Breaking News

ເຄັດລັບ ຮັບມືກັບ ປະຈໍາເດືອນ ມາບໍ່ປົກກະຕິ ບັນຫາໂລກແຕກທີ່ສາວໆຫຼາຍຄົນກໍາລັງພົບຢູ່

ແບ່ງປັນ

ບັນຫາປະຈໍາເດືອນມາບໍ່ປົກກະຕິ ເປັນບັນຫາໜັກອົກໜັກໃຈຂອງສາວໆ ຍິ່ງກວ່າບັນຫາໂລກແຕກໃດໆ ບັນຫາທີ່ເກີດຂຶ້ນບໍ່ວ່າຈະເປັນການມາຂອງປະຈໍາເດືອນແບບບໍ່ສະໝໍ່າສະເໝີ ເດືອນນີ້ມາ ເດືອນໜ້າບໍ່ມາ ຫຼື ມາຫຼາຍເກີນໄປ, ມາໜ້ອຍເກີນໄປ, ບໍ່ສົມດຸນກັບສິ່ງທີ່ຄວນຈະເປັນ ເຮັດໃຫ້ເກີດຄວາມຮູ້ສຶກຫງຸດງິດງ່າຍ ອາລົມຂຶ້ນໆລົງໆ ຍິ່ງກວ່າແຟນຜິດນັດອີກ. ແຕ່ກໍບໍ່ແມ່ນວ່າບໍ່ມີຫົນທາງແກ້ໄຂ ຫຼື ຮັບມືເລີຍ ມື້ນີ້ຂວັນໃຈ ເຮົາກໍໄດ້ນໍາເອົາເຄັດລັບດີໆ ມາຕ້ອນສາວໆກັນນໍາ ໄປເບິ່ງເລີຍ!

• ສາວໆຮູ້ບໍ່ວ່າປະຈໍາເດືອນບໍ່ປົກກະຕິມີຈັກແບບ: ອາການປະຈໍາເດືອນມາບໍ່ປົກກະຕິບໍ່ໄດ້ໝາຍເຖິງພຽງແຕ່ ການມາບໍ່ສະໝໍ່າສະເໝີຂອງປະຈຳເດືອນເທົ່ານັ້ນ ແຕ່ມີອາການຫຼັກໆ ແລະ ສາມາດຈໍາແນກເປັນປະເພດຍ່ອຍໄດ້ 3 ປະເພດຄື: 1. ປະຈໍາເດືອນມາຫຼາຍກວ່າປົກກະຕິ 2. ປະຈໍາເດືອນມາໜ້ອຍກວ່າປົກກະຕິ 3. ປະຈໍາເດືອນມາບໍ່ສະເໝໍ່າສະເໝີ

• ມາປັບສົມດຸນໃຫ້ປະຈໍາເດືອນມາປົກກະຕິກັນ: ເຖິງວ່າອາການປະຈໍາເດືອນມາບໍ່ປົກກະຕິເກີດມາຈາກຫຼາຍສາເຫດ ແຕ່ຖ້າສາວໆໄປພົບແພດແລ້ວບໍ່ມີອາການຮ້າຍແຮງອື່ນໆແຊກຊ້ອນມາ ກໍສາມາດລອງປັບຄວາມສົມດຸນຂອງປະຈໍາເດືອນ ໃຫ້ກັບມາເປັນປົກກະຕິໄດ້ ດ້ວຍເຄັດລັບງ່າຍໆເຫຼົ່ານີ້ທີ່ ຂັວນໃຈເອົາມາຕ້ອນກັນ

1. ຜ່ອນຄາຍຄວາມຄຽດ

2. ອອກກໍາລັງກາຍສະໝໍ່າສະເໝີ

3. ຫຼີ້ນໂຍຄະປັບສົມດຸນ

4. ປັບສົມດຸນການກິນອາຫານ (ບໍ່ຄວນກິນຊີ້ນສັດຫຼາຍ)

5. ງົດສູບຢາ ແລະ ດື່ມເຄື່ອງດື່ມທີ່ມີ Alcohol

6. ຫັນມາເຮັດນໍ້າຜັກ ແລະ ໝາກໄມ້ກິນເພື່ອປັບສົມດຸນຮໍໂມນ

ຮູ້ກັນໄປແລ້ວ ສໍາລັບວິທີການຮັບມືກັບ ອາການປະຈໍາເດືອນມາບໍ່ປົກກະຕິ ສາວໆກໍລອງເອົາໄປປະຕິບັດກັນເບິ່ງ ແຕ່ຖ້າປະຕິບັດຄົບທຸກຂັ້ນຕອນແລ້ວຍັງບໍ່ດີຂຶ້ນ ກໍແນະນໍາໃຫ້ໄປພົບແພດກະແລ້ວກັນເດີ້ສາວໆ

By: BeautyGuru

Cr: Sprice

ແບ່ງປັນ