Breaking News

Daily Archives: 04/05/2017

ແອບສ່ອງ! Life Style ຂອງ ນິ່ງແນ່ງ ຈັນດາລີ

ສະບາຍດີແຟນໆ…ຊ່ວງນີ້ອາກາດຮ້ອນອົບເອົ້າເຖິງ 40 ອົງສາກັນເລີຍ ເວົ້າແທ້…ຊະນີIndy ຈົນບໍ່ຢາກໄປໃສພຸ້ນລະ ແຕ່ກໍຍ້ອນມີພາລະອັນໃຫ່ຍຫຼວງກໍເລີຍຕ້ອງໄດ້ສູ້ເພື່ອແຟນໆ ເພື່ອໄປຊອກເຈາະຈິ້ມຄວາມຄືບໜ້າຂອງວົງການບັນເທິງມາຝາກ… ແລະມື້ນີ້ ຊະນີIndy ແລະທີມງານ ຂວັນໃຈ ກໍໄດ້ໄປສ່ອງ Life Style ຂອງສາວໜ້າຫວານ ຈັນດາລີ ສິດພາໄຊ (ນິ່ງແນ່ງ) ເພາະສາວຄົນນີ້ບອກເລີຍວ່າບໍ່ທຳມະດາເປັນເຖິງທ່ານໝໍຄົນເກັ່ງ ແລະຍັງເປັນຄົນທີ່ມີຊື່ສຽງເປັນ Net Idol  ລຸ້ນທຳອິດ ແລະກໍມີຜົນງານໃນວົງການບັນເທິງບ້ານເຮົາຢ່າງຫຼວງຫຼາຍ ແລະນອກຈາກນັ້ນສາວຄົນນີ້ກໍຍັງມີ Life Style  ມັກທ່ອງທ່ຽວໄປປະເທດນັ້ນປະເທດນີ້ ເຫັນງາມໆໜ້າຮັກແບບນີ້ບອກເລີຍວ່າສາວ ນິ່ງແນ່ງ ກໍເປັນຂາລຸຍ, ຫຼ້າສຸດສາວຄົນນີ້ກໍເດີນທາງໄປທ່ອງທ່ຽວທີ່ ເມົາດີບ (Maldives) ທີມງານເຮົາເອງກໍບໍ່ພາດທີ່ຈະນຳຮູບພາບໜ້າຮັກຂອງ ນິ່ງແນ່ງ ມາຝາກຈະໜ້າຮັກພຽງໃດນັ້ນ ມາຕິດຕາມກັນເລີຍ!!! #ຢ່າລືມກົດໄລ້ກົດແຊຣໄປໃຫ້ໂລກຮູ້ ?? #worldsurprisetravel #kanuhuramaldives #เพื่อนเดินทาง #kanuhuramaldives#bangkokairways A post shared by Chandaly Sitpraxay …

Read More »

ຄິດໃຫ້ດີກ່ອນດູດໄຂມັນ ແລະ ນີ້ຄືສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ

