Breaking News

Daily Archives: 26/05/2017

ຖ່າຍຮູບຄູ່ທີ່ແຕກຕ່າງ ຈະເຮັດໃຫ້ຄູ່ຮັກໄດ້ເຫັນອີກມຸມມອງໜຶ່ງຂອງອີກຝ່າຍ ຈົນເຮັດໃຫ້ເຂົ້າກັນໄດ້ດີ ແລະ ຮັກກັນຫຼາຍຂຶ້ນຕື່ມ (ຄົນມີຄູ່ເອົາໄປລອງກັນ)

ສໍາລັບຄົນທີ່ມີແຟນ ບາງເທື່ອກໍຢາກໄດ້ຮູບຄູ່ທີ່ແຕກຕ່າງກັນອອກໄປ ເກັບໄວ້ເປັນທີ່ະນຶກ ຫຼືເກັບໄວ້ໃນໂທລະສັບມືຖື ຍິ່ງໄດ້ຖ່າຍຮູບທີ່ມີວຄວາມແຕກຕ່າງຫຼາຍເທົ່າໃດ ຍິ່ງສະແດງວ່າເຮົາທັງສອງຄົນພ້ອມທີ່ຈະປ່ຽນແປງ ຍອມຮັບສິ່ງໃໝ່ທີ່ເຂົ້າມາທຸກມື້ ທາງເທື່ອການປ່ຽນແປງອາດຈະເຮັດໃຫ້ເຮົາເຫັນ Life Style ແລະ ຄວາມມັກຂອງອີກຄົນໃນອີກມຸມມອງທີ່ເຮົາບໍ່ເຄີຍເບິ່ງມາກ່ອນກໍໄດ້ເດີ້ ແລະ ມື້ນີ້ທາງ ຂັວນໃຈ ພວກເຮົາກໍໄດ້ນໍາເອົາ Idea ການຖ່າຍຮູບໃນແບບທີ່ແຕກຕ່າງ ຂອງຄູ່ຮັກ ມາຕ້ອນແຟນໆກັນນໍາ ຈັ່ງໃດຖ້າໃຜມີແຟນກໍຢ່າລືມເອົາໄປລອງກັນເບິ່ງເດີ້ ສ່ວນແອດຂໍເສົ້າແປ໋ບບບ. ໃສ່ເສື້ອກັນໜາວຄູ່ກັນແຕ່ຄົນລະສີ ຄົນໜຶ່ງລັກເບິ່ງໜ້າ ໃຫ້ຮູ້ວ່າ ດົນປານໃດກໍຍັງໜ້າຮັກສະເໝີ ແຕ່ງຕົວຄົນລະແບບ ແຕ່ຢູ່ໃນທ່າດຽວກັນ ເຮັດໃຫ້ຮູ້ວ່າເຮົາທັງສອງແຕກຕ່າງກັນແຕ່ກໍເຂົ້າກັນໄດ້ ແຕ່ງຕົວແນວ SPORT ສະແດງເຖິງຮັກທີ່ແຂງບໍ່ອ່ອນຫວານ ແຕ່ເຮົາກໍຫວານກັນໄດ້ ຫຼີ້ນໆຢອກກັນແບບບໍ່ຮູ້ເບື່ອ ນີ້ແຫຼະຮັກທີ່ຫຼາຍຄົນຕ້ອງການ ເບິ່ງຕາກັນ ໃຫ້ຮູ້ວ່າເຮົາຍັງມີກັນຢູ່ຕະຫຼອດ ຖ່າຍຮູບ ໃນມື້ພິເສດກັບຄົນພິເສດ ໃນການໃຫ້ຂອງຂັວນວັນສໍາຄັນ ໄປນໍາກັນແຕ່ອີກຝ່າຍຂີ້ອາຍ ແຕ່ກໍຍັງຢາກໄປນໍາ ມີມຸມໂຣແມນຕິກ ເຮັດໃຫ້ຄິດຮອດທຸກຄັ້ງທີ່ກັບມາເບ່ິງ ຈັບຫົວແລ້ວຍິ້ມ ເຮັດໃຫ້ຮູ້ສຶກວ່າອົບອຸ່ນຈົນບອກບໍ່ຖືກ ປິດຕາອີກຝ່າຍໄວ້ ໃຫ້ຮູ້ວ່າເຖິງຈະເບິ່ງບໍ່ເຫັນແຕ່ກໍຮັບຮູ້ດ້ວຍໃຈ ມຸມນີ້ເຮັດໃຫ້ຮຸ້ສຶກວ່າຮັກກັນຫຼາຍ ເອົາແຂນມາພາດບ່າ …

Read More »