ສະບາຍດີ!!! ແຟນເພສ ຂວັນໃຈ ທີ່ໜ້າຮັກ ໜ້າຫອມ ທຸກໆຄົນ, ຫ່າງຫາຍກັນໄປດົນເລີຍກັບ ຊະນີIndy ຄົນຂີ້ເມົ້າ ຂີ້ຝອຍ ຄົນເກົ່າເຈົ້າເດີມ ເພີ່ມຕື່ມຄືຄວາມສອດຮູ້ສອດເຫັນ… ເອີ້ຍ!!! ບໍ່ແມ່ນເດີ້ເພີ່ມຕື່ມຄືຄວາມຊອ໋ກແຊ໋ກ ຍ້ອນຕິດພາລະກິດຫຼາຍຢ່າງເລີຍອອກແນວລີ້ໆແດ່ (555) ແຕ່ໃນມື້ນີ້ ຊະນີIndy ກັບມາແລ້ວເດີ້ ແລະຍັງໄດ້ໄປຊອກເອົາຂໍ້ມູນຂ່າວສານເດັດໆໃນວົງການບັນເທີງມາຝາກແຟນໆທຸກຄົນ. ໃນໄລຍະນີ້ຈະມີໃຜນໍ? ທີ່ມາແຮງແຊງທາງໂຄ້ງທຸກໆຄົນໃນວົງການນາງງາມນັ້ນກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ອາຍຸ 18 ປີ ສາວນ້ອຍທີ່ມີລຸກອິນເຕີ ຜູ້ຄອບຄອງຕຳແໜ່ງ ມິດແກຣນລາວ 2017 ໄປແບບສົດໆຮ້ອນໆ ແລະກໍຍັງຈະໄດ້ເປັນສາວງາມຕົວແທນປະເທດລາວໄປປະກວດໃນເວທີ Miss Grand International 2017 ທີ່ປະເທດ ຫວຽດນາມໃນເດືອນ ຕຸລາ ທີ່ຈະມາຮອດມາເຖິງນີ້ ແລະ ເຊື່ອວ່າແຟນໆກໍຄົງຈະໃຫ້ຄວາມສົນໃຈກັບສາວນ້ອຍ ຟ້າໃສ ຄົນນີ້ບໍ່ໜ້ອຍ… ແຕ່ເທົ່າທີ່ແຟນໆເຫັນສາວນ້ອຍ ຟ້າໃສ ຄົນນີ້ຜ່ານສື່ ຫຼືຜ່ານທາງໂຊຊ່ຽວຕ່າງໆກໍຈະເຫັນໃນລຸກນາງງາມ …
Read More »pou peng
ມີ່ມີ່ ພູນຊັບ ພົນໂຍທາ ຮອງອັນດັບ 1 ມິສແກຣນລາວ ຈະໄດ້ເປັນຕົວແທນປະເທດລາວໄປປະກວດ Miss International 2017
ຂໍສະແດງຄວາມຍິນດີ! ມີ່ມີ່ ພູນຊັບ ພົນໂຍທາ ຮອງອັນດັບ 1 ມິສແກຣນລາວ ຈະໄດ້ເປັນຕົວແທນປະເທດລາວໄປປະກວດ Miss International 2017 ຢູ່ທີ່ປະເທດ ຍີ່ປຸ່ນ, ໄດ້ຮັບການຍືນຍັນຈາກ ທ່ານ ນະວັດ ອິດສະຣະໄກສິນ ຜູ້ອຳນວຍການກອງປະກວດມິສແກຣນ ວ່າໄດ້ເຊັນສັນຍາກັບທາງກອງປະກວດ Miss International ເພື່ອທີ່ຈະກຽມເອົາຕົວແທນຂອງເວທີ Miss Grand ເພື່ອກຽມສົ່ງໄປປະກວດ ລວມທັງປະເທດລາວເຮົານັ້ນກໍຄື ມີ່ມີ່ ພູນຊັບ ພົນໂຍທາ. FC ມິມີ່ ດີໃຈກັນຖ້ວນໜ້າເມື່ອ ມິມີ່ ພູນຊັບ ພົນໂຍທາ ຮອງອັນດັບ 1 Miss Grand Laos 2017 ຈະໄດ້ເປັນຕົວແທນປະເທດລາວ ໄປປະກວດ Miss International 2017 ຢູ່ຍິປຸ່ນ ປາຍປີນີ້. Good news from P ณวัฒน์ อิสรไกรศีล …
Read More »ກຽມພົບກັບລາຍການປະກວດຮ້ອງເພງ “THE FEATURING” ເພື່ອຄົ້ນຫາສິລະປິນໜ້າໃໝ່ປະດັບວົງການເພງລາວ ໄວໆນີ້!!!
“THE FEATURING” ເປັນການປະກວດເພື່ອຄົ້ນຫາສິລະປິນນັກຮ້ອງໜ້າໃໝ່ທີ່ບໍ່ຄືໃຜ ແລະ ມີພອນສະຫວັນ ໂດຍຈະພິຈາລະນາຈາກສິ່ງສຳຄັນທີ່ສຸດຂອງການຮ້ອງເພງນັ້ນກໍຄື “ສຽງ” ເທົ່ານັ້ນ ໂດຍຈະມີສິລະປິນນັກຮ້ອງທີ່ເຕັມໄປດ້ວຍປະສົບການໃນວົງການເພງ ໄດ້ແກ່ ໂຈໂຈ້ . ແຊມ. ຕ້າ ເອແພັກ .ໄກ່ ໂອເວີແດ້ນ ມາເປັນຄະນະກຳມະການຫຼັກ ແລະ ຮັບໜ້າທີ່ເປັນໂຄດຂອງແຕ່ລະທີມ ທີ່ຈະຄັດເລືອກຜູ້ເຂົ້າແຂ່ງຂັນເຂົ້າສູ່ທີມຂອງຕົວເອງ ພ້ອມໃຫ້ຄຳປຶກສາ ແລະ ພັດທະນາທັກສະທາງດ້ານການຮ້ອງເພງ ເພື່ອປ່ຽນຜູ້ເຂົ້າແຂ່ງຂັນ ຈາກຄົນທຳມະດາໃຫ້ກາຍເປັນສິລະປິນທີ່ເຕັມໄປດ້ວຍຄວາມສາມາດເຂົ້າສູ່ວົງການນັກຮ້ອງລາວ. The Featuring THE FEATURING ເປັນການປະກວດເພືອຄົ້ນຫາສິນລະປິນນັກຮ້ອງຫນ້າໃຫມ່ທີ່ບໍ່ຄືໃຜ ແລະ ມີພອນສະຫວັນ ໂດຍຈະພິຈາລະນາຈາກສິ່ງສຳຄັນທີ່ສຸດຂອງການຮ້ອງເພັງນັ້ນຄື "ສຽງ" ເທົ່ານັ້ນ ໂດຍຈະມີສິນລະປິນນັກຮ້ອງທີ່ເຕັມໄປດ້ວຍປະສົບການໃນວົງການເພັງ ໄດ້ແກ່ ໂຈໂຈ້ . ແຊມ. ຕ້າ ເອແພັກ .ໄກ່ ໂອເວີແດ້ນ ມາເປັນຄະນະກຳມະການຫລັກ ແລະ ຮັບຫນ້າທີ່ເປັນໂຄດຂອງແຕ່ລະທີມ ທີ່ຈະຄັດເລືອກຜູ້ເຂົ້າແຂ່ງຂັນເຂົ້າສູ່ທີມຂອງຕົວເອັງ ພ້ອມໃຫ້ຄຳປຶກສາ …
Read More »ຊ໋ອກໂລກ!!! Chester Bennington ນັກຮ້ອງນຳວົງ Linkin Park ເສຍຊີວິດ!!! (RIP)
ຊ໋ອກວົງການເພງ!!! ສຳນັກຂ່າວຕ່າງປະເທດລາຍງານຂ່າວ ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2017 (ຕາມເວລາທ້ອງຖິ່ນ) Chester Bennington ອາຍຸ 41 ປີ ນັກຮ້ອງນຳວົງ Linkin Park ໄດ້ເສຍຊີວິດ ເຊິ່ງສາເຫດການເສຍຊີວິດມາຈາກການແຂວນຄໍຕົວເອງທີ່ບ້ານພັກແຖວ Palos Verdes Estates ລອດແອັງເຈີຣິດ ຣັດຄາລິຟໍເນຍ ປະເທດ ອາເມລິກາ. Linkin Park ເປັນທີ່ຮູ້ຈັກໃນຖານະວົງດົນຕີແນວ Alternative rock-Rap-Metal ເປັນວົງດົນຕີຊື່ດັງທີ່ມີແຟນຄລັບຢູ່ທົ່ວໂລກ ມີເພງດັງຫຼາຍເພງເຊັ່ນ: In the End, Numb, What I’ve Done, New Divide ແລະ Shadow of the Day ໂດຍແຟນເພງສ່ວນໜຶ່ງໄດ້ຕັ້ງຂໍ້ສັງເກດວ່າ ງານເພງຂອງ Linkin Park ໃນອະລະບໍ້າເພງຊຸດໃໝ່ ໂດຍສະເພາະເພງ One More Light ເປັນບົດເພງຊື່ດຽວກັບອະລະບໍ້າໄດ້ມີເນື້ອຫາທີ່ໂສກເສົ້າ ແລະຄ້າຍກັບຈົດໝາຍບອກລາແຟນໆທົ່ວໂລກທີ່ຖືກຖ່າຍທອດອອກມາເປັນບົດເພງ. ຢ່າງໃດຂໍສະແດງຄວາມເສຍໃຈກັບ Chester Bennington …
Read More »ເນັດໄອດໍ້ສາວສຸດເຊັກຊີ່ ຈີຈີ່ ພອຍໄພລິນ ທ່ອງທ່ຽວເນເທີແລນຊ່ວງໜ້າຮ້ອນ!!!
ເນັດໄອດໍ້ສາວສຸດເຊັກຊີ່ ຈີຈີ່ ພອຍໄພລິນ ສີວິໄລ ຊ່ວງນີ້ບໍ່ຄ່ອຍມີຜົນງານທາງວົງການບັນເທິງເພາະຕ້ອງໄປສຶກສາຕໍ່ທີ່ London ປະເທດ ອັງກິດ ແຕ່ນາງກໍບໍ່ເຄີຍໝົດກະແສຫຼືວ່າລົງຈາກຄຳວ່າ ເນັດໄອດໍ້ ໄດ້ຈັກເທື່ອກໍຍ້ອນຄວາມງາມ ໜ້າຮັກ ແລະ ເຊັກຊີ່ຂອງເພິ່ນຈຶ່ງເຮັດໃຫ້ມີແຟນຄລັບຕິດຕາມກັນຢ່າງຫຼວງຫຼາຍ, ຫຼ້າສຸດ ຈີຈີ່ ພອຍໄພລິນ ກໍໄດ້ໄປໂຊຄວາມງາມ ເຊັກຊີ່ ໄກເຖິງປະເທດ ເນເທີແລນ ເພາະຢູ່ໃນຊ່ວງພັກຮ້ອນຈຶ່ງໄດ້ລວມຕົວກັນແກັງໜູ່ເພື່ອນເພື່ອໄປທ່ອງທ່ຽວສະບາຍໆໃນແບບສະບັບຂອງນາງ, ແຖມ ຈີຈີ່ ພອນໄພລິນ ຍັງໄດ້ໂພສຮູບພາບໂຊຄວາມເຊັກຊີ່ແບບບໍ່ຕ້ອງພະຍາຍາມ ເບິ່ງແລ້ວເປັນທຳມະຊາດສຸດໆ ແລະເກັບຮູບພາບບັນຍາກາດພາຍໃນເມືອງ ອຳເຕີດຳ ເຊິ່ງເປັນເມືອງຫຼວງຂອງປະເທດ ເນເທີແລນ ມາຝາກແຟນໆອີກດ້ວຍ. summer in Amsterdam?✔️ A post shared by CHICHI (@chichisvl) on Jul 15, 2017 at 7:29am PDT ຂໍຂອບໃຈຮູບພາບຈາກ: chichisvl
Read More »