Breaking News

ຜາຫຼວງ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ເມືອງວັງວຽງ

ແບ່ງປັນ

ສະບາຍດີແຟນໆ ຂວັນໃຈ ມື້ນີ້ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ກໍາລັງເປັນທີ່ນິຍົມ ຂອງນັກທ່ອງທ່ຽວ ເຊິ່ງບາງຄົນອາດເຄີຍໄປທ່ຽວມາແລ້ວ. ສະຖານທີ່ນັ້ນກໍຄື: “ຜາຫຼວງ” (Blue lagoon and resort), ສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ຕັ້ງຢູ່ ບ້ານນາມ່ວງ ເມືອງວັງວຽງ ຫ່າງຈາກຕົວເມືອງວັງວຽງ ພຽງ 14.5 ກມ. ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍງາມຫຼາຍ ແລະ ມີກິດຈະກໍາທີ່ໄວ້ຄອຍໃຫ້ນັກທ່ອງທ່ຽວ ໄດ້ເລືອກຫຼີ້ນອີກຫຼາຍໆກິດຈະກໍາເຊັ່ນ: ຫຼີ້ນນໍ້າ, ຂີ່ສະລິງ, ປີນພູ. ນອກຈາກນີ້ ຍັງມີເຄື່ອງດື່ມ ແລະ ຮ້ານອາຫານໄວ້ຄອຍໃຫ້ບໍລິການແກ່ນັກທ່ອງທ່ຽວອີກດ້ວຍ. ຖ້າມີເວລາຫວ່າງ ຫຼື ມື້ພັກຜ່ອນຢ່າລືມໄປທ່ຽວເດີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ.

ພາບໂດຍ: ໂນ່ ພຸດທະສັກ

ແບ່ງປັນ