Breaking News

Daily Archives: 06/02/2017

ໃນຊີວິດຄູ່ ຢາກໃຫ້ຄົນມີຄູ່ໄດ້ອ່ານ

ໃນຊີວິດຄູ່!!! ຢາກໃຫ້ຄົນມີຄູ່ໄດ້ອ່ານ ສະບາຍດີສາວໆ ມາພົບກັບ BeautyGuru ອີກແລ້ວມາພ້ອມກັບເລຶ່ອງລາວທີ່ຊອກສາລະບໍ່ຄ່ອຍມີແຕ່ອ່ານດີໆກະມິສາລະ (ເວົ້າເອງງົງເອງ) ສໍາລັບມື້ນີ້ຢາກຈະມາແນະນໍາໃຫ້ຄົນມີຄູ່ໄດ້ອ່ານກ່ຽວກັບເລຶ່ອງນີ້ ຖ້າບໍ່ຢາກໃຫ້ຊີວິດຄູ່ມີບັນຫາ ແຕ່ບໍ່ສະເພາະຄົນມີຄູ່ເທົ່ານັ້ນທີ່ຢາກໃຫ້ອ່ານຄົນທີ່ຍັງບໍ່ມີຄູ່ກໍສາມາດອ່ານໄດ້ເພາະໃນອະນາຄົດເຮົາກໍອາດຈະຕ້ອງມີຄືກັນ (ຄວາມຝັນສ່ວນຕົວ) ສ່ວນເລຶ່ອງລາວທີ່ BeautyGuru ເອົາມາຕ້ອນໃນມື້ນີ້ຈະກ່ຽວກັບການໃຊ້ຊີວິດຄູ່ ຫຼື ຄູ່ຊີວິດແນວໃດນັ້ນເຮົາໄປເບິ່ງພ້ອມໆກັນເລີຍ ໃນຊີວິດຄູ່ຖ້າບໍ່ຢາກໃຫ້ມີບັນຫາຕ້ອງຮູ້ຈັກສິ່ງເຫຼົ່ານີ້: ເວລາບໍ່ແນ່ໃຈອັນໃດ ຢ່າຖາມຄົນອື່ນ ໃຫ້ຖາມຄົນຂອງເຮົາກ່ອນຂ ເວລາຜິດກັນ ຢ່າເອົາຄວາມຜິດແຕ່ກ່ອນມາເວົ້າ ເວລາໂກດຊັງກັນ ຢ່າງຽບແລະບໍ່ເວົ້າກັນຈົນຂ້າມວັນ ເວລາບໍ່ເຂົ້າໃຈກັນ ຢ່າໄປຄິດແທນເຂົາ ເວລາຫງຸດຫງິດ ຢ່າເວົ້າອັນໃດໃຫ້ເປັນເຊື້ອໄຟ ເວລາມີເລື່ອງຕິດຄ້າງໃນໃຈ ຢ່າບອກບໍ່ມີຫຍັງ ໃຫ້ເວົ້າອອກໄປແລະຄ່ອຍເວົ້າລົມກັນດີດີ… ຄັດຈາກ: ທໍາມະພຣະຄຸນແມ່ By: BeautyGuru  

Read More »