Breaking News

ໂງ່ຕັ້ງດົນ! ແຊຣເກັບໄວ້ເບິ່ງເລີຍ ວິທີໄປເຮັດ Passport ງ່າຍໆ ມາເບິ່ງວິທີດ່ວນນນ!!!

ແບ່ງປັນ

ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດຈາກການຂຽນລີວິວຈາກຜູ້ໃຊ້ເຟສບຸກລາຍໜຶ່ງມາຝາກ ມາເບິ່ງ ແລະຢ່າລືມແຊຣເກັບໄວ້ເບິ່ງເດີ້!!!


ມື້ນີລອງໄປເຮັດ Passport ດ້ວຍຕົວເອງມາ (ຄົນນະຄອນຫລວງ) ເພື່ອຄົນທີ່ຢາກມີພາສປອດ ແນະນຳໄປລອງເຮັດເບີ່ງເດີ້ ເຮັດງ່າຍກະທັດຮັດບໍ່ຫລາຍຂັ້ນຕອນແລ້ວ ແລະສະດວກສະບາຍວ່ອງໄວກວ່າເກົ່າຫລາຍ ມີແຕ່ຂຽນຟອມເຊັນແຕ່ບ້ານໄປຍື່ນເລີຍ ບໍ່ຕ້ອງເຊັນເມືອງ ຕ່າງຈາກແຕ່ກີ້ ????
#ເອກະສານແລະສິ່ງທີ່ຕ້ອງຕຽມຕາມນີ້ເລີຍ
– ການແຕ່ງໂຕ ຕ້ອງຜົມດຳ ໃສ່ເສື້ອມີຄໍ ແລະເສື້ອສູດ(ສີດຳຫລືກົມ ບໍ່ແມ່ນສີຂາວ) ຜູ້ຊາຍໃສ່ສົ້ງຂາຍາວ, ຜູ້ຍິງແມ່ນນຸ່ງສິ້ນ
– ປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ
– ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ
– ຮູບ 4×6 ໃສ່ສູດ ແບບສາກົນ 1 ໃບ
– ແບບຟອມຄຳຮ້ອງ 1 ສະບັບ (ສາມາດດາວໂຫລດແລ້ວປິ້ນແບບຟອມໄດ້ຕາມລິ້ງນີ້ ??http://www.mofa.gov.la/images/passport/Ordinary.pdf ຫລື ໄປຊື້ຢູ່ຕາມຮ້ານຖ່າຍຮູບຕໍ່ຫນ້າບ່ອນເຮັດ passport ກະມີປະມານ 2000-3000 ກີບ) ແບບຟອມແມ່ນໃຊ້ແຕ່ໂຕທີ່ຂ້ອຍໂພສຮູບລົງເດີ້ ເພາະໃນລິ້ງມັນຈະມີສອງໂຕ

*ເວລາເຊັນບ້ານຢ່າລືມຈຳ້ກາບ້ານໃສ່ບໍລິເວນລຸ່ມເບື້ອງຂວາຂອງຮູບເຮົານຳເດີ້(ຈຳ້ໃຫ້ຖືກແກ້ມຫລືຄາງເຮົາແນ່ນ້ອຍຫນຶ່ງ) ຈາກນັ້ນກະເອົາຟອມ,ສຳມະໂນແທ້+ກ໊ອບ ແລະ ບັດປະຈຳໂຕແທ້+ກ໊ອບ ໄປຍື່ນຢູ່ບ່ອນເຮັດ Passport ໄດ້ເລີຍ(ແຖວອານຸ). ແນະນຳໄປຕອນເຊົ້າເດີ້ ຄ່ອຍສະດວກ ບ່ອນຈອດລົດກະຈະງ່າຍນຳ

?? ຂັ້ນຕອນໄປຍື່ນ: ອັນດັບແລກນຳເອກກະສານໄປຍື່ນຢູ່ຊ່ອງຂໍບັດຄິວເພື່ອເຂົ້າສຳພາດທີ່ຢູ່ຕຶກສຳພາດຊ້າຍມື ເຊິ່ງຈະມີໃຫ້ເລືອກແບບຂອງ Passport.
1. Passport (ແບບທຳມະດາ ແບບເກົ່າ ມີ 32 ຫນ້າ) ລາຄາ 300.000ກີບ. (ທີ່ໄດ້ຂຽນຟອມເວລາເດີນທາງເຂົ້າອອກປະເທດ)
2. E-Passport (ແບບໃຫມ່ ມີ 48 ຫນ້າ) ລາຄາ 400.000ກີບ. (ສະດວກກວ່າ ເພາະຈະບໍ່ໄດ້ຂຽນແບບຟອມເຂົ້າອອກປະເທດໃຫ້ຫຍຸ້ງຍາກ ເພາະຈະໄດ້ສະແກນລາຍນິ້ວມືແທນ ເຊິ່ງເພິ່ນກຳລັງຈະໃຊ້ໃນໄວໆນີ້ແລ້ວ)

