Breaking News

ບໍ່ມີການຍືດເວລາອີກແລ້ວ! ສຳລັບບໍລິສັດຢາສູບ

ແບ່ງປັນ

ໃນປັດຈຸບັນມີຫຼາຍກວ່າ 100 ປະເທດໃນຂອບເຂດທົ່ວໂລກ ລວມທັງ 10 ປະເທດຂອງສະມາຊິກອາຊຽນ ໄດ້ອອກ ແລະ ບັງຄັບໃຊ້ກົດໝາຍວ່າດ້ວຍການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ໃສ່ວັດຖຸທີ່ຫຸ້ມຫໍ່ຜະລິດຕະພັນຢາສູບທີ່ ຜະລິດ ແລະ ຈຳໜ່າຍພາຍໃນປະເທດ.

ອີງຕາມບົດລາຍງານການຄົ້ນຄວ້າຂອງ ITC (International Tabacco Control Policy Evaluation Project) ໃຫ້ຮູ້ວ່າ: ຄຳເຕືອນສຸຂະພາບທີ່ເປັນຮູບຂະໜາດໃຫຍ່ທີ່ພິມໃສ່ຊອງຢາສູບ ເປັນສື່ທີ່ມີປະສິດທິພາບສູງໃນການເພີ່ມຄວາມຮູ້ດ້ານສຸຂະພາບໃນກຸ່ມຜູ້ສູບຢາ (ຖ້າສູບຢາໜຶ່ງຊອງຕໍ່ມື້ ຜູ້ສູບຢາຈະເຫັນຂ່າວສານດັ່ງກ່າວຮອດ 7.000 ເທື່ອຕໍ່ປີ). ສະຫຼາກທີ່ມີຄຳເຕືອນທີ່ເປັນຮູບພາບ ຍັງເປັນເຄື່ອງມືທີ່ມີປະສິດທິພາບ ແລະ ປະຢັດ ສຳລັບການໃຫ້ຄວາມຮູ້ແກ່ຜູ້ສູບຢາ ແລະ ບໍ່ສູບຢາ ທີ່ຢູ່ອ້ອມຂ້າງກ່ຽວກັບຄວາມສ່ຽງດ້ານສຸຂະພາບ ຈາກການສູບຢາ ໂດຍສະເພາະປະເທດທີ່ມີແຫຼ່ງລາຍຮັບບໍ່ສູງ.

ໂດຍເຫດຜົນດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະກະຊວງສາທາລະນະສຸກ ຮ່ວມກັບຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບຈຶ່ງໄດ້ອອກຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບໃນເດືອນ ພຶດສະພາ 2016 ໂດຍລະບຸວ່າ “ຄຳເຕືອນສຸຂະພາບເປັນຮູບພິມໃສ່ຊອງ ແລະ ຕຸດຢາສູບ ຕ້ອງມີຂະໜາດ 75% ຂອງເນື້ອທີ່ດ້ານໜ້າ ແລະ ດ້ານຫຼັງ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 1 ພຶດສະພາ 2017ນີ້”

ຂໍມູນຈາກ: ໄວລຸ້ນລາວຍຸກໃໝ່ Anti Smoking

ແບ່ງປັນ