Breaking News

Daily Archives: 08/05/2017

ຮ້ານອາຫານ ຟາມອະລີຊຽດ Farm-a-licious Cafe

ປັດຈຸບັນ, ຄົນສ່ວນຫຼາຍໃນສັງຄົມເລີ່ມມີການພັດທະນາ ຫັນມາໃສ່ໃຈເລື່ອງອາຫານການກິນທີ່ຫຼາກຫຼາຍແບບແຕກຕ່າງກັນໄປ ບໍ່ວ່າຈະເປັນອາຫານແບບງ່າຍໆ ໄວໆ ຫຼື ພິຖີພິຖັນໃນການປຸງແຕ່ງ ເຖິງຢ່າງໃດກໍຕາມ ບາງຄັ້ງເຮົາກໍຕ້ອງເລືອກສິ່ງທີ່ດີໃຫ້ກັບຊີວິດ, ໃຊ້ຊີວິດໃຫ້ກຸ້ມຄ່າ ໂດຍການເລືອກກິນອາຫານທີ່ດີຕໍ່ສຸຂະພາບຮ່າງກາຍ ເຊິ່ງບາງທີກໍໄດ້ໃຊ້ເວລາໃນການພິຈາລະນາ ເໝືອນດັ່ງ ຮ້ານອາຫານ Farm a licious café  ທີ່ໄດ້ຄັດສັນແຕ່ສິ່ງທີ່ດີໆຕໍ່ສຸຂະພາບມາໃຫ້ລູກຄ້າສະເໝີ ຍ້ອນຄຳນຶງເຖິງສຸຂະພາບຂອງຄົນລາວໃນຍຸກສະໄໝທີ່ເສດຖະກິດດີຂຶ້ນແນ່ນອນວ່າ ເລື່ອງຂອງການເບິ່ງແຍງສຸຂະພາບກໍຕ້ອງມີເຂົ້າມາຫຼາຍຂຶ້ນຄືກັນ. ຮ້ານອາຫານ Farm a licious cafe ແມ່ນເນັ້ນອາຫານເພື່ອສຸຂະພາບ ວັດຖຸດິບສ່ວນຫຼາຍແມ່ນຜັກປອດສານພິດສຳລັບວັດຖຸດິບບາງຢ່າງ ເພິ່ນກໍສັນຫາສິ່ງທີ່ດີທີ່ສຸດຕໍ່ສຸຂະພາບແທ້ໆ ເຊິ່ງລາຍການອາຫານທີ່ຮ້ານຂໍນຳສະເໜີລວມມີປະເພດສະຫລັດ, ແຊນວິສຄຣົວຊອງ, ຂະໜົມປັງ, ເຄື່ອງດື່ມ ແລະ ເຂົ້າໜົມຫວານພິເສດມີນໍ້າສະຫລັດທີ່ຮ້ານໄດ້ຈັດຂາຍ ແລະ ອາຫານທີ່ຖືກສັ່ງຫຼາຍທີ່ສຸດຈະແມ່ນສະຫລັດທູນາ, ສະຫລັດໝາກໄມ້, ສະຫລັດທັນຍາພືດຕ່າງໆ, ສະຫລັດແຮມ, ສະຫລັດແຊວມອນ ສ່ວນນ້ຳສະຫລັດຈະມີ 7 ຊະນິດ ແຕ່ຖືກສັ່ງຫຼາຍແມ່ນນ້ຳສະຫລັດຍີ່ປຸ່ນ ຊຶ່ງມີລົດຊາດມັນ, ນົວ ແລ້ວຄົນລາວກໍຈະມັກຫຼາຍສ່ວນນ້ຳສະຫລັດໝາກກອກຈະມີລົດສົ້ມໆຫອມໆຕ່າງປະເທດຈະມັກສັ່ງຫຼາຍທີ່ສຸດ ແລະ ນ້ຳສະຫລັດມຼາດຕຼາດມີລົດຊາດຈະອອກເຜັດສົ້ມອົມຫວານຝຣັ່ງຈະມັກສັ່ງຊື້ກິນຢູ່ຕະຫຼອດ …

Read More »