ຫລັງຈາກໄດ້ບັດຄິວເຂົ້າສຳພາດແລ້ວກໍເຂົ້າໄປນັ່ງຕາກແອເຢັນໆລໍຖ້າ ຂ້ອຍເອງໃຊ້ເວລາຖ້າພຽງ 3 -4 ນາທີ ເວົ້າແທ້!! (ຫລືເປັນນຳໂຊກດີ ?) ອາດເປັນນຳມີປ່ອງສຳພາດຫລາຍປ່ອງຕິ ປະຢັດເວລາອຳນວຍຄວາມສະດວກໃຫ້ເຮົາເຕັມທີ່ ພະນັກງານຫນ້າຕາດີນິໄສດີຍິ້ມແຍ້ມ ???? ຕ່າງຈາກປີກ່ອນໆທີ່ຕ້ອງໄດ້ໃຊ້ເວລາຫມົດມື້ເພື່ອຢືນຖ້ານັ່ງຖ້າເຂົ້າຄິວປົນກັບຄົນອີກເປັນຮ້ອຍ ? ແຕ່ດຽວນີ້ແມ່ນຊິວໆສະບາຍໃຈ ຕອນເຂົ້າສຳພາດຂະເຈົ້າຈະຖາມກ່ຽວກັບປະຫວັດເຮົາໄປນຳ ພ້ອມຖ່າຍຮູບຜ່ານຫນ້າຈໍຄອມພິວເຕີ ແລະຈຳ້ໂປ້ສະແກນລາຍນິ້ວມືຜ່ານລະບົບທີ່ທັນສະໄຫມ ມືບໍ່ເປື້ອນ 555 ລວມໆຄືດີງາມ ?

ສຳພາດແລ້ວເພິ່ນກະຈະເອົາບິນໃຫ້ໄປຈ່າຍເງິນຢູ່ຊ່ອງ 16 ທາງດ້ານນອກທີ່ຢູ່ກົງກັນຂ້າມກັບຕຶກສຳພາດ ຫລັງຈ່າຍເງິນແລ້ວເຮົາກະຈະໄດ້ບິນນັດມື້ໄປເອົາ Passport. ມື້ໄປເອົາເຮົາກະໄດ້ສະແກນລາຍນິ່ວມືອີກຄັ້ງເພື່ອຮັບ passport ໂຕເອງ (ແນະນຳໄປກ່ອນເວລາກະດີເດີ້ ເຮົາຍື່ນບິນກ່ອນຫມູ່ຈຶ່ງໄດ້ໄວ ໃຜໄປຊ້າກະໄດ້ຖ້າດົນນນ)

– ເອົາດ່ວນ 1-2 ມື້ ຈ່າຍຕື່ມ 150.000ກີບ
– ເອົາດ່ວນ 3 ມື້ ຈ່າຍຕື່ມ 100.000ກີບ
– ເອົາ 5ມື້ – 1 ອາທິດ ຈ່າຍຕື່ມ 50.000ກີບ
– ຖ້າບໍ່ຟ້າວ ຈະລໍຖ້າຕາມມື້ທີ່ຂະເຈົ້າຈະນັດໃຫ້ເອງແມ່ນບໍ່ໄດ້ຈ່າຍເພີ່ມ ເຊິ່ງຖ້າປະມານ 2 ອາທິດປາຍ (ຕິ)
*ເຊິ່ງໂຕນີ້ດີຕໍ່ຄົນທີ່ມີວຽກຈຳເປັນຕ້ອງໃຊ້ດ່ວນ ສຳຫລັບໃຜບໍ່ຢາກຈ່າຍຫລາຍກະໄປເຮັດປະໄວ້ແຕ່ເນີ້ນໆລະກະແລ້ວ

ຂ້ອຍໄປມື້ນີ້ 10 ໂມງເຊົ້າ ແລ້ວປະມານ 11 ໂມງ (ແຕ່ເອກະສານຕ້ອງກຽມພ້ອມແລ້ວເດີ້)
ເຮັດວັນສຸກທີ 25.11.2016 ມື້ນັດໄປເອົາແມ່ນ ວັນຄານທີ 29.11.2016 ( 3ມື້ ຕາມວັນລັດຖະການ ບໍ່ໄລ່ເສົາທິດ)
ຂ້ອຍເຮັດ E-Passport (ແບບໃຫມ່) 400.000ກີບ+100.000ກີບ ລວມເປັນ 500.000ກີບ ?

ປລ1: ຖ້າບໍ່ຄ້ານກະລອງໄປເຮັດເອງ ຫາປະສົບການໃຫ້ໄດ້ຮຽນຮູ້
ປລ2: ເຮັດຕາມລະບຽບທຸກຂັ້ນຕອນໂຕຈິງທີ່ເພິ່ນໃຫ້ເຮັດ ແບ່ງປັນຕາມປະສົບການທີ່ພົບພໍ້ມາ
ປລ3: ມາເລົ່າໃຫ້ຟັງຊື່ໆ ເລື່ອງເຮັດພາສປອດໃຫມ່ທີ່ໄປເຮັດມາ ສ່ວນເລື່ອງອື່ນໆນອກນີ້ບໍ່ຮູ້ເດີ້ ຫາຂໍ້ມູນຕື່ມເອົາເອງ ແລະບໍ່ສະດວກໃຫ້ເບີຕິດຕໍ່ ຂອບໃຈ ??

ຂໍຂອບໃຈຮູບພາບ ແລະຂໍ້ມູນຈາກ: Papao Souphalak

ແບ່ງປັນ