Breaking News

ນໍ້າຕົກຕາດ ແຊປ້ອງໄລ ນໍ້າຕົກຕາດທີ່ມີຄວາມງົດງາມຫຼາຍ

ແບ່ງປັນ

ນໍ້າຕົກຕາດ ແຊປ້ອງໄລ ຕັ້ງຢູ່ເຂດເຊປຽນ ເມືອງສະໜາມໄຊ ແຂວງອັດຕະປື ຫ່າງຈາກ ເມືອງສາມັກຄີໄຊ ປະມານ 75 ກິໂລແມັດ. ກຳເນີດຈາກສາຍນ້ຳເຊປຽນ, ຈຸດທີ່ຕັ້ງຢູ່ ພູໂຄນນອນໃນປ່າຄັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ ຢູ່ສາຍນ້ຳດຽວກັນກັບນ້ຳຕົກຕາດແຊປ້ອງໄລ, ມີຄວາມກ້ວາງປະມານ 130 ແມັດ ນ້ຳໂຕນເປັນສອງປ່ອງ ຝັ່ງຊ້າຍມີຄວາມສູງ 20 ແມັດ, ຝັ່ງຂວາ 35-40 ແມັດ. ໄລຍະການລົງສຳຫຼວດ ໃນລະຫວ່າງປີ 1998. ຫ່າງຈາກ ນ້ຳຕົກຕາດແຊພະ ປະມານ 08 ກິໂລແມັດ, ການເດີນທາງເຂົ້າໄປເຖິງເຂດດັ່ງກ່າວ ໄປໄດ້ທັງ 2 ລະດູ, ເດີນທາງດ້ວຍລົດໂອໂຕ, ລົກຈັກ, ລົດຖີບ ແລະ ລົດກະບະ. ໄລຍະທາງຈາກອັດຕະປື ຜ່ານສຳນັກງານເມືອງ, ບ້ານໃໝ່ ເຖິງແຊພະ ທາງບົກປະມານ 75 ກິໂລແມັດ, ຍາມຝົນ ຈະມີຈຸດປ່ອງ ບໍລິການທີ່ບ້ານໃໜ່ ຫ່າງຈາກເທດສະບານແຂວງ ປະມານ 55 ກິໂລແມັດ, ຈາກນັ້ນ ກໍ່ຂີ່ເຮືອຫາງຍາວໄປທາງນ້ຳ ເຖິງທ່າເຮືອ ສະໝອງພາກ ປະມານ 01 ຊົ່ວໂມງກັບ 30 ນາທີ, ສືບຕໍ່ຍ່າງປ່າຊົມທຳມະຊາດ ໄປເຖິງແຊພະປະມານ 45 ນາທີ, ຖ້າຈະໄປແຊປ້ອງໄລ ກໍ່ຕ້ອງໃຊ້ເວລາຍ່າງຕື່ມອີກປະມານ 02 ຊົ່ວໂມງ, ລາຍການນີ້ຕ້ອງມີເວລາພັກແຮມ ຢູ່ເຮືອນພັກຊາວບ້ານ ເປັນລາຍການ 02 ວັນ 01 ຄືນ.

ຂໍ້ມູນ: ອົງການພັດທະນາການທ່ອງທ່ຽວ

ຮູບພາບ: Bas Loei Gs

ແບ່ງປັນ