ໄຂມັນສ່ວນເກີນເປັນສິ່ງທີ່ບໍ່ມີໃຜປາຖະໜາ ໂດຍສະເພາະສາວໆຄືເຮົາທັງຫຼາຍ ທີ່ຍາມໃດກໍໄຝ່ຝັນເຖິງແຕ່ຮູບຮ່າງທີ່ງາມ ບາງ ແລະ ສົມສ່ວນກັນຢູ່ຕະຫຼອດເວລາ ແຕ່ຄືທີ່ສາວໆຮູ້ກັນແລ້ວວ່າປັດຈຸບັນເທັກໂນໂລຍີລໍ້າໜ້າກ້າວໄກໄປເຖິງຂັ້ນທີ່ ພວກເຮົາສາມາດູດໄຂມັນສ່ວນເກີນ ຂອງຮ່າງກາຍໃຫ້ອອກໄປດັ່ງປາຖະໜາໄດ້ແລ້ວ ໂດຍມີຜູ້ຊ່ຽວຊານ ແລະ ແພດດ້ານນີ້ຄອຍໃຫ້ບໍລິການແກ່ສາວໆຢູ່ຢ່າງຫຼວງຫຼາຍ ແຕ່ກໍຍັງມີຂໍ້ຄວນຮູ້ ແລະ ຕ້ອງລະວັງກັນກ່ຽວກັບການດູດໄຂມັນທີ່ສາວໆຈໍາເປັນຕ້ອງໄດ້ໃຫ້ຄວາມສໍາຄັນ ແລະ ມື້ນີ້ BeautyGuru ກໍຈະພາສາວໆໄປຮູ້ຈັກກັບ ສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ ເຮົານໍາໄປເບິ່ງກັນເລີຍ 1. ດູດໄຂມັນບໍ່ແມ່ນການຫຼຸດນໍ້າໜັກຖາວອນ: ການດູດໄຂມັນອອກຈາກຮ່າງກາຍ ຈະສົ່ງຜົນ ຫຼືຫຼຸດສັດສ່ວນສະເພາະບາງສ່ວນທີ່ເຮົາຕ້ອງການດູດອອກເທົ່ານັ້ນ ແຕ່ເມື່ອດູດອອກໄປແລ້ວແຕ່ບໍ່ຍອມປ່ຽນແປງພຶດຕິກໍາການກິນຕ່າງໆ ກໍຈະເຮັດໃຫ້ໄຂມັນເຫຼົ່ານັ້ນກັບຄືນມາຄືເກົ່າໄດ້ 2. ການດູດໄຂມັນອາດຈະເປັນການເພີ່ມໄຂມັນ: ແມ່ນຢູ່ວ່າການດູດໄຂມັນຈະເຮັດໃຫ້ເຊວໄຂມັນສ່ວນທີ່ດູດນັ້ນຫາຍໄປ ແຕ່ໄຂມັນບໍລິເວນອື່ນກໍອາດຈະເພີ່ມມາແທນສ່ວນທີ່ຫາຍໄປໄດ້ ເພາະດ້ວຍອັດຕາການບໍລິໂພກໃນແຕ່ລະມື້ນັ້ນແມ່ນເປັນປົກກະຕິ ສະນັ້ນໄຂມັນກໍຈະມີເທົ່າເກົ່າ ຖ້າໄປດູດສ່ວນໃດສ່ວນໜຶ່ງອອກກໍຈະເຮັດໃຫ້ ເພີ່ມຂຶ້ນມາໃນສ່ວນອື່ນອີກ 3. ການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ: ເຖິງວ່າສາວໆຈະດູດໄຂມັນໃນສ່ວນນັ້ນອອກໄປແລ້ວ ແຕ່ເມື່ອມີໄຂມັນໃໝ່ເຂົ້າມາກໍຈະເຮັດໃຫ້ໄຂມັນເຫຼົ້່ານັ້ນກັບເຂົ້າໄປສະສົມທີ່ບ່ອນທີ່ເຮົາຕັດອອກໄປນັ້ນແລ້ວ ເພາະການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ ເຮັດໃຫ້ໄຂມັນສະສົມໄດ້ງ່າຍຂຶ້ນ 4. ສາມາດຕຶ່ມໄຂມັນສ່ວນທີ່ດູດອອກໄປຕຶ່ມໃສ່ໃນອະໄວຍະວະອື່ນ: ໄຂມັນທີ່ດູດອອກຈາກຮ່າງກາຍນັ້ນ ສາວໆຮູ້ບໍ່ວ່າມັນສາມາດາເອົາໄປຕຶ່ມເຕັມສ່ວນອື່ນໆ ຫຼືອະໄວຍະວະອື່ນໆໄດ້ ໂດຍບໍ່ເປັນອັນຕະລາຍໃດໆເຊັ່ນ: ຮີມສົບ, ອະໄວຍະວະເພດເປັນຕົ້ນ …

Read More »