Breaking News

ຢາກຮັກມາຮັກກັນ ນູ່ນີ່-ອ໋ອບມີລຸ້ນ… (ມີຄລິບ)

ແບ່ງປັນ

ເລີ່ມຕົ້ນວັນຈັນ ວັນທີ 7 ສິງຫາ 2017 ດ້ວຍຄວາມຮັກ, ເດີນທາງມາຮອດບົດສະຫຼຸບຂອງລາຍການ “Take me out reality” ເປັນລາຍການທີ່ຕໍ່ຍອດມາຈາກ “Take me out Thailand” ທີ່ຫຼັງຈາກບັນດາຄູ່ໝຸ່ມສາວໄດ້ເທັກກັນອອກມາແລ້ວຈະຕ້ອງໄດ້ໄປອອກເດດກັນໃນໄລຍະໜຶ່ງ ເພື່ອຮຽນຮູ້ເຊິ່ງກັນແລະກັນ ແລະໜຶ່ງໃນນັ້ນກໍມີຄູ່ຂອງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສາວລາວ-ບ່າວໄທ ທີ່ກຳລັງເປັນກະແສ… ແລະກໍມີແຟນຄລັບບໍ່ໜ້ອຍທີ່ລໍຖ້າລຸ້ນ ຖ້າເຊຍ ວ່າບົດສະຫຼຸບຂອງສອງຄົນນີ້ຈະເປັນແນວໃດ? ຈະຄົບກັນຕໍ່ແທ້ບໍ່?, ວັນທີ 6 ສິງຫາ 2017 ລາຍການດັ່ງກ່າວກໍໄດ້ເຜີຍແຜ່ພາບແລ້ວວ່າທັງສອງມີລຸ້ນຄົບກັນຕໍ່ແນ່ນອນ ເພາະໄດ້ມີການມອບຊໍ່ດອກໄມ້ ແລະ ເວົ້າເປີດໃຈແບບໝົດເປືອກ  ງານນີ້ເຮັດເອົາບັນດາແຟນຄລັບທຸກໆຄົນຍິ້ມໄປຕາມໆກັນ.

ຈະຫວານເວີ້ຂະໜາດໃດ ຂວັນໃຈ ເຮົາກໍມີຄລິບສ່ວນໜຶ່ງໃນລາຍການມາຝາກແຟນໆນຳເດີ້!!!

ຮູບພາບ: Yingyot Aoflaiprang Kanjananiyom , Noony Koumphonphakdee

ຄລິບ: Angthika Sirithanachareon

ແບ່ງປັນ