Breaking News

Daily Archives: 09/05/2017

Idea ເລີ໋ດໆ ກັບ 15 ທ່າ Post ແບບບໍ່ຕັ້ງໃຈ ສໍາລັບສາວໆທີ່ມັກຖ່າຍຮູບ ຫ້າມພາດ

ສະບາຍດີສາວໆມາພົບກັບ BeautyGuru ມື້ນີ້ ແນ່ນອນວ່າ ມາພ້ອມກັບເລື່ອງລາວທີ່ຖືກໃຈສາວໆກັນຢ່າງແນ່ນອນ ໂດຍສະເພາະສາວໆທີ່ມັກຖ່າຍຮູບ ແລະ ມັກໃນການ Post ທ່າເກ໋ໆ ມື້ນີ້ສາວໆກໍຈະໄດ້ Idea ໄປເພີ່ມຕຶ່ມຢ່າງແນ່ນອນ ກັບທ່າໂພສແບບບໍ່ຕັ້ງໃຈທີ່ເຮົາໄດ້ເອົາມາຕ້ອນກັນໃນມື້ນີ້ ຮັບຮອງວ່າເລີ໋ດແນ່ນອນຈ່າ ຈັ່ງໃດກະລອງເອົາໄປ Post ຫຼີ້ນໆກັນເບິ່ງເດີ້ສາວໆ. ກໍໍລັງຕັ້ງໃຈຖ່າຍຮູບທໍາມະຊາດຢູ່ ຕັ້ງໃຈກິນໆ… ກໍາລັງຍ່າງລົງຂັ້ນໄດ ໂຊຂາຍາວໆຊະເລີຍ ຕັ້ງໃຈຜູກເຊືອກເກີບຢູ່ ກໍາລັງຄິດຮອດໃຜຢູ່ເດ້ ກໍາລັງໂທຫາຄົນສໍາຄັນວ່າຊັ້ນ ແຕ່ບໍ່ຮັບຈັກເທື່ອ 555 ຫ່ະ! ແມ່ນຫັຍງ? ຍັງໃສ່ແວ່ນບໍ່ແລ້ວ… ຖ່າຍມູມໃດດີ? Hello ນ້ອງໝາ ຕັ້ງໃຈອ່ານໜັງສືຢູ່ ຫ້າມກວນ ຫິວນໍ້າ… ຂ່າວນີ້ໜ້າສົນໃຈຂະໜາດ… ກໍາລັງຖ່າຍຮູບສົ່ງໃຫ້ຢູ່ ຢູ່ຊື່ໆກະງາມແລ້ວ. ໂອ້ຍ… ເຢັນຂະໜາດ By: BeautyGuru ຂອບໃຈຮູບພາບຈາກ: Hi Fashion

Read More »

