Breaking News

Daily Archives: 10/05/2017

ກາເຟບໍ່ອັນຕະລາຍ ຖ້າຮູ້ວິທີກິນຢ່າງຖືກຕ້ອງ

ກາເຟ (Coffee) ກາຍເປັນເຄື່ອງດື່ມ ທີ່ຫຼາຍຄົນມັກ ບໍ່ວ່າຈະດື່ມກິນເພື່ອຄວາມສົດຊື່ນ ກິນເພື່ອຄວາມກະຕືລືລົ້ນໃນການເຮັດວຽກ ຫຼືຈາກການຢາກນອນໃນລະຫວ່າງມື້ ດັ່ງນັ້ນເພື່ອສຸຂະພາບທີ່ດີເຮົາເອງກໍ່ຕ້ອງແນ່ໃຈວ່າກາເຟກິນຢ່າງຖືກວິທີຫຼືບໍ່? ດັ່ງນັ້ນໃນມື້ນີ້ Kuanjai foodie ມີວິທີດີໆໃນການກິນກາເຟ ແລະ ບໍ່ເກີດຜົນຮ້າຍຕໍ່ຮ່າງກາຍມາຝາກ ມາເບິ່ງດ່ວນ: ຕ້ອງໝັ່ນສັງເກດຕົວເອງວ່າມີຄວາມໄວຕໍ່ການຕອບສະໜອງຕໍ່ປະລິມານຂອງກາເຟຢູ່ປະມານຈັກຈອກ ແລະ ມີອາການເປັນແບບໃດ? ເພາະຄວາມຈິງແລ້ວຮ່າງກາຍມະນຸດເຮົາບໍ່ສາມາດຮັບປະລິມານຄາເຟອີນ (Caffeine) ໄດ້ຫຼາຍໃນແຕ່ລະມື້ ດັ່ງນັ້ນ, ຄົນທີ່ເຄີຍກິນກາເຟຫຼາຍກວ່າ 3 ຈອກໃນແຕ່ລະມື້ ກໍຄວນປັບປ່ຽນມາກິນກາເຟມື້ລະ 1-2 ຈອກ ກໍ່ພຽງພໍແລ້ວ. 2. ຖ້າທ່ານເປັນຄົນທີ່ນອນຫຼັບຍາກກໍຄວນຫຼີກລ່ຽງການກິນກາເຟໃນຊ່ວງຫົວຄ່ຳ ທາງທີ່ດີກໍຄວນກິນກາເຟກ່ອນທ່ຽງຈະເປັນການດີທີ່ສຸດ. 3. ຢ່າກິນກາເຟເພື່ອຫວັງເປັນຕົວຊ່ວຍໃນການຫັກໂຫມການເຮັດວຽກ ເພາະເຖິງວ່າຄາເຟອີນຈະຊ່ວຍເຮັດໃຫ້ຮ່າງກາຍຕື່ນໂຕໄດ້ແທ້ ແຕ່ສະໝອງກໍຕ້ອງການເວລາໃນການພັກຜ່ອນເພື່ອເພີ່ມປະສິດທິພາບໃນການຮັບຮູ້ (ບໍ່ດັ່ງນັ້ນສະໝອງຈະເຮັດວຽກບໍ່ໄດ້ເຕັມທີ່) ທາງທີ່ດີທີ່ສຸດຄວນກິນໃນປະລິມານທີ່ໜ້ອຍລົງຈະເປັນການດີໃຫ້ແກ່ຮ່າງກາຍ. 4. ຢ່າກິນກາເຟຕອນທ້ອງກຳລັງຫວ່າງເດັດຂາດ ເພາະໃນກາເຟມີລິດເປັນກົດເຊິ່ງອາດຈະໄປທຳຮ້າຍກະເພາະອາຫານ ແລະ ລຳໃສ້ໄດ້ ນອກຈາກນີ້ຍັງເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນຈົນເຮັດໃຫ້ມີຄວາມຮູ້ສຶກຢາກກິນອາຫານຕະຫຼອດເວລາ ເມື່ອເປັນແບບນີ້ຈະເຮັດໃຫ້ນ້ຳໝັກໂຕເພີ່ມຂຶ້ນຢ່າງໄວວາ. 5.  ຄວນໃສ່ນ້ຳເຜິ້ງແທນນ້ຳຕານເພື່ອສຸຂະພາບທີ່ດີ 6. ຖ້າທ່ານໃດກິນກາເຟທຸກມື້ເປັນປະຈຳ ຄວນກິນອາຫານທີ່ເປັນແຄວຊຽມເພີ່ມຕື່ມບໍ່ວ່າຈະເປັນ: ນົມ …

Read More »