ສາວໆຄົນໃດເຄີຍໄປທ່ຽວແລ້ວບໍ ສວນມົນຕາຈໍາປາ ຖ້າໃຜຍັງບໍ່ເຄີຍໄປທ່ຽວ ຫຼື ຍັງບໍ່ຮູ້ວ່າສວນມົນຕາຈໍາປາຕັ້ງຢູ່ໃສນັ້ນ ມື້ນີ້ ມີມງານ ເວັບໄຊຂວັນໃຈ ໄດ້ນໍາຂໍ້ມູນບາງສ່ວນ ແລະ ຮູບພາບງາມໆຂອງສວນດັ່ງກ່າວມາຝາກ.
ສວນມົນຕາຈໍາປາລາວ ຕັ້ງຢູ່ທີ່ບ້ານຫຼັກ11 ເມືອງປາກຊ່ອງ ແຂວງຈໍາປາສັກ ສໍາລັບການເດີນທາງໄປສວນແມ່ນສະດວກສະບາຍ ເມື່ອສາວໆໄປຮອດ ສາວໆກໍຈະໄດ້ເຫັນສວນດອກໄມ້ ທີ່ສວຍງາມຂະໜາດໃຫຍ່ຈົນສຸດສາຍຕາ ແລະ ນອກຈາກຈະມີດອກໄມ້ງາມໆແລ້ວ ຍັງສວນຜັກປອດສານພິດ, ສວນໝາກສະຕໍເບີຣີ່ ໄວ້ໃຫ້ສາວໆໄດ້ເກັບແບບສົດໆຈາກຕົ້ນເລີຍ! ວ້າວ…ຢາກໄປເກັບໝາກສະຕໍເບີຣີ່ເດ.
ສໍາລັບຄູ່ຮັກທີ່ແຕ່ງງານໃໝ່ ຫຼື ຄູ່ຮັກທີ່ຮັກກັນມາດົນແລ້ວ ຢາກເພີ່ມຄວາມຫວານໃຫ້ກັບຊີວິດຄູ່ ແມ່ນເໝາະສົມທີ່ສຸດ ເພາະວິວທິວທັດຂອງສະຖານທີ່ແຫ່ງນີ້ ແມ່ນມີຄວາມງົດງາມ ຍິ່ງຖ້າເປັນຕອນເຊົ້າກ່ອນຕາເວັນຂຶ້ນ ແລະ ກ່ອນຕາເວັນລັບຂອບຟ້າ ຈະມີບັນຍາກາດທີ່ໂຣແມນຕິກສຸດໆ ແຕ່ສໍາລັບຄົນທີ່ຕ້ອງການມາທ່ຽວແບບຄອບຄົວກໍ່ເໝາະສົມເຊັ່ນດຽວກັນ ເພາະສະຖານທີ່ແຫ່ງນີ້ມີທີ່ພັກແບບສະອາດ, ສະດວກສະບາຍ ໄວ້ໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນ ໃກ້ຈະຮອດວັນພັກແລ້ວ ຄູ່ຮັກຄູ່ໃດຢາກໄປເພີ່ມຄວາມຫວານ ໃນສະຖານທີ່ໂຣແມນຕິກ ໃຫ້ກັບຄູ່ຮັກກໍສາມາດໄປໄດ້.
ຂໍ້ມູນ: Laopost
ຮູບພາບ: ສວນມົນຕາຈໍາປາລາວ