Breaking News

ທ່ອງທ່ຽວ

ຮູບພາບງາມໆຂອງນໍ້າຕົກຕາດ ເຊກະຕາມຕົກ

ສະບາຍດີແຟນໆ ຂວັນໃຈ ມື້ນີ້ ຂວັນໃຈ ໄດ້ນໍາເອົາຮູບພາບງາມຂອງ ນໍ້າຕົກຕາດເຊກະຕາມຕົກ ມາໃຫ້ແຟນໆຂວັນໃຈໄດ້ຊົມ ເຊິ່ງ ນໍ້າຕົກຕາດເຊກະຕາມຕົກ ຕັ້ງຢູ່ຫ່າງຈາກ ເມືອງປາກຊ່ອງ ແຂວງຈຳປາສັກ ປະມານ 44 ກິໂລແມັດ ທາງທິດຕາເວັນອອກ, ມີຄວາມສູງ ປະມານ 100 ແມັດ ເປັນນໍ້າຕົກຕາດຂະຫນາດໃຫຍ່ ມີນໍ້າຕະຫລອດປີ Photo : The Journal Alone ຂໍ້ມູນ: ທ່ຽວທົ່ວລາວ

Read More »

ຜາຫຼວງ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ເມືອງວັງວຽງ

ສະບາຍດີແຟນໆ ຂວັນໃຈ ມື້ນີ້ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ກໍາລັງເປັນທີ່ນິຍົມ ຂອງນັກທ່ອງທ່ຽວ ເຊິ່ງບາງຄົນອາດເຄີຍໄປທ່ຽວມາແລ້ວ. ສະຖານທີ່ນັ້ນກໍຄື: “ຜາຫຼວງ” (Blue lagoon and resort), ສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ຕັ້ງຢູ່ ບ້ານນາມ່ວງ ເມືອງວັງວຽງ ຫ່າງຈາກຕົວເມືອງວັງວຽງ ພຽງ 14.5 ກມ. ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍງາມຫຼາຍ ແລະ ມີກິດຈະກໍາທີ່ໄວ້ຄອຍໃຫ້ນັກທ່ອງທ່ຽວ ໄດ້ເລືອກຫຼີ້ນອີກຫຼາຍໆກິດຈະກໍາເຊັ່ນ: ຫຼີ້ນນໍ້າ, ຂີ່ສະລິງ, ປີນພູ. ນອກຈາກນີ້ ຍັງມີເຄື່ອງດື່ມ ແລະ ຮ້ານອາຫານໄວ້ຄອຍໃຫ້ບໍລິການແກ່ນັກທ່ອງທ່ຽວອີກດ້ວຍ. ຖ້າມີເວລາຫວ່າງ ຫຼື ມື້ພັກຜ່ອນຢ່າລືມໄປທ່ຽວເດີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ. ພາບໂດຍ: ໂນ່ ພຸດທະສັກ

Read More »

ນໍ້າຕົກຕາດ ແຊປ້ອງໄລ ນໍ້າຕົກຕາດທີ່ມີຄວາມງົດງາມຫຼາຍ

ນໍ້າຕົກຕາດ ແຊປ້ອງໄລ ຕັ້ງຢູ່ເຂດເຊປຽນ ເມືອງສະໜາມໄຊ ແຂວງອັດຕະປື ຫ່າງຈາກ ເມືອງສາມັກຄີໄຊ ປະມານ 75 ກິໂລແມັດ. ກຳເນີດຈາກສາຍນ້ຳເຊປຽນ, ຈຸດທີ່ຕັ້ງຢູ່ ພູໂຄນນອນໃນປ່າຄັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ ຢູ່ສາຍນ້ຳດຽວກັນກັບນ້ຳຕົກຕາດແຊປ້ອງໄລ, ມີຄວາມກ້ວາງປະມານ 130 ແມັດ ນ້ຳໂຕນເປັນສອງປ່ອງ ຝັ່ງຊ້າຍມີຄວາມສູງ 20 ແມັດ, ຝັ່ງຂວາ 35-40 ແມັດ. ໄລຍະການລົງສຳຫຼວດ ໃນລະຫວ່າງປີ 1998. ຫ່າງຈາກ ນ້ຳຕົກຕາດແຊພະ ປະມານ 08 ກິໂລແມັດ, ການເດີນທາງເຂົ້າໄປເຖິງເຂດດັ່ງກ່າວ ໄປໄດ້ທັງ 2 ລະດູ, ເດີນທາງດ້ວຍລົດໂອໂຕ, ລົກຈັກ, ລົດຖີບ ແລະ ລົດກະບະ. ໄລຍະທາງຈາກອັດຕະປື ຜ່ານສຳນັກງານເມືອງ, ບ້ານໃໝ່ ເຖິງແຊພະ ທາງບົກປະມານ 75 ກິໂລແມັດ, ຍາມຝົນ …

Read More »

ນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ

ນໍ້າຕົກຕາດຜາແຈແລເປັນນໍ້າຕົກຕາດ ທີ່ສູງປະມານ 100 ແມັດ ຕັ້ງຢູ່ບ້ານນໍ້າຄຽນ ຫ່າງຈາກເທສະບານ ເມືອງຮົ່ມ ແຂວງ ໄຊສົມບູນ ປະມານ 6 ກິໂລແມັດ ເປັນນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ ມີຄວາມອຸດົມສົມບູນໄປດ້ວຍຊີວະນານາພັນ ປ່າໄມ້ຂຽວງາມ, ອາກາດກໍສົດຊື່ນເຢັນສະບາຍ ສ່ວນສາເຫດທີ່ມາຂແງຊື່ຜາແຈແລນັ້ນ ຕາມການບອກເລົ່າຂອງຊາວບ້ານໄດ້ໃຫ້ຮູ້ວ່າ ມີປະຊາຊົນໄດ້ພົບເຫັນພຣະອົງໜຶ່ງ ທີ່ຢູ່ໃກ້ຕາດແຫ່ງນີ້ເປັນສີດໍາ ແລະ ມີຫຼາຍແຈ ຕໍ່ມາປະຊາຊົນເຂດນັ້ນຈຶ່ງໄດ້ ເອີ້ນຜາແຫ່ງນີ້ວ່າ: ຜາແຈແລ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

Read More »

ຖ້າຄູ່ຮັກຄູ່ໃດກຳລັງຊອກຫາສະຖານໂຣແມນຕິກ, ໄປເພີ່ມຄວາມຫວານໃຫ້ຄູ່ຮັກ ຕ້ອງໄປນີ້ເລີຍ!!

ສາວໆຄົນໃດເຄີຍໄປທ່ຽວແລ້ວບໍ ສວນມົນຕາຈໍາປາ ຖ້າໃຜຍັງບໍ່ເຄີຍໄປທ່ຽວ ຫຼື ຍັງບໍ່ຮູ້ວ່າສວນມົນຕາຈໍາປາຕັ້ງຢູ່ໃສນັ້ນ ມື້ນີ້ ມີມງານ ເວັບໄຊຂວັນໃຈ ໄດ້ນໍາຂໍ້ມູນບາງສ່ວນ ແລະ ຮູບພາບງາມໆຂອງສວນດັ່ງກ່າວມາຝາກ. ສວນມົນຕາຈໍາປາລາວ ຕັ້ງຢູ່ທີ່ບ້ານຫຼັກ11 ເມືອງປາກຊ່ອງ ແຂວງຈໍາປາສັກ ສໍາລັບການເດີນທາງໄປສວນແມ່ນສະດວກສະບາຍ ເມື່ອສາວໆໄປຮອດ ສາວໆກໍຈະໄດ້ເຫັນສວນດອກໄມ້ ທີ່ສວຍງາມຂະໜາດໃຫຍ່ຈົນສຸດສາຍຕາ ແລະ ນອກຈາກຈະມີດອກໄມ້ງາມໆແລ້ວ ຍັງສວນຜັກປອດສານພິດ, ສວນໝາກສະຕໍເບີຣີ່ ໄວ້ໃຫ້ສາວໆໄດ້ເກັບແບບສົດໆຈາກຕົ້ນເລີຍ! ວ້າວ…ຢາກໄປເກັບໝາກສະຕໍເບີຣີ່ເດ. ສໍາລັບຄູ່ຮັກທີ່ແຕ່ງງານໃໝ່ ຫຼື ຄູ່ຮັກທີ່ຮັກກັນມາດົນແລ້ວ ຢາກເພີ່ມຄວາມຫວານໃຫ້ກັບຊີວິດຄູ່ ແມ່ນເໝາະສົມທີ່ສຸດ ເພາະວິວທິວທັດຂອງສະຖານທີ່ແຫ່ງນີ້ ແມ່ນມີຄວາມງົດງາມ ຍິ່ງຖ້າເປັນຕອນເຊົ້າກ່ອນຕາເວັນຂຶ້ນ ແລະ ກ່ອນຕາເວັນລັບຂອບຟ້າ ຈະມີບັນຍາກາດທີ່ໂຣແມນຕິກສຸດໆ ແຕ່ສໍາລັບຄົນທີ່ຕ້ອງການມາທ່ຽວແບບຄອບຄົວກໍ່ເໝາະສົມເຊັ່ນດຽວກັນ ເພາະສະຖານທີ່ແຫ່ງນີ້ມີທີ່ພັກແບບສະອາດ, ສະດວກສະບາຍ ໄວ້ໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນ ໃກ້ຈະຮອດວັນພັກແລ້ວ ຄູ່ຮັກຄູ່ໃດຢາກໄປເພີ່ມຄວາມຫວານ ໃນສະຖານທີ່ໂຣແມນຕິກ ໃຫ້ກັບຄູ່ຮັກກໍສາມາດໄປໄດ້. ຂໍ້ມູນ: Laopost ຮູບພາບ: ສວນມົນຕາຈໍາປາລາວ

Read More »