Breaking News

ກ້ອຍ ລັດສະວິນ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານໄດ້ມາປະເທດລາວ ແຖມໂພສເວົ້າເຖິງຄົນລາວເຮົາແບບນີ້…

ແບ່ງປັນ

ກ້ອຍ ລັດສະວິນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານໄດ້ມີໂອກາດມາຢ້ຽມຢາມ ປະເທດລາວ ໂດຍສາວກ້ອຍເພິ່ນກໍໄດ້ມາເປັນດາລາຮັບເຊີນໃນງານເປີດໂຕ ສິນຄ້າຊະນິດໜຶ່ງ,  ແຕ່ທີ່ເດັດໄປກວ່ານັ້ນ ກ້ອຍ ລັດສະວິນ ໄດ້ໂພສຮູບພາບໃນ ອິນສະຕຣາແກຼມ ແລະ ເຊັກອິນທີ່ ນະຄອນຫຼວງວຽງຈັນ ປະເທດລາວເຮົາ ແຖມແຕ່ລະຮູບພາບຍັງໂພສຂອບໃຈພີ່ນ້ອງຊາວລາວທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະບອກອີກວ່າຄົນລາວເຮົາໜ້າຮັກຂະໜາດ!!!

#ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ

ອຸ໋ຍ…ປາກຫວານແບບນີ້ຈະບໍ່ໃຫ້ຄົນລາວຮັກໄດ້ແນວໃດເນາະ ຖ້າມີເວລາຫວ່າງຝາກໃຫ້ເອື້ອຍ ກ້ອຍ ລັດສະວິນ ມາລາວອີກແດ່ເດີ້ ຊະນີIndy ແລະ ແຟນໆຊາວ ຂວັນໃຈ ຈະພາໄປເລາະ ກິນຕຳໝາກຫຸ່ງ ແລະອາຫານພື້ນເມືອງລາວ ແລະກໍຈະຊອກຊຸດໄໝລາວງາມໆໄວ້ໃຫ້ເອື້ອຍ ກ້ອຍ ໄດ້ໃສ່ ຮັບຮອງຕ້ອງຕິດໃຈກັບຄວາມງົດງາມຂອງວັດທະນະທຳ ຮີດຄອງປະເພນີຂອງ ປະເທດລາວ ຢ່າງແນ່ນອນ.

ไปลาวแพ๊พ เดี๋ยวกลับมา ?? @fernnina

A post shared by rachwinwong (@rachwinwong) on

ນອກຈາກນັ້ນ ກ້ອຍ ລັດສະວິນ ຍັງໄດ້ຖ່າຍຮູບກັບສິລະປິນ ພິທີກອນຊື່ດັງຂອງລາວນັ້ນກໍຄື ສຽວຜິງ ໄຊຍະລິນ ເບິ່ງແລ້ວງາມຫຼາຍທັງສາວລາວ ແລະສາວໄທ ຍອມຮັບວ່າງາມອີ່ຫລີ ລອງມາເບິ່ງກັນເບິ່ງເດີ້ຈະງາມຊໍ່າໃດ…

ຂໍຂອບໃຈຮູບພາບຈາກ: rachwinwong

, siewphing

ແບ່ງປັນ