ້າຕໍ່ຕາ ຈົນເຮັດໃຫ້ສາວນູ່ນີ່ເກີດອາການບໍ່ພໍໃຈ, ເຊິ່ງຄລິບດັ່ງກ່າວໄດ້ຖືກເຜີຍແຜ່ຈາກລາຍການ Take me out Raelity ເຊິ່ງໄດ້ອອກອາກາດໄປໃນວັນອາທິດທີ່ຜ່ານມາ, ແຕ່ປັດຈຸບັນທັງສອງກໍໄດ້ປັບຄວາມເຂົ້າໃຈກັນແລ້ວ (ໂອ້ຍ…ໄຄແດ່) ວ່າບໍ່ແຟນໆ…!!! ຄລິບຈາກ: TV Thunder Official

Read More »

ງານເປີດຫ້ອງຂາຍ ​LTH STORE ​​ໃໝ່ ແລະ Nokia ສະມາດໂຟນໃໝ່

ຫຼັງຈາກປິ​ດປັບປຸງຫ້ອ​ງຂາຍ ຫຼື ສູນ​ໂນ​ເກ​ຍ ​ມາໄດ້​ເຄິ່ງ​ປີ​ ​​ມາເຖິງ​ທ້າຍອາທີດທີ່ຜ່ານມາ  LTH Store ໄດ້​​ເປີດໃໝ່​ຢ່າງ​ເປັນ​ທາງ​ການ, ພ້ອມກັບການເປີດຕົວ ຂອງການກັບມາຢ່າງເປັນທາງການ​ Nokia ສະມາດ​ໂຟນລຸ້ນ​ໃໝ່ທັງ​ 3 ລຸ້ນ ​ແລະ ມີ​ເຄື່ອງໃຊ້​ໄຟຟ້າ​​ເຖິງ​ 20 ຍີ້ຫໍ້​ ເພື່ອ​ໃຫ້​ລູກຄ​້າມີຫຼາຍທາງເລືອກ. ພິທີເປີດຫ້ອງຂາຍໃໝ່ຈັດຂຶ້ນໃນຕອນຄໍ່າຂອງວັນເສົາວັນທີ 29 ກໍລະກົດ 2017 ທີ່ບ້ານຝາຍ (ດົງປ່າລານ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດຕັດແຖບຜ້າຂອງທ່ານ ​ແຈັກ​ ໄຊຊະນະ ຜູ້ອຳນວຍການ ຂອງ​ບໍລິສັດ ​ແອວ​ທົງ​ຮວດ ​ເທ​ເລ​ຄອມ​ ຈຳກັດ (LTH), ມີບັນດາພະນັກງານ LTH ແລະ ​ແຂກ​ຖື​ກຮັບ​ເຊີນ​ເຂົ້າ​ຮ່ວມ​. ທ່ານ ປິຍະ​ວັດ ປຣິນສິດທິ​ລັດ ຫົວໜ້າພະ​ແນ​ກ​ເຄື່ອງ​​ໃຊ້​ໄຟຟ້າ, ບໍລິສັດ ​ແອວ​ທົງ​ຮວດ​ ເທ​ເລ​ຄອມ​ ຈຳກັດ (LTH)ກ່າວໃນພິທີເປີດວ່າ:  ຫ້ອງຂາຍ LTH …

Read More »

ມາລີຍາ ພູນເລີດລາບ Miss Universe Thailand 2017

ລາຍງານຂ່າວຄວາມເຄື່ອນໄຫວຂອງວົງການນາງງາມຕ່າງປະເທດກັນແດ່!!! ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດ Miss Universe Thailand 2017 ຊຶ່ງສາວງາມທີ່ສາມາດຄວ້າຕຳແໜ່ງໄປໄດ້ກໍຄື ມາລີຍາ ພູນເລີດລາບ ອາຍຸ 25 ປີ ລູກຊອດໄທ-ສະວີເັດນ ເຈົ້າຂອງຄວາມສູງ 184 ຊັງຕີແມັດ ເຊິ່ງ ມາລີຍາ ເອງກໍເປັນໜຶ່ງໃນສາວງາມທີ່ເປັນໂຕເກັງມາຕັ້ງແຕ່ທຳອິດ ແລະ ມາລີຍາ ຍັງຈະໄດ້ໄປເປັນຕົວແທນຂອງປະເທດໄທເພື່ອໄປປະກວດ Miss Universe 2017 ທີ່ປະເທດ ອາເມລິກາ ອີກດ້ວຍ ມາລີຍາ ພູນເລີດລາບ ຫຼື (ມາເລຍ) ມີດີກຼີເປັນເຖິງນາງແບບ ນັກຮ້ອງ ຈົບການສຶກສາໃນລະດັບປະລິນຍາໂທ ສາຂາການຕະຫຼາດ ຈາກປະເທດ ສະວີເດັນ ເປັນລູກສາວຫຼ້າ ມີອ້າຍຝາແຝດ 2 ຄົນ, ມາລີຍາ ເກີດທີ່ປະເທດໄທ ກ່ອນທີ່ຈະຍ້າຍໄປຢູ່ປະເທດ ຫວຽດນາມ ຕອນອາຍຸ 2 ປີ ເພາະພໍ່ຂອງນາງມີອາຊີບເປັນ ວິສະວະກອນຕ້ອງໄປຄວບຄຸມການກໍ່ສ້າງໂຮງງານຜະລິດໄຟຟ້າຢູ່ທີ່ນັ້ນ ກ່ອນທີ່ຈະຍ້າຍກັບມາປະເທດໄທຕອນອາຍຸ …

