Breaking News

ງານເປີດຕົວລົດລຸ້ນໃໝ່ຫຼ້າສຸດ The all-New 5 Series.

ແບ່ງປັນ

ໃນວັນທີ 5 ພຶດສະພາ 2017 ທີ່ຜ່ານ, BMW Group Asia ແລະ ສູນຕົວແທນຈໍາໜ່າຍ ພຣີມ້ຽມ ໂອໂຕລາວ ຜູ້ນໍາເຂົ້າລົດ BMW ຢ່າງເປັນທາງການພຽງຜູ້ດຽວໃນ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ໄດ້ນໍາສະເໜີລົດ BMW 5 Series ລຸ້ນໃໝ່ຫລ້າສຸດ The all-new BMW 5 Series 2017 G30 ຢ່າງເປັນທາງການ ດ້ວຍຮູບຮ່າງທີ່ສະຫງ່າງາມ. ໂດຍການເປັນປະທານຂອງທ່ານ ກວັກ ໂຫວ ກຸນ ປະທານຜູ້ບໍລິຫານ ພຣີມ້ຽມ ໂອໂຕລາວ, ທ່ານ ສົມສະນຸກ ສຸດທິເດດ ຜູ້ຈັດການຝ່າຍຂາຍພຣີມ້ຽມໂອໂຕລາວ ແລະ ແຂກທີ່ຖືກເຊີນອີກຫຼາຍທ່ານ.

ທ່ານ ສົມສະນຸກ ສຸດທິເດດ ຜູ້ຈັດການຝ່າຍຂາຍໄດ້ນໍາສະເໜີລົດລຸ້ນ The all-new BMW 5 Series ວ່າ: ລົດລຸ້ນ The all-new BMW 5 Series ເປັນລົດລຸ້ນໃໝ່, ເປັນລົດລຸ້ນທີ່ 7 ຂອງຄ່າຍລົດ BMW, ເຊິ່ງລົດລຸ້ນໃໝ່ນີ້ປະກອບດ້ວຍ ເຄື່ອງຈັກ 4 ສູບ ເກຼຍອັດຕະໂນມັດ 8 ສະປີດ, ແຮງຈັກ 1.998 CC, ກໍາລັງສູງສຸດ 252 ແຮງມ້າທີ 5.200 ຮອບ/ນາທີ, ແຮງບິດສູງສຸດ 350 ນິວຕັນຈາກ 1.450 – 4.800 ຮອບ/ນາທີ, ການເລັ່ງ 0-100 ກມ/ຊມ ໃນ 6.2 ວິນາທີ, ຄວາມໄວສູງສຸດ 250 ກມ/ຊມ, ປະລິມານການໃຊ້ນໍ້າມັນ  EU 18,5 KW/ລິດ ເຊິ່ງໄດ້ລວມລວບຄວາມສະປອດຄວາມຫຼູຫຼາໄວ້ໃນລົດ The all-new BMW 5 Series.

BMW 5 Series ລຸ້ນໃໝ່ຫຼ້າສຸດນີ້ ມາພ້ອມລະບົບ idrive ທີ່ສັ່ງການໄດ້ດ້ວຍທຸກທ່າທາງ ຈາກເຊັນເຊີກວດພົບ ໃນຫ້ອງຜູ້ໂດຍ, ໜ້າຈໍສະແດງຜົນໃຫ້ຄວາມລະອຽດຂະໜາດ 10.25 ນິ້ວ ໃຫ້ຄວາມລະອຽດສູງ, ສາມາດໃຊ້ລະບົບນໍາທາງ, ລະບົບຊ່ວຍເຕືອນຕ່າງໆ ແລະ ອີກຫຼາຍຢ່າງ.

ສໍາລັບ ທ່ານໃດທີ່ສົນໃຈ ຢາກຮູ້ລາຍລະອຽດສາມາດເຂົ້າໄປສອບຖາມໄດ້ທີ່ຕົວແທນຈໍາໜ່າຍລົດ BMW ທີ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໂທ 020 28037399.

ແບ່ງປັນ