ເອກະລັກ ປະເພນີລາວເປັນສິ່ງທີ່ດີງາມ ແລະ ປະຕິບັດກັນມາແຕ່ສະໄໝບູຮານ ເມຶ່ອເວົ້າເຖິງປະເພນີ້ແລ້ວ ປະເທດລາວເຮົາເປັນອີກປະເທດໜຶ່ງທີ່ມີເອກະລັກປະເພນີທີ່ດີງາມມາຕັ້ງແຕ່ບູຮານ ແລະ ຍັງຄົງສືບຕໍ່ກັນມາຈົນຮອດປັດຈຸບັນນີ້ ແລະ ມື້ນີ້ BeautyGuru ຈະນໍາເອົາເອກະລັກ ປະເພນີການໃສ່ບາດມາຕ້ອນກັນ ເຊິ່ງ BeautyGuru ເຊຶ່ອວ່າສາວໆຫຼາຍຄົນທີ່ມັກເຮົດບຸນ ໂດຍສະເພາະສາວໆທີ່ມັກໃນການໃສ່ບາດຈະຕ້ອງມັກແນ່ນອນ ເພາະການໃສ່ບາດນອກຈາກຈະເປັນການສືບສານປະເພນີລາວອີກຢ່າງໜຶ່ງແລ້ວ ຍັງເປັການເຮັດບຸນທີ່ເຮັດໄດ້ງ່າຍໆບໍ່ຫຍຸ້ງຍາກ ພຽງແຕ່ສາວໆພະຍາຍາມຕຶ່ນໃຫ້ເຊົ້າຂຶ້ນຈັກໜ້ອຍເພຶ່ອກະກຽມເຄຶ່ອງ ຫຼື ຖ້າສາວໆຄົນໃດຢ້ານບໍ່ທັນກໍສາມາດກະກຽມໄວ້ແຕ່ຕອນກາງຄືນກໍໄດ້ເພຶ່ອໃຫ້ທັນໄປໃສ່ບາດໃນຕອນເຊົ້າກ່ອນໄປວຽກ ກ່ອນໄປໂຮງຮຽນ ຫຼື ໄປໃສກໍຕາມຈະເຮັດໃຫ້ເຮົາສຶກສະບາຍໃຈຂຶ້ນນັ້ນເອງລະຈະສາວໆ ສ່ວນການແຕ່ງຕົວ ຫຼື ການນຸ່ງຖືໃນການໃສ່ບາດນັ້ນສາວໆຫຼາຍຄົນຄົງຮູ້ກັນດີຢູ່່ແລ້ວເພາະເອກະລັກຂອງຄົນລາວກໍແມ່ນການນຸ່ງສິ້ນ, ເສຶ້ອໄໝ ຫຼື ເສຶ້ອສຸພາບ ເກົ້າ ຫຼື ມັດຜົມລະກະບ່ຽງແພຄືກັບເຂົ້າວັດ ຟັງທໍາທົ່ວໄປນັ້ນລະສາວໆ ແລະ ມື້ນີ້ BeautyGuru ກໍມີຮູບງາມໆຂອງການໃສ່ບາດໃນຕອນເຊົ້າມາຕ້ອນສາວໆກັນອີກ!!! ເຮົາໄປເບິ່ງພ້ອມກັນເລີຍ … By: BeautyGuru ເຄຼດິດຮູບຈາກ: ວັດທະນະທໍາລາວ
Read More »Daily Archives: 25/01/2017
ຂ່າວດີສໍາລັບພີ່ນ້ອງຊາວລາວ…
ຂ່າວດີສໍາລັບພີ່ນ້ອງຊາວລາວ ຂໍເຊີນພີ່ນ້ອງທຸກທົ່ວໜ້າ ປິ່ນປົວບາດແຜຈາກໄຟໄໝ້ນໍ້າຮ້ອນລວກຟຣີ ຢູ່ທີ່ໂຮງໝໍມະໂຫສົດ ໃນວັນທີ 6-16 ກຸມພາ 2017 , ມີຜູ້ຊ່ຽວຊານຈາກ ອົດສາລີ ແລະ ນິວຊີແລນ ສາມາດຕິດຕໍ່ ພົວພັນຕາມເບີໂທ 030 9604893 ທີ່ມາຈາກ:Laopost
Read More »ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!
ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ! ກຣີດໆໆໆ…ໃນ IG ຂອງ Superstar ອັ້ມ ພັດຊະຣາພາ ໄດ້ໂພສຮູບເຊີນຊວນສາວົກແຟນຄຣັບ ເພາະນາງກຳລັງຈະເດີນທາງມາລາວໄວໆນີ້ ໃນວັນເສົາ ວັນທີ 28 ມັງກອນ 2017 ຢູ່ທີ່ຫ້າງວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ເວລາ 15.45 ນາທີ ແລະ Superstar ອັ້ມ ຍັງໄດ້ເປີດເຜີຍອີກວ່າການເດີນທາງມາປະເທດລາວເຮົາໃນເທື່ອນີ້ເປັນການມາເທື່ອທຳອິດຂອງນາງເລີຍກໍວ່າໄດ້. ໝູ່ຄົນໃດທີ່ມັກໃນຜົນງານຂອງ ອັ້ມ ພັດຊະຣາພາ ໄຊເຊື້ອ…ໄປເຈິກັນແນ່ນອນເດີ້ເພື່ອນໆ ແລະ ໜຶ່ງໃນນັ້ນມີ ຊະນີIndy ນໍາເດີ້ (555) ທີ່ມາຈາກ: aum_patchrapa
Read More »