Breaking News

10 ກິດຈະກໍາທີ່ຄົນອົກຮັກ ຄວນເຮັດເພື່ອໃຫ້ລືມຮັກເກົ່າທີ່ແສນຈະເສົ້າ (ຢາກໃຫ້ອ່ານ)

ແບ່ງປັນ

ສາວໆເວລາທີ່ອົກຮັກນອກຈາກການນັ່ງໄຫ້, ນອນໄຫ້ ແລ້ວມີກິດຈະກໍາອື່ນອີກບໍ່ທີ່ຈະເຮັດໃຫ້ລືມຄວາມເສົ້າ… ເມື່ອຜິດຫວັງຈາກຄວາມຮັກ ແນ່ນອນວ່າບໍ່ມີໃຜດີໃຈດອກ ແຕ່ສາວ ຮ້ອງໄຫ້ໄດ້ ປ່ອຍມັນອອກມາໃຫ້ໝົດ ແຕ່ຢ່າໃຫ້ໜັກຈົນເກີນໄປ ເພາະບໍ່ວ່າແນວໃດຜູ້ຍິງຄືເຮົາກໍຕ້ອງຮັກຕົວເອງໃຫ້ຫຼາຍໆ ເບິ່ງແຍງຕົວເອງໃຫ້ດີ ແບບທີ່ເອີ້ນວ່າ: ຜູ້ຊາຍຄົນໃດທີ່ເຄີຍຖິ້ມເຮົາໄປຈະຕ້ອງເສຍດາຍຈົນຢາກຂໍເຮົາຄືນມາພຸ້ນລະ. ເຖິງເວລານັ້ນເຮົາຄ່ອຍເອົາຄືນເນາະ… ມາເບິ່ງກິດຈະກໍາທີ່ຂັວນໃຈເອົາມາຕ້ອນສໍາລັບສາວໆທີ່ກໍາລັງອົກຮັກກັນຢູ່ດີກວ່າວ່າ ພວກນາງຄວນເຮັດຫຍັງແດ່?

1. ໄປລົງທະເລໃຫ້ສະໃຈ: ໄປພັກຜ່ອນຟັງຄື້ນລົມ, ໃຊ້ເວລາກັບຕົວເອງໃຫ້ຫຼາຍທີ່ສຸດ ເພາະທະເລາເປັນສະຖານທີ່ສະຫງົບ ໃຫ້ມັນປົດປ່ອຍຄວາມທຸກຂອງເຮົາຈົນໝົດຄ່ອຍກັບມາ

2. ກິນບຸບເຟ່ໃຫ້ມີຄວາມສຸກບໍ່ຕ້ອງຄິດຫັຍງຫຼາຍ: ເຊື່ອວ່າຜູ້ຍິງເຮົາມີຄວາມສຸກກັບການກິນສະເໝີ… ການກິນອາກຫານທີ່ເຮົາຢາກກິນຈະເຮັດໃຫ້ຊ່ວຍລືມຄວາມທຸກໄດ້

3. Shopping: ເປັນອີກສິ່ງໜຶ່ງທີ່ແຍກຈາກກັນບໍ່ໄດ້ສໍາລັບສາວໆກໍຄືການ Shopping ນັ້ນເອງ ສະນັ້ນເມື່ອມີຄວາມທຸກແບບນີ້ ກໍລອງຊວນໝູ່ສະນິດໄປຜ່ອນຄາຍລອງເບິ່ງຮັບຮອງວ່າປົດປ່ອຍໄດ້ກາຍ 10 ແນ່ນອນ

4. ເຂົ້າວັດເຮັດບຸນ: ທັມມະເປັນທີ່ເພີ່ງທາງໃຈສະເໝີ, ການເຂົ້າວັດຟັງທັມຈະຊ່ວຍໃຫ້ຈິດໃຈສະງົບຫຼາຍຂຶ້ນ

5. Party ແບບຈັດເຕັມກັບເພື່ອນໆ: ໄວໜຸ່ມສ່ວນຫຼາຍມີຫຍັງກໍຈະມັກປຶກສາໝູ່ສະນິດ ອົກຮັກກໍເຊັ່ນດຽງກັນກໍປຶກສາໝູ່ສະນິດນີ້ລະ ແລ້ວກໍຊວນກັນຈັດ Party ໜັກໆໃຫ້ລືມຄວາມທຸກໄປໝົດເລີຍ

6. ຮ້ອງ Karaoke ໃຫ້ສະໃຈໄປເລີຍ: ມັນບໍ່ດີເລີຍສາວໆທີ່ຕ້ອງມານັ່ງເສົ້າກັບຜູ້ຊາຍຄົນດຽວ ໄປຮ້ອງເພງກັນເທາະໄປແຫກປາກຮ້ອງໃຫ້ດັງສຸດໆກັນ ມີຄວາມສຸກກັບຄົນອ້ອມຂ້າງ ຜູ້ຊາຍບໍ່ໄດ້ມີຄົນດຽວເດີ້

7. ໄປທ່ອງທ່ຽວສວນສັດ: ໄປທ່ອງທ່ຽວສວນສັດ ໄປເບິ່ງສັດທີ່ໜ້າຮັກຫຼາຍໆຊະນິດ ລືມໄປເທາະຜູ້ຊາຍຫ່ວຍໆ

8. ຢູ່ກັບຄອບຄົວ: ບໍ່ມີຫຍັງສໍາຄັນໄປກວ່າຄອບຄົວ ຫຼັງຈາກທີ່ບໍ່ຄ່ອຍສົນໃຈກັບຄອບຄົວປານໃດ ຫຼັງຈາກທີ່ໂສດແລ້ວຫັນມາສົນໃຈຄອບຄົວຂຶ້ນຕຶ່ມເບິ່ງ, ມີຫຍັງລົມກັບຄອບຄົວໃຫ້ຫຼາຍ.

9. ອອກກໍາລັງກາຍ Fit & Firm: ມີຄວາມສຸກກັບການກິນແລ້ວກໍຢ່າລືມເບິ່ງແຍງຮູບຮ່າງກັນນໍາເດີ້ສາວໆ ເອົາໃຫ້ແບບວ່າຄົນທີ່ຖີ້ມເຮົາໄປເຂົາເສຍດາຍເຮົາພຸ້ນລະ

10. ກິດຈະກໍາ Adventure: ຄົນໂສດບໍ່ມີຫຍັງໃຫ້ຕ້ອງຄິດຫຼາຍ ຢາກເຮັດຫຍັງກໍເຮັດໄດ້ເຕາມໃຈ ແລະ ກໍມີກິດຈະກໍໃຫ້ຫຼີ້ນມ່ວນໆຫຼາຍເລີຍລະເຊັ່ນ: ກິດຈະກໍາ Adventure ປີນໜ້າຜາຈໍາລອງ ກໍເປັນອີກໜຶ່ງກິດຈະກໍາທີ່ມ່ວນ ຈົນລືມຄວາມທຸກໄດ້ພຸ້ນລະ.

By: BeautyGuru

ເຄຼດິດຮູບຈາກ: Page: Sprice

ແບ່ງປັນ