Breaking News

Daily Archives: 20/02/2017

ງາມແບບນີ້ຊຸດເຜົ່າໃດ ແຊຣບອກຕໍ່ກັນແດ່

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ ເວລາມັນສັ້ນແທ້ໆວ່າບໍ່ສາວໆ (ເສົາ-ອາທິດໝົດໄປ) ຜ່ານໄປໜ້ອຍດຽວໝູນວຽນມາຮອດວັນຈັນອີກແລ້ວ ບໍ່ພໍ້ກັນດົນ (ຕັ້ງສອງມື້) ຄິດຮອດກັນຢູ່ບໍນໍ້ ສ່ວນວ່າ BeautyGuru ນັ້ນຄິດຮອດສາວໆແຟນຂວັນໃຈຢູ່ຕະຫຼອດຕະຫຼອດເລີຍ ຢາກຈະມາເວົ້າມາລົມ, ເອົາເລຶ່ອງລາວຕ່າງໆມາໃຫ້ສາວໆຍຸກໃໝ່ທີ່ຢູ່ກັບ Net Work ໄດ້ອັບເດດສາລະຄວາມຮູ້, ຄວາມບັນເທີງຕ່າງໆ ແລະ ມື້ນິີ້ກໍປົກກະຕິເຊັ່ນເຄີຍທີ່ BeautyGuru ກໍບໍ່ພາດກັບເລຶ່ອງລາວດີໆທີ່ຊອກຄົ້ນຫາເອົາມາຕ້ອນສາວໆ ສ່ວນວ່າຈະເປັນເລຶ່ອງໃດນັ້ນເຮົາໄປອ່ານ ແລະ ຮູ້ຈັກພ້ອມກັນເລີຍ!! ເລຶ່ອງທີ່ເອົາມາຕ້ອນໃນມື້ນີ້ໄດ້ແກ່…ຊຸດຊົນເຜົ່າງາມໆທີ່ສາວໆຫຼາຍຄົນອາດຈະບໍ່ເຄີຍເຫັນມາກ່ອນ ແລະ ຊຸດງາມທີ່ວ່ານີ້ແມ່ນ ຊຸດຂອງຊົນເຜົ່າໄຕລື້ນັ້ນເອງ. ຊົນເຜົ່າໄຕລື້ນີ້ເປັນອີກຊົນເຜົ່າໜຶ່ງຂອງລາວ ຫຼືທີ່ຫຼາຍຄົນເຄີຍໄດ້ຍິນຈາກຄໍາວ່າ ລື້ສິບສອງປັນນານັ້ນເອງ ຊົນເຜົ່າລື້ນີ້ກໍຄືກັບຊົນເຜົ່າອື່ນໆໃນປະເທດລາວທີ່ມີການດໍາລົງຊີວິດ, ວັດທະນະທໍາການນຸ່ງຖືທີ່ເປັນເອກະລັກສະເພາະ ຊົນເຜົ່າລື້ ສ່ວນຫຼາຍແມ່ນຕັ້ງຖີນຖານ, ດໍາລົງຊີວິດຢູ່ທາງພາກເໜຶອຂອງລາວເປັນຕົ້ນແມ່ນ: ແຂວງ ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ… ທີ່ມີຊາຍແດນຕິດກັບປະເທດຈີນເພາະໃນຕໍານານບູຮານເລົ່າກັນມາວ່າ ຊົນເຜົ່າໄຕລື້ແມ່ນເຜົ່າຄົນທີ່ອົບພະຍົບມາແຕ່ປະເທດຈີນ. (ຂໍຈົບເລຶ່ອງປະຫວັດສາ) ແລະ ສິ່ງທີ່ສະດຸດຕາແອດທີ່ສຸດກໍຄືຊຸດທີ່ເປັນເອກະລັກຂອງຊົນເຜົ່າລື້ທີ່ມີຄວາມສວຍງາມບໍ່ແພ້ເຜົ່າອື່ນໆ ເຊິ່ງກໍພາດບໍ່ໄດ້ເລີຍທີ່ຈະເອົາມາຕ້ອນມາຝາກກັນໃຫ້ສາວໆໄດ້ເບິ່ງນໍາກັນ. ສ່ວນວ່າຈະງາມຂະໜາດໃດ ແລະ ເຂົ້າຕາສາວໆຄົນໃດບໍ່ນັ້ນເຮົາໄປເບິ່ງພ້ອມໆກັນເລີຍ. …

Read More »

ແມດສ໌ ແລະ ໂຕໂນ່ ຮ່ວມເປີດໂຕ GLUTA G-MAZE

  ໃນວັນທີ 19 ກຸມພາ 2017 ຢູ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດໂຕຜະລິດຕະພັນເສີມອາຫານ ຈີເມສ ກູຕ້າ ຈີເມສ (G-MAZE GLUTA G-MAZE) ຢ່າງເປັນທາງການໃນ ສປປ ລາວ, ໂດຍໃຫ້ກຽດເປັນປະທານໂດຍ  ທ່ານ   ສົມບັດ ສິລິພອນວິທະຍາ ຜູ້ອວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ, ທ່ານນາງ ນຸ່ນ ປານນະພັດ ເກຕຸດີ ກຳມະການຜູ້ຈັດການຜະລິດຕະພັນເສີມອາຫານ ກູຕ້າ ຈີເມສ (GLUTA G-MAZE) ແລະ ທີ່ພິເສດສຸດຍັງໄດ້ມີ ນັກສະແດງ-ນັກຮ້ອງ ຊື່ດັງຂອງປະເທດເພື່ອນບ້ານ ສາວ ແມດສ໌ ພີຣະນີ ຄົງໄທ ແລະ ໜຸ່ມ ໂຕ່ໂນ່ ພາຄິນ ທີ່ທັງສອງໄດ້ມາ ປະເທດລາວ ເຮົາເປັນເທື່ອທຳອິດອີກດ້ວຍ. ພາຍໃນງານຍັງເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ ເພາະມີທັງການຈັດກິດຈະກຳຫຼິ້ນເກມເພື່ອຮັບຂອງລາງວັນຢ່າງຫຼວງຫຼາຍ …

Read More »