ສະບາຍດີ ແຟນໆຂວັນໃຈ ມື້ນີ້ຈະພາແຟນໆໄປທ່ຽວທີ່ແຂວງ ຊຽງຂວາງ ດິນແດນແຫ່ງວີລະຊົນ ນັ້ນເອງ ເຊິ່ງຖືວ່າເປັນອີກແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ແລະ ມື້ນີ້ຈະພາໄປທ່ຽວຊົມບ້ານຫັດຖະກໍາທີ່ ການຫຼໍ່ບ່ວງ, ຫຼໍ່ເຄື່ອງທີ່ລະນຶກຕ່າງໆ ຂອງແຂວງຊຽງຂວາງ ທີ່ຕັ້ງຢູ່ເມືອງຜາໄຊ ບ້ານ ນາເພຍ ນັ້ນເອງ. ບ້ານ ນາເພຍ ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ປະມານ 35 ກິໂລແມັດ ເປັນບ້ານທີ່ໄດ້ຮັບການຍ້ອງຍໍໃຫ້ເປັນບ້ານວັດທະນະທໍາ ເຊິ່ງປະຊາຊົນພາຍໃນບ້ານດັ່ງກ່າວ ມີການຜະລິດສິນຄ້າຫັດຖະກໍາທີ່ມີຊື່ສຽງ ໂດຍສະເພາະແມ່ນການຫຼໍ່ບ່ວງ. ຈຸດພິເສດຂອງການຫຼໍ່ບ່ວງຢູ່ໃນບ້ານນາເພຍກໍ່ຄື ປະຊາຊົນໄດ້ນໍາໃຊ້ຫົວຄິດປະດິດສ້າງຂອງຕົນ ໃນການນໍາເອົາສິ່ງເສດເຫຼືອຈາກສົງຄາມເຊັ່ນ: ໂລ ມາຜະລິດເປັນບ່ວງເພື່ອໃຊ້ສອຍ ແລະ ຂາຍເປັນສິນຄ້າເພື່ອສ້າງລາຍໄດ້ໃຫ້ຄອບຄົວ. ນອກຈາກການຫຼໍ່ບ່ວງແລ້ວ ຍັງມີການຫຼໍ່ເຄື່ອງທີລະນຶກອີກຫຼາກຫຼາຍແບບບໍ່ວ່າຈະເປັນ ການຫຼໍ່ຮູບຊ້າງ, ຮູບເສືອ, ຮູບສິງ, ບວງແຂນ ແລະ ອີກຫຼາຍຢ່າງ. ປັດຈຸບັນນີ້ ມີນັກທ່ອງທ່ຽວຈໍານວນຫຼວງຫຼາຍໄປທ່ຽວຊົມເຄື່ອງຫັດຖະກໍາບ້ານນາເພຍ ແລະ ຊື້ຜະລິດຕະພັນດັ່ງກ່າວ ເຊິ່ງໄດ້ກາຍເປັນທ່າແຮງໃນການພັດທະນາບ້ານແຫ່ງນີ້ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງຊຽງຂວາງ. ຖ້າໃຜທີ່ຢາກໄປທ່ຽວຊົມກໍສາມາດໄປໄດ້ ນອກຈາກເຄື່ອງຫຼໍ່ຕ່າງໆແລ້ວ ຍັງມີຫັດຖະກໍາຕໍາຫູກໄວ້ໃຫ້ນັກທ່ອງທ່ຽວທີ່ໄປທ່ຽວຊົມ …
Read More »ທ່ອງທ່ຽວ
ພາບບັນຍາກາດຂອງການເຮັດໄຮ່ເຮັດນາທີ່ຫາເບິ່ງໄດ້ຍາກ
