Breaking News

Outfit

Update! ແຟຼຊັ່ນໜ້າຮ້ອນ ແຕ່ງໂຕແບບນີ້ເລີຍ… ຮັບຮອງເກີດ!!!

ເລີ່ມເຂົ້າລະດູຮ້ອນແລ້ວ ມາ Update! ແຟຼຊັ່ນໜ້າຮ້ອນ ໜ້າຮ້ອນນີ້ແຕ່ງໂຕແບບໃດໃຫ້ເລີດ ໃຫ້ແຈ້ງເກີດ ແບບບໍ່ມີຕົກກະແສ… ເຊິ່ງຊີຊັ່ນນີ້ຈະມີເສື້ອຜ້າໜ້າຮ້ອນແບບໃດນຳເທຼນກັນແດ່ ລອງມາອັບເດດກັນເລີຍ!!! ເດສສາຍດ່ຽວນຸ່ງແມັດກັບເສື້ອຍືດທາງໃນ ພ້ອມກັບເກີບຜ້າໃບສີຂາວ ເບິ່ງແລ້ວລຽບ ຫຼູ ລາສີເດັກລວຍຈັບແທ້ໆໄດ໋… ເສື້ອຮາວາຍ ເກ໋ໆ ຮ້ອນນີ້ອິນເທນທີ່ສຸດໄປເລີຍ!!! ເສື້ອສາຍດ່ຽວ ສົ້້ງຍີນ ແຟຼຊັ່ນປະຈຳໜ້າຮ້ອນທີ່ສາວໆບໍ່ຄວນພາດ ເສື້ອໂຊບ່າ ແບບສາວທັນສະໄໝ ແອບເຊັກຊີ່ ເບິ່ງແລ້ວມີສະເໜ່ບໍ່ເບື່ອ ເສື້ອລາຍດອກເກ໋ໆ ແນ່ນອນໃຜບໍ່ມີຖືວ່າຍັງບໍ່ເຂົ້າເຖິງຊ່ວງຊໍາເມີເດີ້ ມິກ ແອນ ແມສ ເສື້ອສາຍດ່ຽວ ຫຼື ເກາະເອິກ ສົ້ງຂາສັ້ນ ແລະ ເສື້ອຄຸມບ່າທາງນອກ ເສື້ອຍືດຊີທູ ສົ້ງຍີນ ເຊັກຊີ່ໆຮັບໜ້າຮ້ອນ ເສື້ອແຂນສັ້ນ ສົ້ງຂາສັ້ນ ໜ້າຮ້ອນນີ້ແລະຕ້ອງຈັດ… ໜ້າຮ້ອນນີ້ຢູ່ຕູ້ເສື້ອຜ້າຕ້ອງມີເສື້ອສີສົດໆ ສີສັນສົດໃສກັນເແດ່ ຊຸດເດສລາຍດອກໄມ້ ໃຜບໍ່ໃສ່ຖືວ່າໂຄດເຊີຍ ຊຸດເດສເປີດບ່າ ອີກໜຶ່ງຊຸດທີ່ມາແຮງໃນຊ່ວງນີ້ ເສື້ອແຂນກຸດ ສົ້ງຂາສັ້ນ ເກີບຜ້າໃບ ທີ່ໃສ່ອອກຈາກບ້ານຍາມໃດກໍໝັ້ນໃຈ …

Read More »

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການ…

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການບຸນປີໃໝ່ຂອງຊາວຈີນ  ຊຸດກີ່ເພົ້າເປັນຊຸດປະຈໍາຊາດຂອງປະເທດຈີນ ແຕ່ໃນປະເທດເຮົາກໍນິຍົມກັນໃສ່ຫຼາຍໃນໄລຍະເທສະການບຸນປີໃໝ່ຂອງຊາວຈີນ (ກຸດຈີນ) ເພາະວ່າໃນປະເທດເຮົາກໍມີຄົນຈີນອາໄສຢູ່ບໍ່ໜ້ອຍກໍເລີຍເຮັດໃຫ້ປະເທດເຮົານິຍົມເອົາມາໃສ່ເພຶ່ອເປັນການສະເຫຼີມສະຫຼອງບຸນປີໃໝ່ຂອງປະເທດຈີນນີ້ ແລ້ວສາວໆແຟນຂວັນໃຈເດ້ມີຊຸດກີ່ເພົ້າທີ່ຕົນເອງມັກແລ້ວບໍ່? ຖ້າຍັງບໍ່ມີມື້ນີ້ BeautyGuru ໄດ້ນໍາເອົາ Fashion ແບບຊຸດກີ່ເພົ້າງາມໆມາຝາກ ຫຼື ສາວໆຄົນໃດທີ່ຍັງບໍ່ເຄີຍໃສ່ກໍສາມາດຊອກຊື້ມາໃສ່ກັນດ່ວນ ດຽວຊິຕົກເທຼນເດີ້!!! By: BeautyGuru ເຄຼດິດຮູບຈາກ: Taobaoshop

Read More »

