Breaking News

ສຸດຍອດ! DJ ໜູນາ ສາວລາວໜຶ່ງດຽວທີ່ໄດ້ຂຶ້ນໂຊຄວາມສາມາດ ຮ່ວມເວທີດຽວກັບດີເຈລະດັບໂລກ!!!

ແບ່ງປັນ

ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ມີຊື່ວ່າ ສຸກພາລັກ ວົງສອນສະໝຸດ ( ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau ,ຫຼ້າສຸດ ໃນເທສະການປີໃໝ່ລາວ ທີ່ຜ່ານມາ DJ ໜູນາ ຍັງໄດ້ຮັບໂອກາດເປັນຕົວແທນຂອງ DJ ຄົນລາວຮ່ວມກັບ Mc SuperOne ຂຶ້ນທຳການສະແດງຢູ່ເວທີດຽວກັບ DJ VINAI ຫຼື VINAI ເຊິ່ງບອກເລີຍວ່າ 2 ໜຸ່ມນີ້ເປັນເຖິງ DJ ອັນດັບທີ 37 ຂອງໂລກ ພຸ້ນເດີ້… ໃນອະນາຄົດອັນໃກ້ນີ້ເຮົາກໍຈະໄດ້ເຫັນ DJ ໜູນາ ຄົນເກັ່ງຈາກລາວເຮົາເປັນໂຕແທນເດີນທາງໄປສະແດງ ແລະສ້າງຊື່ສຽງໃຫ້ກັບປະເທດລາວເຮົາຢູ່ທີ່ຕ່າງປະເທດແນ່ນອນ!!!

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ

 

ຝາກຕິດຕາມແລະໃຫ້ກຳລັງໃຈຕົວແທນຈາກປະເທດຂອງເຮົາໃຫ້ທົ່ວໂລກໄດ້ຮູ້ວ່າປະເທດລາວຂອງເຮົາກໍມີຄົນເກັ່ງ ເຖິງຈະເປັນແມ່ຍິງໂຕນ້ອຍໆແຕ່ຄວາມສາມາດຫຼາຍ ຄວາມສາມາດແໜ້ນແບບຈັດເຕັມ ແລະເລື່ອງຝີມີກໍບໍ່ແພ້ DJ ຂອງຕ່າງຊາດ…!

ສາມາດເຂົ້າໄປໃຫ້ກຳລັງໃຈ ຫຼື ເວົ້າລົມກັບໜູນາໄດ້ຕາມຊ່ອງທາງນີ້: FB: Nouna Vssm, IG: dj_nouna

ແບ່ງປັນ