Read More »

ຫວານເວີ້! ນູ່ນີ່-ອ໋ອບ ໂຊຄວາມຫວານ ເຮັດເອົາແຟນຄລັບເຊຍສຸດໃຈ!!!

ໂຊຄວາມຫວານກັນເລື້ອຍໆເລີຍສຳລັບຄູ່ຮັກທີ່ກຳລັງເປັນກະແສຮ້ອນແຮງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເຊິ່ງເປັນຄູ່ຮັກທີ່ຈັບມືກັນອອກມາຈາກລາຍການເລືອກຄູ່ຊື່ດັງ Take Me Out Thailand, ຫຼ້າສຸດສາວ ນູ່ນີ່ ກໍໄດ້ໂພສຮູບພາບພ້ອມຂຽນຄຳອະທິບາຍວ່າ: “ງານແຕ່ງຢູ່ໃສ ເປັນໄດ້ແຕ່ແຂກຮັບເຊີນ….. “ ແຕ່ຍັງບໍ່ຈົບເພາະເຮັດໃຫ້ໜຸ່ມ ອ໋ອບ ວ່າທີ່ເຂີຍລາວຂອງເຮົາເຂົ້າໄປຄອມເມັ້ນຮູບຂອງສາວນູ່ນີ່ວ່າ: “ຖ້າອ້າຍກ່ອນເດີ້ ກຳລັງເກັບເງິນຄ່າດອງ” ເຮັດເອົາສາວນູ່ນີ່ເຖິງຂັ້ນເຂີນແຮງ… ສ່ວນບັນດາເຫຼົ່າແຟນຄລັບຂອງທັງສອງກໍຍິ່ງປື້ມ ແລະເຊຍຄູ່ນີ້ຢາກໃຫ້ທັງສອງມີຂ່າວດີກັນໄວໆອີກດ້ວຍ. ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ກໍເປັນອີກໜຶ່ງຄູ່ຮັກທີ່ມີຄວາມໜ້າຮັກ ແລະກຳລັງເປັນກະແສ ບໍ່ວ່າທັງສອງຈະເຮັດຫຍັງກໍຈະມີເຫຼົ່າແຟນໆລໍຖ້າເບິ່ງ ຕິດຕາມ ແລະລໍຖ້າໃຫ້ກຳລັງໃຈຢູ່ສະເໝີ. #ແຊຣໄປເປັນກຳລັງໃຈໃຫ້ຄູ່ນີ້ ຂໍຂອບໃຈຮູບພາບຈາກ: Noony Koumphonphakdee , Yingyot Aoflaiprang Kanjananiyom  

Read More »

ມາເບິ່ງ! ຄວາມຫຼໍ່ເຂັ້ມ ແຖມຮອຍຍິ້ມຫວານມີສະເໜ່ຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ!!!

ເອີ່ຍເຖິງຄູ່ຮັກ Hot and Hit ຄົງຈະໜີບໍ່ພົ້ນ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ທີ່ທັງສອງກາຍເປັນຄູ່ຮັກໄອດໍ້ (Idol) ທີ່ກຳລັງເປັນກະແສທີ່ສຸດໃນຕອນນີ້ ແລະ ທັງສອງຍັງມີຖານແຟນຄລັບທີ່ໜາແໝ້ນສຸດໆ ບໍ່ວ່າທັງສອງຈະເຮັດຫຍັງ ຈະໄປໃສ ຫຼືແມ້ແຕ່ອັບຮູບລົງເຟສບຸກກໍຈະມີແຟນຄລັບນຳໄປໃຫ້ກຳລັງໃຈ ແລະກົດໄລ້ ກົດແຊຣ ກັນແບບກະໜໍ່າ ແລະ ໃນມື້ນີ້ ຊະນີIndy ໄດ້ນຳເອົາຄວາມຫຼໍ່ເຂັ້ມ ຮອຍຍິ້ມຫວານມີສະເໜ່ ແຖມເປັນສຸພາບບູລຸດລູກຜູ້ຊາຍຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ ມາຝາກແຟນເພສທຸກໆຄົນ. #ສາວໆຄົນໃດຢາກເຈິຜູ້ຊາຍແບບນີ້ແຊຣໄປໆ ຂໍຂອບໃຈຮູບພາບຈາກ: Yingyot Aoflaiprang Kanjananiyom

Read More »