Breaking News

ແຟນຄຣັບກຣີດໆໆໆ…2 Oppa ນັກຮ້ອງດັງແຫ່ງແດນກິມຈິມາລາວ!!! (ຄລິບ)

ແບ່ງປັນ

ກຣີດໆໆໆໆ Oppa Dongwoon  ແລະ Dujun 2 ນັກຮ້ອງດັງແຫ່ງວົງ Highligt , 2 ໝຸ່ມສຸດເຈົ້າຊູ້ຈາກແດນກິມຈິ ໄດ້ມາປະກົດໂຕຢູ່ທີ່ ປະເທດລາວ ຈົນເຮັດໃຫ້ແຟນຄຣັບດີໃຈກັນຖ້ວນໜ້າ, ເຊິ່ງພໍແຕ່ມາຮອດລາວ 2 ໝຸ່ມ Oppa ກໍໄດ້ເດີນທາງໄປທີ່ ປະຕູໄຊ ແລະຕອນຄໍ່າກໍໄປຢ່າງເລາະຫຼີ້ນທີ່ຕະຫຼາດນັດແຄມຂອງ, ບັນຍາກາດຂອງການເດີນທາງມາຮອດລາວ ແລະການຕ້ອນຮັບຂອງແຟນໆຊາວລາວຈະເປັນແນວໃດນັ້ນ ຊະນີIndy ກໍບໍ່ພາດທີ່ຈະນຳມາຝາກແຟນໆທີ່ຍັງບໍ່ໄດ້ເຈິຕົວຈິງຂອງ 2 Oppa Dongwoon  ແລະ Dujun ມາເບິ່ງກັນເລີຍ

ໃນໄລຍະນີ້ຈະມີກະແສການເດີນທາງມາຢ້ຽມຍາມຂອງສິລະປິນຕ່າງຊາດກັນເລື້ອຍໆ ບົ່ງບອກເຖິງຄວາມມີສະເໜຂອງ ສປປ ລາວ ເຮົາ ທີ່ຍັງຄົງຮັກສາ ວັດທະນະທຳ ຮີດຄອງປະເພນີ ການຍິ້ມແຍ້ມແຈ່ມໃສຂອງປະຊາຊົນລາວ ແລະທຳມະຊາດທີ່ຍັງຄົງງົດງາມບໍ່ປ່ຽນແປງ, ດັ່ງນັ້ນ ທີມງາມ ຂວັນໃຈ ກໍຂໍໃຫ້ແຟນໆທຸກຄົນຈົ່ງຊ່ວຍກັນຮັກສາສິ່ງທີ່ເຮົາມີໄວ້ໃຫ້ດີທີ່ສຸດ ເພື່ອຈະໄດ້ເປັນທີ່ກ່າວຂານຂອງຄົນທັງໂລກວ່າ ປະເທດລາວ ເປັນປະເທດທີ່ງົດງາມ ທັງວັດທະນະທຳ ຮີດຄອງປະເພນີ  ຜູ້ຄົນນິໃສດີ ອາຫານການກິນ ແລະທຳມະຊາດທີ່ຍັງຄົງຄວາມອຸດົມສົມບູນ ຈົນປະເທດອື່ນທຽບບໍ່ຕິດ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງປະເທດລາວ

#Dongwoon and #Dujun on the way to Laos

A post shared by *하이라이트* 03.20 (@junhyungupdates) on

170427 filming at night market #Repost @stg.fly with @repostapp ・・・ #Dujun #Dongwoon #highlight #WelcometoLaos #Goodmemery

A post shared by H i 5 h L i 5 h t?i LIKE (@hi5hli5ht_around) on

#Welcometolaos #dujun #dongwoon #highlight

A post shared by Photographer ? (@alohafrankk) on

 

Thanks all pic and clip via: #dongwoon

ແບ່ງປັນ