ສະບາຍດີແຟນໆຂວັນໃຈ!! ໄລຍະນີ້ພໍເລີ່ມກ້າວເຂົ້າສູ່ລະດູຝົນ ແລະ ການເຮັດໄຮ່ເຮັດນາ ມື້ນີ້ ທີມງານເວັບໄຊຂວັນໃຈ ກໍບໍ່ພາດທີ່ຈະນໍາເອົາ ຮູບພາບບັນຍາກາດຂອງການເຮັດນາ ມາຝາກໃຫ້ແຟນໆຂວັນໃຈໄດ້ຊົມ ແລະ ທີມງານເຮົາເຊື່ອວ່າ ຫຼາຍຄົນເມື່ອໄດ້ເຫັນຮູບພາບນີ້ແລ້ວຕ້ອງຄິດຮອດຄິດເຖິງບ້ານຢ່າງແນ່ນອນ ໃນນັ້ນກໍລວມທັງແອດມິນພ້ອມທີ່ເຫັນຮູບພາບນີ້ ແລ້ວກໍອົດທີ່ຈະຄິດຮອດຄິດເຖິງບ້ານບໍ່ໄດ້. ຮູບພາບຈະງົດງາມປານໃດນັ້ນໄປຊົມເລີຍ!! ຮູບພາບຈາກ: Laos Pictures, Noy Images, USAID
Read More »ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນ
ສະບາຍດີ ແຟນໆຂວັນໃຈ ມື້ນີ້ເຮົາໄດ້ນໍາເອົາຮູບພາບງາມໆຂອງປະຕິມະກໍາ ການແກະສະຫຼັກພຣະປະຈໍາວັນເກີດຢູ່ຜາຫີນອ່ອນ ມາໃຫ້ແຟນໆຂວັນໃຈໄດ້ຊົມ!! ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນອ່ອນ ເສັ້ນທາງ1E ລະຫວ່າງຊາຍແດນ ເມືອງນາກາຍ ແຂວງຄໍາມ່ວນ ກັບ ເມືອງຄຳເກີດ ແຂວງບໍລິຄໍາໄຊ. ເປັນການແກະສະຫຼັກທີ່ມີຄວາມປານີດ, ມີຄວາມງົດງາມ ແລະ ມີຄວາມໝາຍທາງສິລະປະ, ພຸດທະສາສະໜາ. ຢູ່ຕາມສອງຝາກທາງຈະມີຮູບແກະສະຫຼັກພຣະພຸດທະຮູບ ເຊິ່ງຖືໄດ້ວ່າເປັນເສັ້ນທາງແຫ່ງທໍາອິດຂອງປະເທດ ທີ່ມີການແກະສະຫຼັກ ພຣະພຸດທະຮູບຕາມຫີນອ່ອນຂອງທັງສອງຝາກທາງ ຜູ້ຄົນທີ່ເດີນຜ່ານໄປມາລ້ວນແຕ່ຈອດລົດລົງມາກາບໄຫວ້ເພື່ອພອນສິ່ງສັກສິດ ຖ້າໃຜໄດ້ຜ່ານໄປມາຕາມເສັ້ນທາງນັ້ນກໍຢ່າລືມແວ່ຂໍພອນເດີ້!! ຮູບພາບ: Saylakham Images
Read More »ແຫຼ່ງທອ່ງທ່ຽວທາງທຳມະຊາດ”ນໍ້າຕົກຕາດ ຜາຫວ່າງ”
ສະບາຍດີ ແຟນໆຂວັນໃຈ ມື້ນີ້ເຮົາຈະເອົາມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງຂອງແຂວງຫົວພັນ ນັ້ນກໍຄື: “ນໍ້າຕົກຕາດ ຜາຫວ່າງ” ນັ້ນເອງ. ເຊິ່ງເປັນແຫຼ່ງທອ່ງທ່ຽວທາງທຳມະຊາດທີ່ມີຄວາມສວຍສົດງົດງາມຫຼາຍ ຖ້າຫາກໃຜທີ່ຄິດໜີຈາກຄວາມວຸ້ນວາຍໃນຕົວເມືອງໃຫຍ່ ແລະ ຊອກຫາບ່ອນພັກຜ່ອນທີ່ເຕັມໄປດ້ວຍ ບັນຍາກາດທີ່ສຸດແສນຈະສະບາຍ ທ່າມກາງສຽງນ້ຳຕົກຕາດ ທີ່ໄຫຼຈາກທີ່ສູງລົງລຸ່ມ ປະສານກັບສຽງນົກ, ສຽງກາ…ທີ່ມັນຮ້ອງ ພ້ອມສາຍລົມເຢັນໆພັດຜ່ານໄດ້ສູດອາກາດທີ່ເຢັນສະບາຍ ແນມໄປທາງໃດກໍ່ເຫັນແຕ່ທຳມະຊາດຢູ່ຮອບໆຕົວທ່ານບໍ່ວ່າຈະເປັນຕົ້ນໄມ້, ໃບຫຍ້າ ແລະ ສາຍນ້ຳ ຕ້ອງນຶກເຖິງສະຖານທີ່ນີ້ເລີຍ”ນໍ້າຕົກຕາດ ຜາຫວ່າງ” ແຫລ່ງທ່ອງທ່ຽວທາງທຳມະຊາດ ທີ່ຈະຊ່ວຍໃຫ້ທ່ານຜ່ອນຄາຍຈາກເລື່ອງວຸ້ນວາຍທັງຫຼາຍໄດ້. “ນໍ້າຕົກຕາດ ຜາຫວ່າງ” ທີ່ບ້ານປາວເໜືອ ເມືອງຊໍາໃຕ້ ແຂວງຫົວພັນ ເປັນແຫຼ່ງທ່ອງທ່ຽວນໍ້າຕົກຕາດຫີນເກັດລິ່ນສູງ700 ແມັດ ໄດ້ເປີດເປັນແຫຼ່ງທ່ອງທ່ຽວທີ່ມີຄວາມງົດງາມ ແລະ ອຸດົມສົມບູນເຕັມໄປດ້ວຍທຳມະຊາດ. ຮູບພາບຈາກ: 7studio xn ຂໍ້ມູນຈາກ: Laopost
Read More »ໃຜທີ່ມັກທ່ອງທ່ຽວແບບພະຈົນໄພ ຕ້ອງບໍ່ພາດກັບສະຖານທີ່ແຫ່ງນີ້!!
ສະບາຍດີ ແຟນໆຂວັນໃຈ ມື້ນີ້ທີມງານ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ເຊິ່ງຈະມາເອົາໃຈແຟນໆຜູ້ທີ່ມັກການທ່ອງທ່ຽວ ແບບພະຈົນໄພເປັນພິເສດເລີຍ ບໍ່ວ່າຈະເປັນການຂີ່ສະລິງ, ເດີນປ່າ, ໄຕ່ຂົວອູ່ ແລະ ອີກຫຼາຍຢ່າງ. ແຕ່ຖ້າໃຜທີ່ບໍ່ມັກການປະຈົນໄພກໍສາມາດໄປໄດ້ຄືກັນ ແລະ ສະຖານທີ່ແຫ່ງນັ້ນກໍຄື: ຕາດກອຍລອຍຟ້າ ທີ່ຕັ້ງຢູ່ເມືອງປະທຸມພອນ ແຂວງຈໍາປາສັກ ນັ້ນເອງ ຖ້າໃຜໄດ້ໄປທ່ຽວໄປສໍາຜັດກັບຄວາມງົດງາມຂອງທໍາມະຊາດ, ສາຍນໍ້າທີ່ໃສເຢັນ ຮັບຮອງວ່າໃຜທີ່ໄດ້ໄປທ່ຽວຈະຕ້ອງຕິດໃຈຢ່າງແນ່ນອນ ແລະ ທີມງານເຮົາໄດ້ນໍາເອົາຮູບພາບງາມໆຂອງສະຖານທີ່ແຫ່ງນີ້ມາໃຫ້ແຟນໄດ້ຊົມ ແຕ່ຈະງົດງາມປານໃດນັ້ນໄປຊົມກັນເລີຍ!!! ຮູບພາບ: google.com
Read More »