Breaking News

ຫວານເວີ້! ນູ່ນີ່-ອ໋ອບ ໂຊຄວາມຫວານ ເຮັດເອົາແຟນຄລັບເຊຍສຸດໃຈ!!!

ແບ່ງປັນ

ໂຊຄວາມຫວານກັນເລື້ອຍໆເລີຍສຳລັບຄູ່ຮັກທີ່ກຳລັງເປັນກະແສຮ້ອນແຮງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເຊິ່ງເປັນຄູ່ຮັກທີ່ຈັບມືກັນອອກມາຈາກລາຍການເລືອກຄູ່ຊື່ດັງ Take Me Out Thailand, ຫຼ້າສຸດສາວ ນູ່ນີ່ ກໍໄດ້ໂພສຮູບພາບພ້ອມຂຽນຄຳອະທິບາຍວ່າ: “ງານແຕ່ງຢູ່ໃສ ເປັນໄດ້ແຕ່ແຂກຮັບເຊີນ….. “ ແຕ່ຍັງບໍ່ຈົບເພາະເຮັດໃຫ້ໜຸ່ມ ອ໋ອບ ວ່າທີ່ເຂີຍລາວຂອງເຮົາເຂົ້າໄປຄອມເມັ້ນຮູບຂອງສາວນູ່ນີ່ວ່າ: “ຖ້າອ້າຍກ່ອນເດີ້ ກຳລັງເກັບເງິນຄ່າດອງ” ເຮັດເອົາສາວນູ່ນີ່ເຖິງຂັ້ນເຂີນແຮງ… ສ່ວນບັນດາເຫຼົ່າແຟນຄລັບຂອງທັງສອງກໍຍິ່ງປື້ມ ແລະເຊຍຄູ່ນີ້ຢາກໃຫ້ທັງສອງມີຂ່າວດີກັນໄວໆອີກດ້ວຍ.

ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ກໍເປັນອີກໜຶ່ງຄູ່ຮັກທີ່ມີຄວາມໜ້າຮັກ ແລະກຳລັງເປັນກະແສ ບໍ່ວ່າທັງສອງຈະເຮັດຫຍັງກໍຈະມີເຫຼົ່າແຟນໆລໍຖ້າເບິ່ງ ຕິດຕາມ ແລະລໍຖ້າໃຫ້ກຳລັງໃຈຢູ່ສະເໝີ.

#ແຊຣໄປເປັນກຳລັງໃຈໃຫ້ຄູ່ນີ້

ຂໍຂອບໃຈຮູບພາບຈາກ: Noony Koumphonphakdee , Yingyot Aoflaiprang Kanjananiyom

 

ແບ່ງປັນ