Breaking News

ນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ

ແບ່ງປັນ

ນໍ້າຕົກຕາດຜາແຈແລເປັນນໍ້າຕົກຕາດ ທີ່ສູງປະມານ 100 ແມັດ ຕັ້ງຢູ່ບ້ານນໍ້າຄຽນ ຫ່າງຈາກເທສະບານ ເມືອງຮົ່ມ ແຂວງ ໄຊສົມບູນ ປະມານ 6 ກິໂລແມັດ ເປັນນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ ມີຄວາມອຸດົມສົມບູນໄປດ້ວຍຊີວະນານາພັນ ປ່າໄມ້ຂຽວງາມ, ອາກາດກໍສົດຊື່ນເຢັນສະບາຍ ສ່ວນສາເຫດທີ່ມາຂແງຊື່ຜາແຈແລນັ້ນ ຕາມການບອກເລົ່າຂອງຊາວບ້ານໄດ້ໃຫ້ຮູ້ວ່າ ມີປະຊາຊົນໄດ້ພົບເຫັນພຣະອົງໜຶ່ງ ທີ່ຢູ່ໃກ້ຕາດແຫ່ງນີ້ເປັນສີດໍາ ແລະ ມີຫຼາຍແຈ ຕໍ່ມາປະຊາຊົນເຂດນັ້ນຈຶ່ງໄດ້ ເອີ້ນຜາແຫ່ງນີ້ວ່າ: ຜາແຈແລ

ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

ແບ່ງປັນ