ໝາກລິ້ນໄມ້ ເປັນຜັກພື້ນບ້ານ ທີ່ພົບເຫັນໂດຍທົ່ວໄປ ເປັນຜັກທີ່ເກີດຂຶ້ນເອງ ຕາມທຳມະຊາດ ມີຄວາມຂົມ, ຍອດອ່ອນ ແລະ ດອກ ນິຍົມມັກເອົາມາລວກ ກັບແຈ່ວ ສ່ວນໝາກມັກຈະເອົາມາເຜົາ ກິນກັບລາບ, ກ້ອຍ ຫຼື ເຮັດໝົກກິນຈະແຊບດີ. ທັງໝາກ, ໃບ ແລະ ຍອດ ມີປະໂຫຍດຕໍ່ຮ່າງກາຍ ຊ່ວຍຂັບລົມໃນລຳໃສ້ ຊ່ວຍບຳລຸງສາຍຕາ, ມີມິດຕະມິນສູງ.