5 ພະຍາດຈະຖາມຫາ ຖ້າບໍ່ກິນເຂົ້າເຊົ້າ

ອາຫານເຊົ້າເປັນອາຫານທີ່ຄົນສ່ວນຫຼາຍບໍ່ມັກໃສ່ໃຈຈົນຕິດເປັນນິໃສ ເພາະອາດຟ້າວໄປເຮັດວຽກ ຫຼືອາດນອນຕື່ນສວາຍ ຖ້າໃຜຮູ້ໂຕວ່າກຳລັງເປັນໜື່ງໃນຈຳນວນທີ່ກ່າວມານັ້ນ ຂໍໃຫ້ທ່ານຈົ່ງຮີບປັບປ່ຽນພຶດຕິກຳດັ່ງກ່າວໂດຍດ່ວນ ເພາະມີຄວາມສ່ຽງທີ່ຈະເປັນພະຍາດຮ້າຍເຊິ່ງແຕ່ລະພະຍາດທີ່ຈະກ່າວມານີ້ບອກເລີຍວ່າເປັນຕາຍ້ານຫຼາຍ: ພະຍາດອ້ວນ ບາງທ່ານເຂົ້າໃຈຜິດມາໂດຍຕະຫຼອດວ່າການອົດອາຫານເຊົ້າຕ້ອງຈ່ອຍຈະຕຸ້ຍໄດ້ຢ່າງໃດ? ແນ່ນອນທີ່ສຸດວ່າຕ້ອງຕຸ້ຍຂຶ້ນແນ່ນອນ ເພາະວ່າຖ້າທ່ານບໍ່ກິນອາຫານເຊົ້າລະບົບເຜົາຜານໃນຮ່າງກາຍຈະເຮັດວຽກຊ້າລົງເຮັດຮູ້ສຶກຢາກອາຫານເລື້ອຍໆ ແລະ ເຮັດໃຫ້ກິນຫຼາຍກວ່າທີ່ຮ່າງກາຍຕ້ອງການ. ພະຍາດເບົາຫວານ ອາຫານເຊົ້າເປັນສິ່ງທີ່ສຳຄັນທີ່ສຸດໃນບັນດາຄາບທັງ 3 ຄາບເພາະຮ່າງກາຍຕ້ອງການພະລັງ ງານ ແລະ ສານອາຫານເຂົ້າໄປກະຕຸ້ນລະບົບເຜົາຜານ ລວມເຖິງສາມາດຊ່ວຍຫຼຸດພາວະ ປົກກະຕິຂອງຮໍໂມນ ອິນຊູລິນ (Insulin) ເຊິ່ງຖືເປັນສາເຫດຂອງການເກີດພະຍາດເບົາ ຫວານກວ່າ 40-50% ດັ່ງນັ້ນບໍ່ແມ່ນພຽງແຕ່ໄວສູງອາຍຸທີ່ສາມາດເປັນພະຍາດເບົາຫວານ ໄດ້ແຕ່ຄົນທີ່ມັກບໍ່ກິນອາຫານເຊົ້າກໍ່ສາມາດເປັນເບົາຫວານໄດ້ທຸກເພດທຸກໄວເຊັ່ນກັນ. ກະເພາະລຳໃສ້ ກະເພາະອາຫານຂອງຄົນເຮົາເມື່ອເຖິງເວລາ ມັນກໍ່ຈະຫຼັ່ງນ້ຳຢ່ອຍອອກມາເພື່ອຍ່ອຍອາຫານເປັນເວລາປົກກະຕິ ແຕ່ເຮົາເອງກັບອົດອາຫານບໍ່ຍອມກິນ ນ້ຳຍ່ອຍເຫຼົ່ານີ້ກໍ່ຈະບໍ່ຖືກໃຊ້ງານ ແລະ ຖືກຂັງຢູ່ໃນຮ່າງກາຍຂອງຄົນເຮົາເຮັດໃຫ້ຫຼອດອາຫານ ແລະ ເຫຍື່ອບຸໂພງອາຫານເກີດການລະຄາຍເຄືອງ ແລະ ຖ້າເຮົາປ່ອຍໃຫ້ເປັນແບບນີ້ຕໍ່ໄປດົນໆຈະເຮັດໃຫ້ກົດນ້ຳຍ່ອຍເຫຼົ່ານີ້ຍ້ອນກັບຈາກຫຼອດອາກຫານຂຶ້ນໄປເທິງຄໍຫອຍ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບຢ່າງຍິ່ງ. ຄວາມຈຳເຊື່ອມ (Alzheimer) ພະຍາດດັ່ງກ່າວກ່ຽວກັນໂດຍກົງກັບຄົນທີ່ບໍ່ກິນອາຫານເຊົ້າ ກໍ່ເພາະວ່າອາຫານເປັນສິ່ງສຳຄັນທີ່ສຸດສຳຫຼັບສະໝອງ ໃນເວລາກາງຄືນທີ່ເຮົານອນຫຼັບຮ່າງກາຍຂອງຄົນເຮົາຈະບໍ່ໄດ້ຮັບສານອາຫານດົນກວ່າ 8-10 ຊົ່ວໂມງ ຖ້າເຮົາບໍ່ກິນອາຫານເຊົ້າອີກຈະເຮັດໃຫ້ນ້ຳຕານໃນເລືອດຕໍ່າລົງເຮັດໃຫ້ນ້ຳຕານໄປລ້ຽງສະໝອງໜ້ອຍ ສົ່ງຜົນໃຫ້ສະໝອງສ່ວນຄວາມຈື່ຈຳເຮັດວຽກໄດ້ບໍ່ເຕັມທີ່ ແລະ …

Read More »