ສະເໜ!ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ

ສະເໜ!!! ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ… ປະເທດລາວເປັນປະເທດທີ່ປະກອບດ້ວຍຫຼາຍຊົນຊາດ ຊົນເຜົ່າ, ເຜົ່າມົ້ງເປັນອີກຊົນເຜົ່າໜຶ່ງທີ່ດໍາລົງຊີວິດ ແລະ ເປັນຊົນເຜົ່າທີ່ສໍາຄັນຢູ່ໃນປະເທດລາວເຮົາ, ການລົງຊີວິດຂອງຊົນເຜົ່າມົ້ງກໍຄືກັນກັບຊົນເຜົ່າຕ່າງໆຂອງລາວທົ່ວໄປ ໃນເມຶ່ອກ່ອນນັ້ນຊົນເຜົ່າມົ້ງຈະອາໄສຢູ່ຕາມ ເຂດພູດອຍ ເຊິ່ງຈະມີຄວາມສະດວກໃນການປະກອບອາຊີບຂອງເຂົາເຈົ້າຄື ການເຮັດໄຮ່ ເຮັດສວນນັ້ນເອງ ແຕ່ມາຮອດປັດຈຸບັນຊົນເຜົ່າມົ້ງສ່ວນຫຼາຍໄດ້ມີການຍົກຍ້າຍລົງມາຕັ້ງຖິ່ນຖານຢູ່ຮ່ວມກັບຊົນເຜົ່າລາວລຸ່ມຕາມສະຖານທີ່ຕ່າງໆ ເຖິງຈະມາຢູ່ຮ່ວມກັນຫຼາຍຊົນເຜົ່າແຕ່ຊົນເຜົ່າມົ້ງກໍມີວັດທະນະທໍາທີ່ເປັນເອກະລັກຂອງຕົວເອງ ແລະ ປະຕິບັດກັນມາແຕ່ສະໄໝປູ່ຍ່າ ຕານາຍຈົນມາຮອດປັດຈຸບັນກໍຍັງປະຕິບັດກັນຢູ່ ແຕ່ວັດທະນະທໍາທີ່ BeautyGuru ເອົາມາຕ້ອນແຟນໆຂວັນໃຈໃນມື້ນີ້ ກໍຄືວັດທະນະທໍາການນຸ່ງຖືທີ່ເປັນເອກະລັກຂອງຊົນເຜົ່າມົ້ງນັ້ນເອງ ເຊິ່ງວ່າຈະມີຄວາມງາມ ແລະ ແຕກຕ່າງຈາກເຜົ່າອື່ນໃນ ປະເທດລາວເຮົາແນວໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ.     By: BeautyGuru ເຄຼດິດຮູບຈາກ: ສາວມົ້ງ Saomhong

Read More »

ມາເບິ່ງ! ຄວາມງາມແບບລາວໆ Style ໃນເຈ້ນ້ອຍ

ມາເບິ່ງ! ຄວາມງາມແບບລາວໆ Style ໃນເຈ້ນ້ອຍ ຄວາມຈິງຄວາມເປັນລາວນັ້ນທຸກຄົນກໍມີແບບທີ່ເປັນເອກະລັກຂອງຕົນເອງຢູ່ແລ້ວ ແລະ ຄວາມເປັນລາວແທ້ໆທີ່ຂາດບໍ່ໄດ້ກໍຄາດວ່າຈະເປັນການນຸ່ງສິ້ນໄໝ ເສຶ້ອໄໝອອກງານມຸງຄຸນຕ່າງໆເຊັ່ນ: ງານດອງ, ງານບຸນ ຫຼື ເຂົ້າວັດຟັງທໍາເປັນຕົ້ນ ເຊິ່ງມື້ນີ້ Beauty Guru ຈະມານໍາສະເໝີຄວາມເປັນລາວໃນ Style ຂອງເຈ້ນ້ອຍ ບອກເລີຍວ່າ ຄວາມເປັນລາວນີ້ ງາມບໍ່ແພ້ຊາດໃດໃນໂລກແນ່ນອນ ແລະ ສາວໆຄົນໃດທີ່ກໍາລັງຈະອອກງານ ຄິດແບບຊຸດຍັງບໍ່ອອກລອງໄປເບິ່ງ ຊຸດ Style ຂອງເຈ້ນ້ອຍເພີ່ນ ຮັບຮອງ Idea ເກີດເລີຍ!!!! ເພຶ່ອເປັນການບໍ່ເສຍເວລາເຮົາໄປເບິ່ງພ້ອມໆກັນເລີຍວ່າງາມແບບລາວໆຂອງ ເຈ້ນ້ອຍ ຈະງາມຂະໜາດໃດ!!! By: Beauty Guru ເຄຼດິດຮູບຈາກ: Noybee Khonsavanh

Read More »

ມາຮູ້ຈັກ! ເຈົ້າແມ່ແຟຊັ່ນຂອງລາວກັນ!

ມາຮູ້ຈັກ! ເຈົ້າແມ່ແຟຊັ່ນຂອງລາວກັນ! ບອກເລີຍວ່າ… ສຸດຍອດອີ່ຫຼີ ກັບ Style ເສື້ອຜ້າຂອງນາງ!!!!! ແຟຊັ່ນ ສະຕໍ ກັບເຈົ້າແມ່ແຟຊັ່ນ ເຈົ້າແມ່ແຫ່ງການອອກແບບເສຶ້ອຜ້າ ທີ່ມີແນວຂອງໂຕເອງ ຄືເຈ້ນ້ອຍ ເຈົ້າຂອງແຟຊັ່ນ JJ ສະຕໍ ທັງ 7 ສາຂາ ທີ່ Beauty Guru ເອົາມາຕ້ອນໃນມື້ນີ້ ນາງທັງອອກແບບເອງໃສ່ເອງ ງາມເອງ ບໍ່ພໍຍັງອອກແບບຕາມໃຈລູກຄ້ານຳອີກ !! ວ່າແລ້ວເຮົາໄປເບິ່ງພ້ອມໆກັນເລີຍວ່າຈະ ເວີ່ວັງອາລັງການ ກັນຂະໜາດໃດ!!!! By: Beauty guru ເຄຼດິດຮູບຈາກ: Noytingkham Thongsavanht

Read More »