Breaking News

ພູມໃຈ! ບໍລິສັດຕົວແທນຈາກລາວ ໄດ້ຮັບລາງວັນຊຶ່ງເປັນທີ່ຍອມຮັບໃນລະດັບສາກົນ

ແບ່ງປັນ

Havas Riverorchid Laos ໄດ້ຮັບ 3 ລາງວັນສໍາລັບຜົນງານໂຄສະນານໍ້າດື່ມຫົວເສືອ ໃນງານ The Communitor Awards ປະຈໍາປີ ຄັ້ງທີ 23 ທີ່ປະເທດສະຫະລັດອາເມລິກາ.

The Communitor Awards ແມ່ນລາງວັນລະດັບສາກົນທີ່ຍອມຮັບເຖິງຄວາມຄິດທີ່ຍິ່ງໃຫຍ່ໃນດ້ານການຕະຫຼາດ ແລະ ການສື່ສານ ເຊິ່ງໄດ້ກໍ່ຕັ້ງຂຶ້ນມາຫຼາຍກວ່າສອງທົດສະວັດແລ້ວ, ໂດຍໃນແຕ່ລະຄັ້ງ ຈະຮັບຜົນງານຫຼາຍກວ່າ 6,000 ລາຍການ ຈາກຫຼາຍໜ່ວຍງານໃນທົ່ວໂລກ, ເຮັດໃຫ້ລາງວັນດັ່ງກ່າວນີ້ ເປັນໜຶ່ງໃນລາງວັນທີ່ໃຫຍ່ທີ່ສຸດໃນໂລກ.

Havas Riverorchid Laos ໄດ້ຮັບ 3 ລາງວັນ Silver ສໍາລັບຜົນງານໂທລະທັດກັບຜະລິດຕະພັນ ນໍ້າດື່ມຫົວເສືອ. ລາງວັນຊະນະເລີດ ໄດ້ແກ່ປະເພດ Health and Wellness ລວມໄປເຖິງໃນປະເພດ Craft ສໍາລັບຜົນງານຖ່າຍວິດີໂອໂຄສະນາດີເດັ່ນ ແລະມີເຕັກນິກພິເສດໃນການຖ່າຍວິດີໂອ.

ຄວາມພະຍາຍາມໃນການສ້າງສັນຂຶ້ນ ແມ່ນພາຍໃຕ້ແນວຄວາມຄິດ “ພູມໃຈໃນຄວາມເປັນລາວ”.

The Communitor Awards ສະຫຼອງໃຫ້ແກ່ຄວາມສໍາເລັດທີ່ສ້າງສັນຂອງບໍລິສັດໂຄສະນາທົ່ວໂລກ. ລາງວັນນີ້ເຮັດໃຫ້ເຫັນຄວາມແຕກຕ່າງໃນລະດັບສູງຂອງ ຄວາມຄິດສ້າງສັນ ແລະ ການດໍາເນີນງານຢ່າງສ້າງສັນ ໃນທຸກຮູບແບບຂອງສື່ໂຄສະນາ. ທ່ານ Llwellyn Botha, ຜູ້ຈັດການທົ່ວໄປ ຂອງ Havas Riverorchid Laos ກ່າວວ່າ: “ຂອບໃຈຫຼາຍໆສໍາລັບການສະໜັບສະໜູນຈາກລູກຄ້າໃນ Tigerhead ແລະ LBC, ລາງວັນນີ້ເປັນເຄື່ອງພິສູດເຖິງທັກສະຄວາມສາມາດ, ວິທີຄິດ ແລະ ວິໄສທັດຂອງຜູ້ສ້າງໂດຍແທ້ຈິງ”.

The Communitor Awards ໄດ້ຮັບການຮັບຮອງ ແລະ ຕັດສິນໂດຍ Academy of Interactive & Visual Arts ຊຶ່ງເປັນກຸ່ມສະເພາະທີ່ໄດ້ຮັບເຊີນເທົ່ານັ້ນ ທີ່ປະກອບດ້ວຍ ຜູ້ຊ່ຽວຊານລະດັບສູງຈາກສື່ມວນຊົນ, ການສື່ສານ, ການໂຄສະນາ, ຄວາມຄິດສ້າງສັນ ແລະ ບໍລິສັດການຕະຫຼາດ. ສະມາຊິກ AIVA ປະກອບມີ ຜູ້ບໍລິຫານງານຈາກອົງກອນຕ່າງໆ ເຊັ່ນ Airtype Studio, Big Spaceship, Conde Nast, Coach, Disney, The Ellen Degeneres Show, Estee Lauder, Fry Hammond Barr, Lockheed Martin, MTV Networks, Pitney Bowes, rabble+rouser, Sotheby’s Institute of Art, Time, Inc, Victoria’s Secret, Wired, ແລະ Yahoo!

Havas Riverorchid Laos ເປັນສ່ວນໜຶ່ງໃນກຸ່ມ Havas Riverorchid – ເຄືອຂ່າຍການສື່ສານຊັ້ນນໍາຂອງອິນໂດຈີນ. Havas ໄດ້ມີການດໍາເນີນງານໃນ 9 ປະເທດໃນກຸ່ມອາຊຽນເຊິ່ງມີຫຼາຍກວ່າເຄືອຂ່າຍອື່ນໆ ແລະ ພະນັກງານຫຼາຍກວ່າ 20,000 ຄົນໃນຫຼາຍກວ່າ 100 ປະເທດທົ່ວໂລກ.

ແບ່ງປັນ